ສົມເດັດ ນາຣຸຮິໂຕະ
ເຈົ້າຈັກກະພັດ ແຫ່ງ ປະເທດຍີ່ປຸ່ນ
ທີ່ ນະຄອນຫຼວງໂຕກຽວ
ພະບາດສົມເດັດ,
ເນື່ອງໃນໂອກາດອັນເປັນສິລິມົງຄຸນແຫ່ງວັນພະຣາຊະສົມພົບ ຄົບຮອບ 60 ພັນສາ ຂອງ ສົມເດັດ ກໍຄືວັນຊາດຍີ່ປຸ່ນ, ໃນນາມປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳອວຍພອນໄຊອັນປະເສີດ ແລະ ຄຳຊົມເຊີຍອັນອົບອຸ່ນມາຍັງສົມເດັດ ແລະ ພະບໍລົມວົງສານຸວົງທຸກພະອົງ ຈົ່ງຊົງພະກະເສມສຳລານ ເພື່ອສືບຕໍ່ເປັນຮົ່ມໂພຮົ່ມໄຊໃຫ້ແກ່ ປະຊາຊົນຍີ່ປຸ່ນ ຕະຫຼອດໄປ.
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໄດ້ຮັບການເພີ່ມທະວີ ແລະ ພັດທະນາຂຶ້ນຢ່າງຕໍ່ເນື່ອງຕະຫຼອດໄລຍະ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຮ່ວມກັນຜ່ານມາ, ໂດຍສະເພາະ ພາຍຫຼັງການຍົກລະດັບການພົວພັນເປັນຄູ່ຮ່ວມຍຸດທະສາດນໍາກັນ ໃນປີ 2015 ຜ່ານມາ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຮັດໃຫ້ຂອບການຮ່ວມມືທີ່ມີຢູ່ແລ້ວນັ້ນ ໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງຕໍ່ເນື່ອງ ແລະ ຂອບການຮ່ວມມືໃໝ່ ກໍ່ໄດ້ຮັບການພັດທະນາໃຫ້ນັບມື້ນັບດີຂຶ້ນຢ່າງບໍ່ຢຸດຢັ້ງ.
ຂ້າພະເຈົ້າ ຫວັງເປັນຢ່າງຍິ່ງວ່າ ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດດັ່ງກ່າວ ຈະນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ ແລະ ຍີ່ປຸ່ນ ພ້ອມທັງເປັນການປະກອບສ່ວນໃນການສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ຂໍອວຍພອນໄຊໃຫ້ສົມເດັດ ແລະ ພະບໍລົມວົງສານຸວົງທຸກພະອົງ ຈົ່ງມີພະລານາໄມສົມບູນ ແລະ ຊົງພະກະເສມສຳລານ ແລະ ມີອາຍຸຍິ່ງຍືນນານຕະຫຼອດໄປ.
ດ້ວຍຄວາມນັບຖືຢ່າງສູງ,
ບຸນຍັງ ວໍລະຈິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ, ວັນທີ 23 ກຸມພາ 2020
----------------------------------------------
ພະນະທ່ານ ອາເບະ ຊິນໂຊ,
ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ
ທີ່ ນະຄອນຫຼວງໂຕກຽວ
ພະນະທ່ານ,
ເນື່ອງໃນໂອກາດສະເຫຼີມສະຫຼອງວັນພະຣາຊະສົມພົບ ຂອງ ສົມເດັດເຈົ້າຈັກກະພັດ ນາຣຸຮິໂຕະ ຄົບຮອບ 60 ພັນສາ ກໍຄືວັນຊາດຍີ່ປຸ່ນ, ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າຂໍຖືເປັນກຽດສົ່ງພອນໄຊອັນປະເສີດ ແລະ ຄຳຊົມເຊີຍອັນອົບອຸ່ນ ມາຍັງ ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ, ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງ ຂອງພະນະທ່ານ ແລະ ຂໍອວຍພອນໄຊໂດຍຜ່ານ ພະນະທ່ານໄປຍັງປະຊາຊົນຍີ່ປຸ່ນທຸກຖ້ວນໜ້າ ຈົ່ງມີແຕ່ຄວາມຈະເລີນກ້າວໜ້າ ແລະ ສົມບູນພູນສຸກ.
ພາຍໃຕ້ການເປັນຄູ່ຮ່ວມຍຸດທະະສາດ ຂອງ ສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໄດ້ຮັບການຂະຫຍາຍຕົວ ແລະ ຢ່າງຕໍ່ເນື່ອງໃນຫຼາຍຂົງເຂດ, ໂດຍສະເພາະ ການຮ່ວມມືທາງດ້ານເສດຖະກິດ ແລະ ການລົງທຶນ ຂອງ ຍີ່ປຸ່ນ ຢູ່ ສປປ ລາວ ໄດ້ຮັບການຂະຫຍາຍຕົວຂຶ້ນເລື້ອຍໆ. ພ້ອມດຽວກັນນັ້ນ, ຂົງເຂດການຮ່ວມມື ໃໝ່ ກໍໄດ້ຮັບການພັດທະນາຂຶ້ນຢ່າງຕັ້ງໜ້າ. ລັດຖະບານ ແລະ ປະຊາຊົນລາວ ໄດ້ຕີລາຄາສູງ ແລະ ສະແດງຄວາມຮູ້ບຸນຄຸນ ຕໍ່ການຮ່ວມມືຊ່ວຍເຫຼືອ ກໍຄືການສະໜັບສະໜູນ ສປປ ລາວ ຂອງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຕະຫຼອດໄລຍະທີ່ຜ່ານມາ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ມີຜົນສໍາເລັດຢ່າງຈົບງາມ.
ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ການພົວພັນ ແລະ ການຮ່ວມມືທີ່ດີງາມ ລະຫວ່າງ ສອງປະເທດ ລາວ ແລະ ຍີ່ປຸ່ນ ຈະສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດພວກເຮົາ ກໍຄືການປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ, ວັນທີ 23 ກຸມພາ 2020
----------------------------------------------
ພະນະທ່ານ ໂມເຕງິ ໂທສິມິດຊຶ,
ລັດຖະມົນຕີຕ່າງປະເທດຍີ່ປຸ່ນ
ທີ່ ນະຄອນຫຼວງໂຕກຽວ
ພະນະທ່ານ,
ເນື່ອງໃນໂອກາດວັນພະຣາຊະສົມພົບ ຂອງ ສົມເດັດ ເຈົ້າຈັກກະພັດ ນາຣຸຮິໂຕະ ຄົບຮອບ 60 ພັນສາ ກໍຄືວັນຊາດຍີ່ປຸ່ນ,ຂ້າພະເຈົ້າ ຂໍຖືເປັນກຽດສົ່ງພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ໂດຍຜ່ານພະນະທ່ານໄປຍັງ ບັນດາການນຳ ແລະ ພະນັກງານກະຊວງຕ່າງປະເທດຍີ່ປຸ່ນ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງຕົນ.
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໄດ້ຮັບການເສີມຂະຫຍາຍໃຫ້ເຂັ້ມແຂງ ຕະຫຼອດໄລຍະ 65 ປີ ຜ່ານມາ, ເຊິ່ງເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນຳຂັ້ນສູງ ຂອງສອງປະເທດເປັນປະຈໍາ, ການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ, ໃນເວທີພາກພື້ນ ແລະ ສາກົນ, ລວມເຖິງການຊ່ວຍເຫຼືອເພື່ອການພັດທະນາດ້ານຊັບພະຍາກອນມະນຸດ, ໂຄງລ່າງພື້ນຖານ, ສາທາລະນະສຸກ, ກະສິກໍາ ແລະ ປ່າໄມ້ ກໍຄືບັນດາໂຄງການຕ່າງໆ ທີ່ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ມີຜົນສໍາເລັດຢ່າງຈົບງາມ.
ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ການເປັນຄູ່ຮ່ວມຍຸດທະສາດ ລາວ ແລະ ຍີ່ປຸ່ນ ຈະສືບຕໍ່ເສີມຂະຫຍາຍຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ ແລະ ຍີ່ປຸ່ນ ກໍຄືການຮ່ວມມືອັນສະໜິດແໜ້ນ ລະຫວ່າງ ສອງກະຊວງການຕ່າງປະເທດພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ພະນັກງານກະຊວງການຕ່າງປະເທດທຸກໆທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານການຕ່າງປະເທດຂອງຍີ່ປຸ່ນ.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ, ວັນທີ 23 ກຸມພາ 2020