ເນື່ອງໃນໂອກາດ ວັນສ້າງຕັ້ງອາເຊັມ ຄົບຮອບ 24 ປີ, ໃນວັນທີ 1 ມີນາ, ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ຢ່າງຈິງໃຈ ແລະ ສົ່ງຄຳອວຍພອນໄຊອັນປະເສີດ ມາຍັງປະຊາຊົນລາວ ແລະ ປະຊາຊົນຂອງບັນດາປະເທດສະມາຊິກອາເຊັມ ທັງໝົດ.
ຕະຫຼອດໄລຍະແຫ່ງການດຳລົງຄົງຕົວ ມາເປັນເວລາ 24 ປີ, ອາເຊັມ ໄດ້ພັດທະນາຕົນເອງ ໃຫ້ກາຍເປັນເວທີສະເພາະ ແລະ ສໍາຄັນໜຶ່ງ ໃນການເຊື່ອມຕໍ່ ລະຫວ່າງ ສອງພາກພື້ນອາຊີ ແລະ ເອີຣົບ. ອາເຊັມໄດ້ກາຍເປັນເວທີການປຶກສາຫາລືທາງດ້ານການເມືອງ, ການຮ່ວມມືດ້ານເສດຖະກິດ ແລະ ການແລກປ່ຽນດ້ານວັດທະນະທໍາ-ສັງຄົມ ແລະ ການສຶກສາ, ບົນພື້ນຖານຫຼັກການເຄົາລົບນັບຖື ເຊິ່ງກັນ ແລະ ກັນ, ການເປັນຄູ່ຮ່ວມມືທີ່ເທົ່າທຽມກັນ ແລະ ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ພ້ອມທັງຮ່ວມກັນປຶກສາຫາລືແກ້ໄຂບັນຫາສາກົນຕ່າງໆທີ່ເກີດຂຶ້ນ.
ໃນກອງປະຊຸມລັດຖະມົນຕີຕ່າງປະເທດອາເຊັມ ຄັ້ງທີ 14 ທີ່ໄດ້ຈັດຂຶ້ນໃນເດືອນ ທັນວາ 2019, ທີ່ ມາດຣິດ, ປະເທດ ແອັດສະປາຍ, ບັນດາສະມາຊິກອາເຊັມ ໄດ້ຮັບຮອງເອົາຖະແຫຼງການຂອງປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາເຊັມ ຄັ້ງທີ 14, ຊຶ່ງໄດ້ເນັ້ນໜັກເຖິງການຟື້ນຟູລະບົບການຮ່ວມມືແບບຫຼາຍຝ່າຍ, ການສົ່ງເສີມການຄ້າເສລີຂອງໂລກ, ຍົກສູງລະບົບການຄ້າບົນພື້ນຖານລະບຽບຫລັກການ ການຄ້າຫຼາຍຝ່າຍ ແລະ ຈັດການກັບບັນດາສິ່ງທ້າທາຍຕ່າງໆ ທີ່ໂລກກຳລັງປະເຊີນຢູ່ ເພື່ອເພີ່ມທະວີການເຊື່ອມຈອດແບບຍືນຍົງ, ໂດຍສະເພາະ ການເຊື່ອມຈອດ ລະຫວ່າງ ຄົນ ກັບ ຄົນ ຂອງສອງພາກພື້ນອາຊີ ແລະ ເອີຣົບ ເພື່ອນໍາເອົາບັນດາປະເທດ, ປະຊາຊົນ ແລະ ສັງຄົມ ໃຫ້ໃກ້ຊິດກັນຂຶ້ນກວ່າເກົ່າ.
ນັບແຕ່ໄດ້ເຂົ້າເປັນສະມາຊິກອາເຊັມ ແຕ່ປີ 2004 ເປັນຕົ້ນມາ, ສປປ ລາວ ໄດ້ປະກອບສ່ວນເຂົ້າໃນບັນດາກິດຈະກຳຂອງອາເຊັມ ຢ່າງຫ້າວຫັນ ກໍ່ຄືການເຂົ້າຮ່ວມກອງປະຊູມໃນລະດັບຕ່າງໆ ຢ່າງເປັນປົກກະຕິ. ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງອາເຊັມ ຄົບຮອບ 24 ປີ ນີ້, ສປປ ລາວ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບບັນດາປະເທດສະມາຊິກອາເຊັມ ແລະ ຄູ່ຮ່ວມມື ເພື່ອຍົກສູງຄວາມສໍາຄັນ ແລະ ສະໜັບສະໜູນຂະບວນການຂອງອາເຊັມ ໃຫ້ນັບມື້ນັບຂະຫຍາຍຕົວຂຶ້ນ.
ເນື່ອງໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍສະແດງຄວາມຂອບໃຈ ມາຍັງບັນດາປະເທດສະມາຊິກອາເຊັມ ທີ່ໄດ້ໃຫ້ການສະໜັບສະໜູນ, ຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ຢ່າງຕໍ່ເນື່ອງ ໃນຖານະທີ່ເປັນສະມາຊິກອາເຊັມດ້ວຍກັນ. ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ສາຍພົວພັນ ແລະ ການຮ່ວມມືທີ່ດີງາມ ແລະ ຍາວນານ ລະຫວ່າງ ສອງພາກພື້ນອາຊີ-ເອີຣົບ ຈະຍິ່ງນັບມື້ນັບເພີ່ມທະວີຄວາມແໜ້ນແຟ້ນຂຶ້ນ ແລະ ກ້າວໄປສູ່ລະດັບໃໝ່ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງພາກພື້ນ ອາຊີ-ເອີຣົບ.
ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ