ນະຄອນຫຼວງວຽງຈັນ, ວັນທີ 07 ສິງຫາ 2018
ພະນະທ່ານ,
ໃນນາມປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈ ແລະ ເຫັນໃຈຢ່າງສຸດຊຶ້ງມາຍັງ ພະນະທ່ານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ກໍຄືຄອບຄົວຂອງຜູ້ປະສົບເຄາະຮ້າຍ ຈາກໄພນ້ຳຖ້ວມກະທັນຫັນ ແລະ ດິນເຈື່ອນຢ່າງຮ້າຍແຮງຍ້ອນຝົນຕົກໜັກຢູ່ຫຼາຍລັດ ແລະ ຫຼາຍແຄ້ວນຂອງປະເທດ ໂດຍສະເພາະ ລັດກະຢິນ, ລັດກະຈິນ, ລັດມອນ, ແຄ້ວນບາໂກ, ແຄ້ວນເອຢາວະດີ ແລະ ແຄ້ວນຕານິນຕາຢີ ອັນໄດ້ສ້າງຄວາມເສຍຫາຍອັນໃຫຍ່ຫຼວງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ມຽນມາ.
ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາຂອງ ພະນະທ່ານ ແລະ ການຊ່ວຍເຫຼືອຈາກວົງຄະນາຍາດສາກົນ, ສາທາລະນະລັດ ສະຫະພາບ ມຽນມາ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກຈາກໄພພິບັດທຳມະຊາດນີ້ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ກັບຄືນສູ່ຄວາມເປັນປົກກະຕິໃນມໍ່ໆນີ້.
ດ້ວຍຄວາມນັບຖືຢ່າງສູງ,
ບຸນຍັງ ວໍລະຈິດ
ພະນະທ່ານ ອູ ວິນ ໝິນ
ປະທານາທິບໍດີ
ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ
ທີ່ ນະຄອນຫຼວງເນປິດໍ
ພະນະທ່ານ,
ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຂ່າວວ່າ ໃນລະຫວ່າງ ເດືອນ ກໍລະກົດ ທີ່ຜ່ານມາ ຍ້ອນມີຝົນຕົກໜັກຢ່າງຕໍ່ເນື່ອງໄດ້ເກີດມີນ້ຳນອງລົ້ນຕະຝັ່ງ, ນ້ຳຖ້ວມກະທັນຫັນ ແລະ ດິນເຈື່ອນຢ່າງຮ້າຍແຮງຢູ່ຫຼາຍລັດ ແລະ ຫຼາຍແຄ້ວນ ຂອງປະເທດ ໂດຍສະເພາະ ລັດກະຢິນ, ລັດກະຈິນ, ລັດມອນ, ແຄ້ວນບາໂກ, ແຄ້ວນເອຢາວະດີ ແລະ ແຄ້ວນຕານິນຕາຢີ ຂອງສາທາລະນະລັດ ສະຫະພາບ ມຽນມາ ອັນໄດ້ສ້າງຄວາມເສຍຫາຍອັນໃຫຍ່ຫຼວງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ມຽນມາ.
ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ແລະ ເຫັນໃຈຢ່າງສຸດຊຶ້ງມາຍັງ ພະນະທ່ານ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ກໍຄືສະມາຊິກຄອບຄົວຂອງຜູ້ປະສົບໄພທຳມະຊາດໃນຄັ້ງນີ້.
ຂ້າພະເຈົ້າ ມີຄວາມໝັ້ນໃຈວ່າ ພາຍໃຕ້ການນຳພາຂອງ ພະນະທ່ານ ແລະ ປະທານາທິບໍດີ ອູ ວິນ ໜິນ ກັບການຊ່ວຍເຫຼືອຈາກວົງຄະນາຍາດສາກົນ, ສາທາລະນະລັດ ສະຫະພາບ ມຽນມາ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກຈາກໄພພິບັດທຳມະຊາດນີ້ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນມຽນມາ ກັບຄືນສູ່ຄວາມເປັນປົກກະຕິໂດຍໄວ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ພະນະທ່ານ ນາງ ອອງ ຊານ ຊູ ຈີ
ທີ່ປຶກສາແຫ່ງລັດ
ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ
ທີ່ ນະຄອນຫຼວງເນປິດໍ.
ພະນະທ່ານ,
ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈ ແລະ ເຫັນໃຈເປັນຢ່າງຍິ່ງມາຍັງ ພະນະທ່ານ ແລະ ປະຊາຊົນ ມຽນມາ ກໍຄືຄອບຄົວຜູ້ທີ່ປະສົບເຄາະຮ້າຍ ແລະ ໄດ້ຮັບຜົນກະທົບຈາກມໍລະສຸມລະດູຝົນ ໃນລະຫວ່າງ ເດືອນກໍລະກົດ ທີ່ຜ່ານມາ ອັນໄດ້ເຮັດໃຫ້ເກີດມີນ້ຳຖ້ວມກະທັນຫັນ ແລະ ດິນເຈື່ອນຢ່າງຮ້າຍແຮງຢູ່ຫຼາຍລັດ ແລະ ຫຼາຍແຄ້ວນ ຂອງປະເທດ ໂດຍສະເພາະ ລັດກະຢິນ, ລັດກະຈິນ, ລັດມອນ, ແຄ້ວນບາໂກ, ແຄ້ວນເອຢາວະດີ ແລະ ແຄ້ວນຕານິນຕາຢີ ອັນໄດ້ສ້າງຄວາມເສຍຫາຍອັນໃຫຍ່ຫຼວງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ມຽນມາ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງ ພະນະທ່ານ ປະທານາທິບໍດີ ວິນ ໝິນ ແລະ ການຊ່ວຍເຫຼືອຈາກວົງຄະນາຍາດສາກົນ, ສາທາລະນະລັດ ສະຫະພາບ ມຽນມາ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກຈາກໄພພິບັດທຳມະຊາດນີ້ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນມຽນມາ ກັບຄືນສູ່ຄວາມເປັນປົກກະຕິໂດຍໄວ.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫຼີມໄຊ ກົມມະສິດ
ພະນະທ່ານ ອູ ຈໍ ຕິນ,
ລັດຖະມົນຕີກະຊວງຮ່ວມມືສາກົນ
ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ
ທີ່ນະຄອນຫຼວງເນປິດໍ.