ທີ່ ນະຄອນຫຼວງວຽງຈັນ, ວັນທີ 19 ພະຈິກ 2018
ພະນະທ່ານໄມໂຄຣ໌ປອມປີໂອ
ລັດຖະມົນຕີຕ່າງປະເທດແຫ່ງສະຫະລັດອາເມຣິກາ
ທີ່ວໍຊິງຕັນ, ດີ.ຊີ.
ພະນະທ່ານ,
ຂ້າພະເຈົ້າໄດ້ຊາບຂ່າວດ້ວຍຄວາມເສົ້າສະຫຼົດໃຈເປັນຢ່າງຍິ່ງ ຕໍ່ເຫດໄພທຳມະຊາດ ໄຟໄໝ້ປ່າ ທີ່ ລັດ California, ອັນໄດ້ເຮັດໃຫ້ປະຊາຊົນອາເມຣິກາ ເສຍຊີວິດ ແລະ ຊັບສິນຖືກທຳລາຍຢ່າງຫຼວງຫຼາຍ.
ໃນນາມລັດຖະບານ ແລະ ປະຊາຊົນລາວ, ຂ້າພະເຈົ້າຂໍສະແດງຄວາມເຫັນໃຈ ແລະ ເສົ້າສະຫຼົດໃຈຢ່າງສຸດຊຶ້ງ ມາຍັງພະນະທ່ານ ແລະ ໂດຍຜ່ານພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນ ສະຫະລັດ ອາເມຣິກາ, ພິເສດຕໍ່ຄອບຄົວຂອງຜູ້ປະສົບເຄາະຮ້າຍຈາກໄພທຳມະຊາດໃນຄັ້ງນີ້.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາ ຂອງ ປະທານາທິບໍດີ ໂດນັນ ທຼັມ, ປະຊາຊົນອາເມຣິກາ ຈະສາມາດ ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນອາເມຣິກາ ຜູ້ຖືກເຄາະຮ້າຍໃນຄັ້ງນີ້ ກັບຄືນສູ່ປົກກະຕິໂດຍໄວ.
ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ
ສາທາລະນະລັດປະຊາທິປະໄຕປະຊາຊົນລາວ