ນອນຄອນຫລວງວຽງຈັນ, ວັນທີ ຕຸລາ 2018
ພະນະທ່ານ
ຂ້າພະເຈົ້າ ໄດ້ຮັບຂ່າວດ້ວຍຄວາມເສົ້າເສຍໃຈຕໍ່ເຫດການແຜ່ນດິນໄຫວ ແລະ ຄື້ນຊຶນາມິ ຢູ່ ແຂວງສຸລາເວຊີກາງ, ປະເທດອິນໂດເນເຊຍ ໃນວັນທີ 28 ກັນຍາ 2018 ທີ່ຜ່ານມາ, ເຊິ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນ ຈຳນວນຫລວງຫລາຍ ແກ່ ປະຊາຊົນ ອິນໂດເນເຊຍ ທີ່ດຳລົງຊີວິດ ຢູ່ໃນເຂດດັ່ງກ່າວ.
ໃນນາມ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປະຊາຊົນລາວ ທຸກຖ້ວນໜ້າ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈ ແລະ ເສົ້າສະຫຼົດໃຈຢ່າງສຸດຊຶ້ງ ມາຍັງພະນະທ່ານ, ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ໂດຍສະເພາະຜູ້ເຄາະຮ້າຍ ແລະ ຄອບຄົວທີ່ໄດ້ຮັບຜົນກະທົບໃນຄັ້ງນີ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພະນະທ່ານ ແລະ ລັດຖະບານ, ປະຊາຊົນອິນໂດເນເຊຍ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກທີ່ເກີດຂຶ້ນຈາກໄພພິບັດຄັ້ງນີ້ ແລະ ຟື້ນຟູເຂດທີ່ໄດ້ຮັບຜົນກະທົບໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ
ທອງລຸນ ສີສຸລິດ
ພະນະທ່ານ ໂຈໂກວີໂດໂດ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ
ຈາກາຕາ
ນະຄອນຫຼວງວຽງຈັນ, ວັນທີ 1 ຕຸລາ 2018
ພະນະທ່ານ,
ຂ້າພະເຈົ້າ ໄດ້ຮັບຂ່າວດ້ວຍຄວາມເສຍໃຈເປັນຢ່າງຍິ່ງ ຕໍ່ເຫດການແຜ່ນດິນໄຫວ ແລະ ຄື້ນຊຶນາມິ ຢູ່ ແຂວງສຸລາເວຊີກາງ, ອິນໂດເນເຊຍ ໃນວັນທີ 28 ກັນຍາ 2018 ທີ່ຜ່ານມາ, ເຊິ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນ ຈຳນວນຫລວງຫລາຍ ແກ່ ປະຊາຊົນ ອິນໂດເນເຊຍ ທີ່ດຳລົງຊີວິດ ຢູ່ໃນເຂດດັ່ງກ່າວ.
ໃນນາມຕາງໜ້າໃຫ້ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈ ແລະ ເສົ້າສະຫຼົດໃຈຢ່າງສຸດຊຶ້ງ ຜ່ານພະນະທ່ານ ໄປຍັງ ລັດຖະບານ ແລະ ປະຊາຊົນ ອິນໂດເນເຊຍ ໂດຍສະເພາະຄອບຄົວຜູ້ເຄາະຮ້າຍ ທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນຄັ້ງນີ້.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງລັດຖະບານ ແຫ່ງ ສາທາລະນະລັດ ອິນໂດເນເຊຍ, ພາລະກິດຄົ້ນຫາຜູ້ລອດຊີວິດ ຈະປະສົບຜົນສໍາເລັດ ແລະ ຂົງເຂດທີ່ໄດ້ຮັບຜົນກະທົບ ຈະໄດ້ຮັບການຟື້ນຟູໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ.
ສະເຫຼີມໄຊ ກົມມະສິດ
ພະນະທ່ານ ນ. ເລັດໂນ ມາຊຸດີ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ
ຈາກາກຕາ