ນະຄອນຫຼວງວຽງຈັນ, ວັນທີ 31 ກໍລະກົດ 2018
ສົມເດັດ,
ໃນນາມລັດຖະບານແລະປະຊາຊົນ ແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈມາຍັງ ສົມເດັດ ກໍຄືພັກປະຊາຊົນກໍາປູເຈຍ ທີ່ຍາດໄດ້ຜົນສໍາເລັດໃນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ 6, ໃນວັນທີ 29 ກໍລະກົດ 2018 ທີ່ຜ່ານມາ.
ຂ້າພະເຈົ້າຫວັງວ່າ ສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະການຮ່ວມມືທີ່ເຄີຍມີມູນເຊື້ອມາແຕ່ບູຮານລະຫວ່າງສອງປະເທດ ຈະສືບຕໍ່ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຍິ່ງໆຂຶ້ນເພື່ອນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດຂອງພວກເຮົາ.
ຂ້າພະເຈົ້າ ຂໍອວຍພອນໃຫ້ ສົມເດັດ ຈົ່ງສືບຕໍ່ມີພະລະນາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານ ທີ່ມີກຽດສູງສົ່ງຂອງ ສົມເດັດ.
ດ້ວຍຄວາມນັບຖືຢ່າງສູງ.
ທອງລຸນ ສີສຸລິດ
ສົມເດັດອັກຄະມະຫາເສນາບໍດີ ເຕໂຈຮຸນ ແຊນ
ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກກໍາປູເຈຍ
ທີ່ ນະຄອນຫຼວງພະນົມເປັນ