ນະຄອນຫຼວງວຽງຈັນ, ວັນທີ 23 ກໍລະກົດ 2019
ພະບາດສົມເດັດ,
ໃນນາມປະຊາຊົນລາວທັງຊາດ ກໍ່ຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດຢ່າງສູງ ຖວາຍພອນໄຊອັນປະເສີດມາຍັງ ພະອົງ ເນື່ອງໃນໂອກາດ ວັນສະເຫຼີມພະຊົນມະພັນສາຂອງ ພະອົງ ຄົບຮອບ 67 ພັນສາ.
ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າໃນຊຸມປີຜ່ານມາ ສາຍພົວພັນມິດຕະພາບ ແລະ ການຮ່ວມມືໃນຖານປະເທດເພື່ອນບ້ານໃກ້ຄຽງທີ່ດີ ທີ່ມີພາສາປາກເວົ້າ ແລະ ວັດທະນະທໍາຄ້າຍຄືກັນ ມາແຕ່ບູຮານນະການ ລະຫວ່າງ ສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ ແລະ ໄທ ໄດ້ຮັບການເພີ່ມພູມຄູນສ້າງ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຫວັງເປັນຢ່າງຍີ່ງວ່າສາຍພົວພັນ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມດັ່ງກ່າວ ຈະສືບຕໍ່ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ ແລະ ໄທ ໃຫ້ນັບມື້ນັບຫຼາຍຂຶ້ນ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ພະບໍຣົມໂພທິສົມພານຂອງ ພະອົງ, ຣາຊະອານາຈັກໄທ ຈະສືບຕໍ່ມີ ຄວາມຮົ່ມເຢັນເປັນສຸກ, ຈະເລີນຮຸ່ງເຮືອງ ແລະ ມີຄວາມວັດທະນະຖາວອນຍິ່ງໆຂຶ້ນໄປ.
ອີກເທື່ອໜຶ່ງ, ໃນໂອກາດອັນເປັນສິລິມົງຄຸນນີ້, ຂໍຖວາຍພອນແດ່ ພະອົງ, ພະຣາຊີນີ ແລະ ພະບໍຣົມວົງ ສານຸວົງທຸກພະອົງ ຈົ່ງມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ມີພະຊົນມາຍຸຍາວນານ ເປັນຮົ່ມໂພຮົ່ມໄຊ ໃຫ້ແກ່ປະຊາຊົນຊາວໄທທຸກຖ້ວນໜ້າ ຕະຫຼອດໄປ.
ດ້ວຍຄວາມນັບຖືຢ່າງສູງ.
ບຸນຍັງ ວໍລະຈິດ
ພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ
ແຫ່ງ ຣາຊະອານາຈັກໄທ
ທີ່ ບາງກອກ