ນະຄອນຫລວງວຽງຈັນ, ວັນທີ 31 ພຶດສະພາ 2021
ສະຫາຍ ຟ້າມ ມິງ ຈິງ, ທີ່ນັບຖື ຮັກແພງ
ຂ້າພະເຈົ້າ ໄດ້ຕິດຕາມຂ່າວສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃຫມ່ ຢູ່ ສສ ຫວຽດນາມ ຢ່າງໃກ້ຊິດ ແລະ ຊາບວ່າ ການແຜ່ລະບາດໃນຮອບນີ້ ແມ່ນ ໄດ້ຂະຫຍາຍແບບວົງກວ້າງ ແລະ ໄວວາເຂົ້າສູ່ຫຼາຍແຂວງທີ່ສຳຄັນຂອງຫວຽດນາມ. ຕໍ່ກັບສະພາບການດັ່ງກ່າວນີ້, ເພື່ອສະກັດກັ້ນບໍ່ໃຫ້ຂະຫຍາຍອອກໄປວົງກວ້າງກວ່ານີ້, ພັກ ແລະ ລັດຖະບານ ຫວຽດນາມ ອ້າຍນ້ອງໄດ້ວາງມາດຕະການຢ່າງຖືກຕ້ອງ ແລະ ທັນການ ໂດຍໄດ້ຮັບການສະໜັບສະໜຸນ ແລະ ຮ່ວມມືຈາກປະຊາຊົນຫວຽດນາມໃນທົ່ວປະເທດ, ສະຫາຍຫວຽດນາມກໍ່ສາມາດຄວບຄຸມສະຖານະການໄດ້ໂດຍພື້ນຖານ, ເຖິງແມ່ນວ່າການແຜ່ລະບາດຢູ່ບາງເຂດເຊັ່ນ ແຂວງ ບັກຢາງ ແລະ ໂຮຈິມີນ ຍັງມີຈໍານວນໂຕເລກສູງກໍ່ຕາມ.
ໃນນາມພັກ, ລັດຖະບານ ແລະ ປະຊາຊົນ ລາວ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມເຫັນອົກເຫັນໃຈຢ່າງຈິງໃຈ ມາຍັງ ສະຫາຍ ແລະ ຜ່ານສະຫາຍໄປຍັງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ໂດຍສະເພາະແມ່ນອຳນາດການປົກຄອງ, ປະຊາຊົນຢູ່ທ້ອງຖິ່ນ ທີ່ມີການລະບາດຂອງພະຍາດໂຄວິດ-19 ໃນຄັ້ງໃຫມ່ນີ້. ເວລາໃດພວກຂ້າພະເຈົ້າກໍ່ມີຄວາມຮູ້ບຸນຄຸນ ແລະ ຊາບຊຶ້ງ ຕໍ່ນໍ້າໃຈຂອງສະຫາຍຫວຽດນາມອ້າຍນ້ອງທີ່ໄດ້ໃຫ້ການຊ່ວຍເຫຼືອ ພັກ, ລັດຖະບານ ແລະ ປະຊາຊົນລາວ ມາຕະຫຼອດແມ້ກະທັ້ງໃນເວລາທີ່ພວກສະຫາຍປະເຊີນກັບການລະບາດທີ່ຮ້າຍແຮງໃນປະຈຸບັນນີ້.ບົນຈິດໃຈດັ່ງກ່າວຂ້າພະເຈົ້າຂໍຢືນຢັນເຖິງຄວາມພ້ອມຂອງ ພັກ-ລັດ ແລະ ປະຊາຊົນລາວ ອ້າຍນ້ອງທີ່ຈະຢືນຢູ່ຄຽງຂ້າງສະຫາຍຫວຽດນາມ ຕະຫຼອດເວລາໂດຍສະເພາະ ໃນຍາມທີ່ ຫວຽດນາມ ປະເຊີນກັບສິ່ງຫຍຸ້ງຍາກ ແລະ ພ້ອມທີ່ຈະໃຫ້ການຮ່ວມມືກໍ່ຄືຊ່ວຍເຫຼືອເທົ່າທີ່ພວກເຮົາຈະເຮັດໄດ້ເພື່ອສະແດງໃຫ້ເຫັນເຖິງ ສາຍພົວພັນມິດຕະພາບອັນຫຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ.
ພວກຂ້າພະເຈົ້າ ມີຄວາມເຊື່ອຫມັ້ນຢ່າງຫນັກແຫນ້ນວ່າ ດ້ວຍການຊີ້ນຳນຳພາອັນສະຫຼາດສ່ອງໄສ ແລະ ທັນການ ຂອງພັກ; ດ້ວຍເງື່ອນໄຂຄວາມພ້ອມ, ການຕັດສິນໃຈສູງ ຂອງລັດຖະບານ ແລະ ຄວາມມີສະຕິສູງຂອງປະຊາຊົນຫວຽດນາມ, ສະຫາຍຫວຽດນາມ ຈະສາມາດຄວບຄຸມ ແລະ ເອົາຊະນະການແຜ່ລະບາດຂອງພະຍາດໂຄວິດ-19 ໃນຂອບເຂດທົ່ວປະເທດໃນໄວໆນີ້. ພັກ, ລັດຖະບານ ແລະ ປະຊາຊົນລາວ ບໍ່ວ່າເວລາໃດກໍຢືນຢັນຈະຢູ່ຄຽງຂ້າງເປັນກຳລັງໃຈ ແລະ ໃຫ້ການສະຫນັບສະຫນູນ ສະຫາຍຫວຽດນາມ ໃນການຕໍ່ສູ້ ແລະ ເອົາຊະນະພະຍາດລະບາດທີ່ຮ້າຍນີ້ໄປນຳກັນ.
ທ້າຍສຸດນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ສະຫາຍ ຈົ່ງມີສຸຂະພາບແຂງແຮງ, ມີພະລະນາໄມສົມບູນ ແລະ ປະສົບຜົນສຳເລັດ ອັນໃຫຍ່ຫລວງ ໃນຫນ້າທີ່ອັນສຳຄັນຍີ່ງຂອງສະຫາຍ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ
ພັນຄຳ ວິພາວັນ
ສະຫາຍ ຟ້າມ ມິງ ຈິງ,
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ
ທີ່ ນະຄອນຫລວງຮ່າໂນ້ຍ