ນະຄອນຫຼວງວຽງຈັນ, ວັນທີ ສິງຫາ 2020
ສົມເດັດ ຣາຊາທິບໍດີ,
ໃນນາມປະຊາຊົນລາວທັງຊາດ ແລະໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນແລະພອນໄຊອັນປະເສີດມາຍັງສົມເດັດ ຣາຊາທິບໍດີ ແລະ ປະຊາຊົນມາເລເຊຍ ເພື່ອນມິດທຸກຖ້ວນໜ້າເນື່ອງໃນໂອກາດວັນຊາດແຫ່ງ ມາເລເຊຍຄົບຮອບ 63ປີ.
ຂ້າພະເຈົ້າ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ທີ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວໃນຫຼາຍດ້ານຕະຫຼອດໄລຍະເວລາຫຼາຍກວ່າ 5 ທົດສະວັດທີ່ຜ່ານມາ. ຂ້າພະເຈົ້າເຊື້ອໝັ້ນຢ່າງໜັກແໜ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອທີ່ດີດັ່ງກ່າວ ລະຫວ່າງສອງປະເທດ ພວກເຮົາຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ຮັດແໜ້ນໃຫ້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊອັນປະເສີດແດ່ ສົມເດັດຣາຊາທິບໍດີ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກແລະ ປະສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງຂອງພະອົງ ແລະ ຂໍໃຫ້ປະຊາຊົນມາເລເຊຍ ຈົ່ງສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນຍິ່ງໆຂຶ້ນ.
ດ້ວຍຄວາມເຄົາລົບ ແລະນັບຖືເປັນຢ່າງສູງ.
ບຸນຍັງ ວໍລະຈິດ
ປະທານປະເທດ ແຫ່ງ ສປປ ລາວ
ສົມເດັດ ອັນ-ຊຸນຕານ ອັບດູນລາ ຣີ ອາຢາຕູດິນ
ອັນ-ມູສຕາຟາບິນລາຊາອິບນີອັນ-ມາຣູມ
ຊູນຕານຮາຈິອາມັດຊາ ອັນ-ມູສຕາອິນບິນລາ
ເຈົ້າຊີວິດ ແຫ່ງ ມາເລເຊຍ
ທີ່ ກົວລາລຳເປີ
ນະຄອນຫຼວງວຽງຈັນ, ວັນທີ ສິງຫາ 2020
ພະນະທ່ານ,
ເນື່ອງໃນໂອກາດວັນຊາດແຫ່ງມາເລເຊຍຄົບຮອບ 63ປີ, ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ຜ່ານ ພະນະທ່ານ ໄປຍັງ ລັດຖະບານ ແລະ ປະຊາຊົນມາເລເຊຍ ເພື່ອນມິດທຸກຖ້ວນໜ້າ.
ຂ້າພະເຈົ້າມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າຕະຫຼອດໄລຍະ5ທົດສະວັດກວ່າ ຜ່ານມາ,ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມ ຂອງສອງປະເທດພວກເຮົາໄດ້ຮັບການສົ່ງເສີມໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງທັງໃນຂອບສອງຝ່າຍແລະຫຼາຍຝ່າຍ. ຂ້າພະເຈົ້າ ພ້ອມແລ້ວທີ່ຈະເຮັດວຽກຮ່ວມກັບ ພະນະທ່ານ ຢ່າງໃກ້ຊິດ ເພື່ອຮັດແໜ້ນການພົວພັນໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ລາວ ແລະ ມາເລເຊຍກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດ ມາຍັງພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສູງສົ່ງຂອງພະນະທ່ານ.
ດ້ວຍຄວາມເຄົາລົບ ແລະນັບຖືເປັນຢ່າງສູງ.
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
ພະນະທ່ານ ຕັນ ສຣິ ດາໂຕະ ມູຢິດດິນ ໂມດ ຢັດຊິນ
ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ
ກົວລາລຳເປີ