ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການນຳຂັ້ນສູງ ແຫ່ງ ຣາຊະອານາຈັກ ກຳປູເຈຍ ສົ່ງສານອວຍພອນວັນສ້າງຕັ້ງສາຍພົວພັນການທູດ ລາວ-ກຳປູເຈຍ ຄົບຮອບ 65 ປີ

 

ພະນະທ່ານ ທອງລຸນ ສີສຸລິດ

ປະທານປະເທດ ແຫ່ງ ສາທາະລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ພະນະທ່ານ ປະທານປະເທດ,

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ຜ່ານພະນະທ່ານໄປຍັງ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ເປັນເພື່ອນມິດ, ເນື່ອງໃນໂອກາດອັນສະຫງ່າລາສີແຫ່ງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ຣາຊະອານາຈັກ ກໍາປູເຈຍ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 65 ປີ.

ຂ້າພະເຈົ້າ ມີຄວາມຮູ້ສຶກພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ການພົວພັນທີ່ເປັນມູນເຊື້ອໝັ້ນຄົງຍາວນານ ແລະ ສາຍພົວພັນມິດຕະພາບ ລະຫວ່າງ ສອງຊາດ ກຳປູເຈຍ-ລາວ ໄດ້ຮັບການຖະນຸຖະໜອມ ແລະ ເພີ່ມພູນຄູນສ້າງໂດຍການນຳ ແລະ ປະຊາຊົນທີ່ເປັນຄົນລຸ້ນໃໝ່ຂອງທັງສອງປະເທດບົນຈິດໃຈຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ເພື່ອນບ້ານທີ່ດີ, ຄວາມສາມັກຄີອ້າຍນ້ອງ. ດ້ວຍຄວາມມຸ່ງໝັ້ນ ແລະ ຄວາມພະຍາຍາມຂອງສອງລັດຖະບານເຮັດໃຫ້ການຮ່ວມມືໃນຫຼາຍຂົງເຂດລວມທັງການເມືອງຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳສັງຄົມ ໄດ້ຮັບການເສີມຂະຫຍາຍ ແລະ ຍົກລະດັບຂຶ້ນໄປອີກລະດັບໃໝ່.

ຂ້າພະເຈົ້າ ມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ການສະເຫຼີມສະຫຼອງວັນທີ່ມີຄວາມໝາຍສຳຄັນດັ່ງກ່າວນີ້ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນດີງາມທີ່ມີມາແຕ່ດົນນານ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານລະຫວ່າງ ສອງປະເທດທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ ກໍ່ຄືເພື່ອສັນຕິພາບ ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.

ຂໍອວຍພອນໃຫ້ ພະນະທ່ານ ຈົ່ງມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ໄດ້ຮັບຜົນສໍາເລັດອັນໃຫຍ່ຫລວງໃນພາລະກິດອັນມີກຽດສູງສົ່ງຂອງພະນະທ່ານ.

ດ້ວຍຄວາມນັບຖືຢ່າງສູງ,

(ລາຍເຊັນ)

ໂນໂຣດົມ ສີຫາມຸນີ

ພະມະຫາກະສັດແຫ່ງ ກໍາປູເຈຍ

ພະນົມເປັນ, 12 ມິຖຸນາ 2021

---------------------------------------------------

                                 

ພະນະທ່ານ ພັນຄຳ ວິພາວັນ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ທີ່ ນະຄອນຫຼວງວຽງຈັນ

ພະນະທ່ານ,

ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ທີ່ເປັນເພື່ອນມິດ, ເນື່ອງໃນໂອກາດອັນສະຫງ່າລາສີ ແຫ່ງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ຣາຊະອານາຈັກ ກໍາປູເຈຍ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 65 ປີ.

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະ 65 ປີ ຜ່ານມາ, ກຳປູເຈຍ ແລະ ສປປ ລາວ ມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືທີ່ດີເລີດ, ບົນຈິດໃຈບ້ານໃກ້ເຮືອນຄຽງທີ່ດີ, ຄວາມສາມັກຄີ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ຢືນຢັນຄືນເຖິງຄວາມມຸ້ງໝັ້ນ ຂອງຂ້າພະເຈົ້າ ຕໍ່ພະນະທ່ານ ທີ່ຈະສືບຕໍ່ຮ່ວມເຮັດວຽກຢ່າງໃກ້ຊິດກັບພະນະທ່ານ ເພື່ອຮັດແໜ້ນສາຍພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ກໍ່ຄືເພື່ອຊຸກຍູ້ການພັດທະນາປະເທດຊາດ ຂອງທັງສອງປະເທດ ໃຫ້ເຂັ້ມແຂງຍິ່ງຂຶ້ນ, ເພື່ອຮັບມືກັບສິ່ງທ້າທາຍໃນພາກພື້ນ ແລະ ໃນໂລກ, ເປັນຕົ້ນແມ່ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ຮ່ວມມືກັນ ເພື່ອເສີມຂະຫຍາຍສັນຕິພາບ, ສະຖຽນລະພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາແບບຍືນຍົງ ຂອງປະຊາຊົນພວກເຮົາ, ກໍ່ຄືຂອງປະຊາຄົມອາຊຽນ ແລະ ປະຊາຄົມໂລກ.

ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການຊີ້ນຳນຳພາຢ່າງມີວິໄສທັດຂອງພະນະທ່ານ, ສປປ ລາວ ຈະສາມາດຍາດໄດ້ຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າ ທາງດ້ານເສດຖະກິດຢ່າງຮອບດ້ານ ແລະ ກ້າວໄປຢ່າງໝັ້ນທ່ຽງ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 2021-2025 ໃຫ້ປະກົດຜົນເປັນຈິງຢ່າງຈົບງາມ.

ດ້ວຍຄວາມນັບຖືຢ່າງສູງ, ຂໍອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດຍິ່ງໃຫຍ່ກວ່າເກົ່າໃນໜ້າທີ່ອັນສູງສົ່ງຂອງພະນະທ່ານ.

(ລາຍເຊັນ)

ຮຸນແຊນ

ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ

ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ

ພະນົມເປັນ, ວັນທີ 14 ມິຖຸນາ 2021

---------------------------------------------------

 

 

ພະນະທ່ານ ສະເຫຼີມໄຊ ກົມມະສິດ

 

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ທີ່ນະຄອນຫຼວງວຽງຈັນ

 

ພະນະທ່ານ ລັດຖະມົນຕີທີ່ຮັກແພງ.

 

ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ຄຳອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນ ແຫ່ງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ຣາຊະອານາຈັກ ກຳປູເຈຍ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 65 ປີ.

 

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ກຳປູເຈຍ ແລະ ສປປ ລາວ ໄດ້ຮັບການຖະນຸຖະໜອມ ແລະ ຮັດແໜ້ນຢ່າງຕໍ່ເນື່ອງ ນັບແຕ່ປີ 1956 ເປັນຕົ້ນມາ, ບົນຈິດໃຈມິດຕະພາບອັນເປັນມູນເຊື້ອ, ຄວາມເປັນເພື່ອນບ້ານທີ່ດີ ແລະ ມິດສະຫາຍອ້າຍນ້ອງທີ່ດີ. ສອງປະເທດພວກເຮົາ ໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຮັດແໜ້ນການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ແລະ ຍົກການຮ່ວມມືທີ່ມີຫຼາຍຮູບຫຼາຍສີຂອງພວກເຮົາ ໄປສູ່ລະດັບສູງໃໝ່ ເຊິ່ງລວມທັງຂົງເຂດການເມືອງ - ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ.

 

ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ຢືນຢັນຄືນເຖິງຄວາມມຸ້ງມາດປາດຖະໜາອັນແຮງກ້າຂອງຂ້າພະເຈົ້າ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນສອງຝ່າຍ ລະຫວ່າງ ກຳປູເຈຍ ແລະ ສປປ ລາວ ໃນຊຸມປີຕໍ່ໜ້າ ໃຫ້ຈະເລີນຮຸ່ງເຮືອງຍິ່ງຂຶ້ນເພື່ອປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງ ພາຍໃນພາກພື້ນ ແລະ ສາກົນ.

 

ດ້ວຍຄວາມນັບຖືຢ່າງສູງ,ຂໍອວຍພອນໄຊອັນປະເສີດມາຍັງພະນະທ່ານຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດຍິ່ງໃຫຍ່ກວ່າເກົ່າ ແລະ ນໍາຄວາມຈະເລີນຮຸ່ງເຮືອງມາສູ່ ປະຊາຊົນລາວ.

 

(ລາຍເຊັນ)

 

ປຣາກ ໂຊຄົນ

 

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະການຮ່ວມມືສາກົນ

 

ພະນົມເປັນ,ວັນທີ 14 ມິຖຸນາ 2021

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
489071
ມື້ນີ້145
ມື້ວານ203
ອາທິດນີ້270
ເດືອນນີ້2464