ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານສະແດງຄວາມເຫັນໃຈ ຕໍ່ເຫດການອຸທົກກະໄພນໍ້າຖ້ວມ ຢູ່ພາກໃຕ້ຂອງປະເທດເຢຍລະມັນ

ນະຄອນຫຼວງວຽງຈັນ, ວັນທີ 20 ກໍລະກົດ 2021

ພະນະທ່ານ,

ຂ້າພະເຈົ້າໄດ້ຮັບຊາບຂ່າວດ້ວຍຄວາມເສົ້າເສຍໃຈ ຕໍ່​ເຫດການອຸທົກກະໄພທີ່ຮຸນແຮງ ຢູ່ລັດ North Rhine-Westphalia, Rhineland-Palatinate, Saarlandແລະ ລັດອື່ນໆ ຂອງປະເທດ ເຢຍລະມັນ ທີ່ເກີດຂຶ້ນ ແຕ່ວັນທີ 15 ກໍລະກົດ 2021, ອັນເປັນສາເຫດໃຫ້ມີຜູ້ເສຍຊີວິດ​ ແລະ ຄວາມເສຽຫາຍຢ່າງຫຼວງຫຼາຍຕໍ່ຊັບສິນຂອງປະຊາຊົນ ທີ່ອາໄສຢູ່ໃນພື້ນທີ່ດັ່ງກ່າວ.

ໃນນາມລັດຖະບານ ​ແລະ ປະຊາຊົນແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ກໍ່ຄືໃນນາມສ່ວນຕົວ, ຂ້າພະ​​ເຈົ້າ ຂໍ​ສະ​ແດງ​ຄວາມ​ເສົ້າສະຫຼົດ​ໃຈ ​ແລະ ສະ​ແດງ​ຄວາມ​ເຫັນ​ໃຈ​ຢ່າງ​ສຸດຊຶ້ງ ມາ​ຍັງພະນະທ່ານ, ລັດຖະບານ ​ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ກໍ​ຄື​ ຄອບຄົວ ​ຂອງ​ຜູ້​ທີ່​ໄດ້​ຮັບ​ເຄາະ​ຮ້າຍ ຈາກ​ເຫດການ​ອຸທົກກະໄພນໍ້າຖ້ວມໃນຄັ້ງນີ້ດ້ວຍ.

ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ຢ່າງຕັ້ງໜ້າ ຂອງ ລັດຖະບານ ແລະ ຂອງ ຕົວທ່ານເອງນັ້ນ, ປະຊາຊົນເຢຍລະມັນ ຈະສາມາດຜ່ານຜ່າໄພພິບັດຄັ້ງນີ້ ແລະ ພື້ນຟູເຂດດັ່ງກ່າວ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

                                            

                                                                        ດ້ວຍຄວາມນັບຖືຢ່າງສູງ,

                                                                                                                           ພັນຄໍາ ວິພາວັນ

                                              

ພະນະທ່ານດຣ.ນາງອັງແກນລາແມກແກນ

ນາຍົກລັດຖະມົນຕີແຫ່ງສາທາລະນະລັດສະຫະພັນເຢຍລະມັນ

ທີ່ແບກແລັງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
489246
ມື້ນີ້89
ມື້ວານ231
ອາທິດນີ້445
ເດືອນນີ້2639