ພະນະທ່ານ ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ທີ່ ນະຄອນຫຼວງວຽງຈັນ.
ພະນະທ່ານ,
ຂ້າພະເຈົ້າ ມີຄວາມປິຕິຍິນດີທີ່ໄດ້ຮັບຊາບວ່າ ພະນະທ່ານ ໄດ້ຮັບແຕ່ງຕັ້ງດໍາລົງຕໍາແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອີກສະໄໝໜຶ່ງ ຂອງຄະນະລັດຖະບານຊຸດໃຫມ່.
ຂ້າພະເຈົ້າ ຂໍຖືໂອກາດນີ້ສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ກັບຄວາມໄວ້ເນື້ອເຊື່ອໃຈຈາກການນໍາຂັ້ນສູງຂອງ ສປປ ລາວ ທີ່ໄດ້ແຕ່ງຕັ້ງທ່ານ ແລະ ຂໍອວຍພອນໃຫ້ທ່ານຈົງປະສົບຜົນສໍາເລັດໃນໄລຍະດໍາລົງຕໍາແໜ່ງດັ່ງກ່າວດ້ວຍ.
ຂ້າພະເຈົ້າ ເຊື່ອຫມັ້ນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມື ຂອງສອງປະເທດພວກເຮົາທີ່ມີຢູ່ແລ້ວນັ້ນ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍພາຍໃຕ້ຄວາມພະຍາຍາມຮ່ວມກັນ ເພື່ອຄວາມວັດທະນະຖາວອນຂອງ ປະຊາຊົນສອງຊາດພວກເຮົາ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,
ສາສະດາຈານ ໂຣເບິດ ດູຊີ
ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ໂຕໂກ