ນະຄອນຫຼວງວຽງຈັນ, ວັນທີ 16 ພະຈິກ 2018
ພະນະທ່ານ ເອຣເນັດສໂຕ ເອັນຣີເກ ຟຣາກາ ອາຣາອູໂຮ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສະຫະພັນ ບຣາຊິນ
ທີ່ ນະຄອນຫຼວງບຣາຊີເລຍ
ພະນະທ່ານ,
ເນື່ອງໃນໂອກາດທີ່ພະນະທ່ານ ຖືກແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສະຫະພັນ ບຣາຊິນ ຄົນໃໝ່, ຂ້າພະເຈົ້າ ມີຄວາມປິຕິຍິນດີຂໍສົ່ງຄໍາຊົມເຊີຍອັນອົບອຸ່ນມາຍັງພະນະທ່ານ ແລະ ຂໍອວຍພອນໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ພາລະນາໄມສົມບູນ ແລະ ປະສົບຜົນສໍາເລັດທຸກປະການໃນໜ້າທີ່ອັນສູງສົ່ງຂອງຕົນ.
ຂ້າພະເຈົ້າຫວັງວ່າຈະໄດ້ເຮັດວຽກຮ່ວມກັບພະນະທ່ານ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວ ພັນມິດຕະພາບ ແລະ ການຮ່ວມມືອັນດີທີ່ມີມາ ລະຫວ່າງ ສອງປະເທດ ກໍ່ຄື ສອງກະຊວງການຕ່າງປະເທດພວກເຮົາ, ເພື່ອຜົນປະໂຫຍດຂອງສອງຊາດພວກເຮົາ ແລະ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງໃນພາກພື້ນ ແລະ ໃນໂລກ.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ