ວັນທີ 26 ກໍລະກົດ 2018
ພະນະທ່ານ ປະທານປະເທດ (ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ)
ຂ້າພະເຈົ້າ ໄດ້ຮັບຂ່າວເສົ້າສະຫຼົດໃຈ ແລະ ໜ້າເສຍດາຍ ຢ່າງເຫຼືອລົ້ນ ກ່ຽວກັບເຫດສຸດວິໄສ ເຂື່ອນແຕກ ທີ່ແຂວງອັດຕະປື ໃນວັນທີ 23 ກໍລະກົດຜ່ານມາ ຊຶ່ງເຮັດໃຫ້ປະຊາຊົນຈຳນວນຫຼາຍ ໃນເຂດດັ່ງກ່າວເສຍຊີວິດ ແລະ ຫຼາຍພັນຄົນ ບໍ່ມີທີ່ຢູ່ອາໄສ.
ໃນນາມຕາງໜ້າລັດຖະບານ ແລະ ປະຊາຊົນ ສາທາລະນະລັດ ເກົາຫຼີ, ຂ້າພະເຈົ້າ ຂໍສະແດງຄວາມໂສກເສົ້າເສຍໃຈ ແລະ ແບ່ງເບົາ ຄວາມທຸກໂສກ ມາຍັງປະຊາຊົນລາວໂດຍສະເພາະ ແມ່ນຄອບຄົວທີ່ໄດ້ຮັບຜົນເສຍຫາຍຢ່າງໜັກໜ່ວງ ໃນຄັ້ງນີ້.
ລັດຖະບານເກົາຫຼີ ຈະພະຍາຍາມ ຢ່າງສຸດຄວາມສາມາດ ໃນການຊ່ວຍເຫຼືອ ແກ່ປະຊາຊົນລາວ ທີ່ໄດ້ຮັບຜົນກະທົບ ຈາກເຫດການນ້ຳຖ້ວມ ຈາກເຫດການເຂື່ອນໄຟຟ້າ ໃນຄັ້ງນີ້.
ຂ້າພະເຈົ້າ ເຊື່ອແນ່ວ່າ ພາຍໃຕ້ການຊີ້ນຳ-ນຳພາຂອງພະນະທ່ານ, ຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ ທີ່ໄດ້ຮັບຜົນກະທົບ ຈະໄດ້ຮັບການຟື້ນຟູຄືນໃໝ່ ໄດ້ຢ່າງວ່ອງໄວ ແລະ ປະຊາຊົນລາວ ທີ່ໄດ້ຮັບຜົນກະທົບ ຈະສາມາດຜ່ານຜ່າຄວາມໂສກເສົ້າ-ເສຍໃຈ ແລະ ຄວາມທຸກທໍລະມານ ໃນຄັ້ງນີ້ ໄປດ້ວຍດີ.
ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ
ມູນ ແຈອິນ
ພະນະທ່ານ ບຸນຍັງ ວໍລະຈິດ
ປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ
ວັນທີ 25 ກໍລະກົດ 2018
ທ່ານ ລັດຖະມົນຕີ ທີ່ນັບຖື
ຂ້າພະເຈົ້າຂໍສະແດງຄວາມໂສກເສົ້າ-ເສຍໃຈແລະ ແບ່ງເບົາຄວາມທຸກໂສກ ມາຍັງພະນະທ່ານ ຕໍ່ກັບເຫດການເຂື່ອນແຕກ ໃນແຂວງອັດຕະປື ຊຶ່ງໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງທາງດ້ານຊີວິດ-ຊັບສິນ ທັງເຮັດໃຫ້ປະຊາຊົນຈຳນວນຫຼາຍພັນຄົນ ຂາດທີ່ຢູ່ອາໄສ.
ທາງລັດຖະບານເກົາຫຼີ ຈະໃຫ້ການສະໜັບສະໜູນ ແກ່ບັນດາປະຊາຊົນລາວ ທີ່ໄດ້ຮັບຜົນກະທົບຈາກ ເຫດການເຂື່ອນໄຟຟ້າ ໃນຄັ້ງນີ້.
ຂ້າພະເຈົ້າ ເຊື່ອແນ່ວ່າ ປະຊາຊົນລາວ ກໍ່ຄື ຊາວບ້ານ ທີ່ໄດ້ຮັບຜົນກະທົບ ຈະສາມາດຜ່ານຜ່າອຸປະສັກທີ່ຫຍຸ້ງຍາກໃນຄັ້ງນີ້ໄປໄດ້. ລັດຖະບານເກົາຫຼີພວກເຮົາ ຈະໃຫ້ການຮ່ວມມືກັບ ລັດຖະບານ ແຫ່ງ ສປປ ລາວ ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນດັ່ງກ່າວ ໃຫ້ລຸລ່ວງໄປດ້ວຍດີ.
ກັງ ກຽງ ຮົວ
ລັດຖະມົນຕີການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ
ທ່ານ ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ