ພະນະທ່ານ ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
ຂ້າພະເຈົ້າ ໄດ້ຮັບຊາບຂ່າວ ອຸບັດຕິເຫດ ເຂື່ອນກັນນ້ຳແຕກ ຢູ່ ແຂວງອັດຕະປື ພາກໃຕ້ ຂອງ ສປປ ລາວ, ເຊິ່ງໄດ້ສ້າງຄວາມເສຍຫາຍດ້ານຊີວິດ ແລະ ຊັບສິນຢ່າງມະຫາສານ, ຈຶ່ງຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງ. ຕໍ່ໄພພິບັດດັ່ງກ່າວ, ຂ້າພະເຈົ້າ ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຂໍສະແດງຄວາມເສົ້າສະຫຼົດໃຈ ມາຍັງ ຜູ້ເສຍຊີວິດ ແລະ ຄອບຄົວຜູ້ເສຍຊີວິດ, ພ້ອມທັງສະແດງຄວາມຢ້ຽມຢາມຖາມຂ່າວ ມາຍັງ ບັນດາຜູ້ປະສົບໄພພິບັດຄັ້ງນີ້.
ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ອຸປະກອນຊ່ວຍເຫຼືອສຸກເສີນ ທີ່ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອເບື້ອງຕົ້ນນັ້ນ ຈະນຳເອົາຜົນປະໂຫຍດສູງສຸດແກ່ ຜູ້ປະສົບໄພພິບັດ ແລະ ເຂດປະສົບໄພພິບັດ ຈະໄດ້ຮັບການຟື້ນຟູກັບສູ່ສະພາບປົກກະຕິໂດຍໄວ.
ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ
ຊິນໂຊ ອາເບະ