ນະຄອນຫຼວງວຽງຈັນ, ວັນທີ 23 ກຸມພາ 2021
ພະບາດສົມເດັດ,
ເນື່ອງໃນໂອກາດອັນເປັນສິລິມົງຄຸນແຫ່ງວັນພະຣາຊະສົມພົບ ຄົບຮອບ 61 ພັນສາ ຂອງ ສົມເດັດ ກໍຄືວັນຊາດຍີ່ປຸ່ນ, ຕາງໜ້າໃຫ້ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,ຂ້າພະເຈົ້າ ຂໍສົ່ງຄຳອວຍພອນໄຊອັນປະເສີດ ແລະ ຄຳຊົມເຊີຍອັນອົບອຸ່ນມາຍັງສົມເດັດ ແລະ ພະບໍລົມວົງສານຸວົງທຸກພະອົງ ຈົ່ງຊົງພະກະເສມສຳລານ ແລະ ສືບຕໍ່ເປັນຮົ່ມໂພຮົ່ມໄຊໃຫ້ແກ່ ປະຊາຊົນຍີ່ປຸ່ນ ຕະຫຼອດໄປ.
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ, ໂດຍສະເພາະ ການເປັນຄູ່ຮ່ວມຍຸດທະສາດ ຂອງສອງປະເທດພວກເຮົາ ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາໃຫ້ນັບມື້ນັບກວ້າງຂວາງ ແລະ ແໜ້ນແຟ້ນຍິ່ງຂຶ້ນ.
ຂ້າພະເຈົ້າ ຫວັງເປັນຢ່າງຍິ່ງວ່າ ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດດັ່ງກ່າວ ພວກເຮົາ ຈະນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ ແລະ ຍີ່ປຸ່ນ ພ້ອມທັງເປັນການປະກອບສ່ວນໃນການສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊໃຫ້ສົມເດັດ ແລະ ພະບໍລົມວົງສານຸວົງທຸກພະອົງ ຈົ່ງມີພະລານາໄມສົມບູນ ແລະ ຊົງພະກະເສມສຳລານ ແລະ ມີອາຍຸຍິ່ງຍືນນານຕະຫຼອດໄປ.
ດ້ວຍຄວາມນັບຖືຢ່າງສູງ,
ບຸນຍັງ ວໍລະຈິດ
ປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສົມເດັດ ນາຣຸຮິໂຕະ
ເຈົ້າຈັກກະພັດ ແຫ່ງ ປະເທດຍີ່ປຸ່ນ
ທີ່ ນະຄອນຫຼວງໂຕກຽວ
ນະຄອນຫຼວງວຽງຈັນ, ວັນທີ 23 ກຸມພາ 2021
ພະນະທ່ານ,
ເນື່ອງໃນໂອກາດສະເຫຼີມສະຫຼອງວັນພະຣາຊະສົມພົບ ຂອງ ສົມເດັດເຈົ້າຈັກກະພັດ ນາຣຸຮິໂຕະ ຄົບຮອບ 61 ພັນສາ ກໍຄືວັນຊາດຍີ່ປຸ່ນ, ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງພອນໄຊອັນປະເສີດ ແລະ ຄຳຊົມເຊີຍອັນອົບອຸ່ນ ມາຍັງ ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ, ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງພະນະທ່ານ ແລະ ຂໍສົ່ງຄໍາອວຍພອນໄຊຜ່ານ ພະນະທ່ານ ໄປຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນທຸກຖ້ວນໜ້າ ຈົ່ງມີຄວາມຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມື ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ຕະຫຼອດມາ. ລັດຖະບານ ແລະ ປະຊາຊົນລາວ ຕີລາຄາສູງ ແລະ ສະແດງຄວາມຮູ້ບຸນຄຸນ ຕໍ່ການຮ່ວມມື ແລະ ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ຂອງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຕະຫຼອດໄລຍະທີ່ຜ່ານມາ, ໂດຍສະເພາະໃນຊ່ວງໄລຍະການແຜ່ລະບາດຂອງພະຍາດໂຄວິດ-19, ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວ ກໍຄືການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.
ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ສາຍພົວພັນ ແລະ ການຮ່ວມມືທີ່ດີງາມ ລະຫວ່າງ ສອງປະເທດ ລາວ ແລະ ຍີ່ປຸ່ນ ຈະສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດພວກເຮົາ ກໍຄືການປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ຊູງະ ໂຢຊິຮິເດະ,
ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ
ທີ່ ນະຄອນຫຼວງໂຕກຽວ
ນະຄອນຫຼວງວຽງຈັນ, ວັນທີ 23 ກຸມພາ 2021
ພະນະທ່ານ,
ເນື່ອງໃນໂອກາດວັນພະຣາຊະສົມພົບ ຂອງ ສົມເດັດ ເຈົ້າຈັກກະພັດ ນາຣຸຮິໂຕະ ຄົບຮອບ 61 ພັນສາ ກໍຄືວັນຊາດຍີ່ປຸ່ນ,ຂ້າພະເຈົ້າ ຂໍຖືເປັນກຽດສົ່ງພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ໂດຍຜ່ານ ພະນະທ່ານ ໄປຍັງ ບັນດາການນຳ ແລະ ພະນັກງານກະຊວງການຕ່າງປະເທດຍີ່ປຸ່ນ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງຕົນ.
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໄດ້ຮັບການເສີມຂະຫຍາຍ ຢ່າງກວ້າງຂວາງ ແລະ ແໜ້ນແຟ້ນ ໃນຊຸມປີຜ່ານມາ, ເຊິ່ງສະແດງອອກໃນການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ໃນເວທີພາກພື້ນ ແລະ ສາກົນ. ລັດຖະບານ ແລະ ປະຊາຊົນລາວ ຕີລາຄາສູງ ແລະ ສະແດງຄວາມຮູ້ບຸນຄຸນ ຕໍ່ການຮ່ວມມື ແລະ ການຊ່ວຍເຫຼືອ ສປປ ລາວ ຂອງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເປັນຕົ້ນແມ່ນການຊ່ວຍເຫຼືອເພື່ອການພັດທະນາດ້ານຊັບພະຍາກອນມະນຸດ, ໂຄງລ່າງພື້ນຖານ, ສາທາລະນະສຸກ, ກະສິກໍາ ແລະ ປ່າໄມ້ ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ມີຜົນສໍາເລັດຢ່າງຈົບງາມ.
ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ການເປັນຄູ່ຮ່ວມຍຸດທະສາດ ລາວ ແລະ ຍີ່ປຸ່ນ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ ແລະ ຍີ່ປຸ່ນ ກໍຄືການຮ່ວມມືອັນສະໜິດແໜ້ນ ລະຫວ່າງ ສອງກະຊວງການຕ່າງປະເທດພວກເຮົາ.
ອີກເທື່ອໜຶ່ງ, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດ ຂອງພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ໂມເຕງິ ໂທຊິມິດຊຶ,
ລັດຖະມົນຕີຕ່າງປະເທດຍີ່ປຸ່ນ
ທີ່ ນະຄອນຫຼວງໂຕກຽວ