ສະຫາຍ ຫງວຽນ ຊວັນ ຟຸກ,
ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ
ທີ່ ນະຄອນຫລວງຮ່າໂນຍ
ສະຫາຍ ຫງວຽນ ຊວັນ ຟຸກ, ທີ່ນັບຖື.
ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ຢ່າງຈິງໃຈມາຍັງ ສະຫາຍ ເນື່ອງໃນໂອກາດທີ່ ສະຫາຍ ໄດ້ຮັບເລືອກຕັ້ງ ໃຫ້ດໍາລົງຕໍາແຫນ່ງເປັນ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນກອງປະຊຸມສະໄໝສາມັນ ຂອງ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ຊຸດທີ XV ໃນວັນທີ 26 ກໍລະກົດ 2021.
ການທີ່ສະຫາຍ ໄດ້ຮັບເລືອກຕັ້ງເປັນ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນຄັ້ງນີ້ ແມ່ນສະແດງໃຫ້ເຫັນເຖິງ ຄວາມໄວ້ເນື້ອເຊື່ອໃຈອັນສູງສົ່ງຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ.
ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ, ດ້ວຍຄວາມສາມາດ ແລະ ປະສົບການອັນອຸດົມສົມບູນ ຂອງ ສະຫາຍ ຈະສືບຕໍ່ຍາດໄດ້ຜົນສຳເລັດອັນໃຫມ່ ທີ່ສຳຄັນ ແລະ ຍິ່ງໃຫຍ່ກວ່າເກົ່າ, ຂ້າພະເຈົ້າ ຢືນຢັນຄວາມພ້ອມທີ່ຈະຮ່ວມມືກັບ ສະຫາຍ ປະກອບສ່ວນເຂົ້າໃນການເພີ່ມພູນຄຸນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ແລະ ເປັນມູນເຊື້ອຖານສະຫາຍອ້າຍນ້ອງ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຂອງພວກເຮົາ ທີ່ມີປະທານ ໂຮ່ຈີມີນ ຜູ້ນຳທີ່ຍິ່ງໃຫຍ່ ແລະ ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ ແສນຮັກ ໄດ້ສ້າງຕັ້ງມາແລ້ວນັ້ນໄດ້ຮັບການປົກປັກຮັກສາ ແລະ ເສີມຂະຫຍາຍໂດຍການນຳຮຸ່ນຕໍ່ໆມາ ໃຫ້ນັບມື້ຈະເລີນງອກງາມ. ພິເສດແມ່ນສືບຕໍ່ຊີ້ນໍາ ນໍາພາການຈັດຕັ້ງປະຕິບັດ ຜົນການພົບປະຂອງສອງພັກ, ສອງລັດ ລາວ-ຫວຽດນາມ ໃນທ້າຍເດືອນ ມິຖຸນາ ຜ່ານມາໃຫ້ແຕກດອກອອກຜົນຂຶ້ນເລື້ອຍໆ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດພວກເຮົາ ກໍ່ຄື ເພື່ອສັນຕີພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອພັດທະນາຢູ່ໃນພາກພື້ນ ແລະ ສາກົນ.
ຂໍອວຍພອນໃຫ້ສະຫາຍ ແລະ ຄອບຄົວ ຈົ່ງມີພະລານະໄມສົມບູນ, ມີຄວາມຜາສຸກ ແລະ ຍາດໄດ້ຜົນສຳເລັດໃຫມ່ ໃຫຍ່ຫລວງກວ່າເກົ່າ ໃນຫນ້າທີ່ອັນສູງສົ່ງ ຂອງສະຫາຍ. ຂ້າພະເຈົ້າຄອງຄອຍທີ່ຈະໄດ້ຕ້ອນຮັບ ການຢ້ຽມຢາມສັນຖະວະໄມຕີ ຢ່າງເປັນທາງການ ສປປ ລາວ ຂອງສະຫາຍ ໃນຕົ້ນເດືອນສິງຫາ ທີ່ຈະມາເຖິງນີ້.
ອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍີ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງຫມັ້ນຄົງຂະນົງແກ່ນ ຕະຫລອດໄປ.
ດ້ວຍຄວາມຮັກແພງຖານອ້າຍນ້ອງ.
ທອງລຸນ ສີສຸລິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ, ວັນທີ 26 ກໍລະກົດ 2021
-------------------------------------------------
ສະຫາຍ ຟ້າມ ມິງ ຈິງ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ
ທີ່ ນະຄອນຫລວງຮ່າໂນ້ຍ
ສະຫາຍ ຟ້າມ ມິງ ຈິງ, ທີ່ນັບຖື.
ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ມາຍັງ ສະຫາຍ ເນື່ອງໃນໂອກາດທີ່ ສະຫາຍ ໄດ້ຮັບເລືອກຕັ້ງໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ຊຸດທີ XV ໃນວັນທີ 26 ກໍລະກົດ 2021 ໃຫ້ດຳລົງຕຳແຫນ່ງເປັນນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ.
ການທີ່ ສະຫາຍ ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີ ສະແດງໃຫ້ເຫັນເຖິງ ຄວາມຮູ້, ຄວາມສາມາດ ແລະ ຄວາມເຊື່ອຫມັ້ນທີ່ ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ມີຕໍ່ບົດບາດ, ຄວາມສາມາດ ແລະ ວິໄສທັດໃນການບໍລິຫານປະເທດ ຂອງ ສະຫາຍ ເພື່ອນຳພາປະເທດຫວຽດນາມ ສືບຕໍ່ມີຄວາມຈະເລີນກ້າວຫນ້າ ແລະ ວັດທະນະຖາວອນຍິ່ງໆຂື້ນ. ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍຄວາມສາມາດ ແລະ ປະສົບການອັນຍິ່ງໃຫຍ່ ຂອງສະຫາຍ, ສະຫາຍຈະສືບຕໍ່ປະຕິບັດພະລະກິດອັນໃຫຍ່ ແລະ ສຳຄັນ ຄືດັ່ງກ່າວດ້ວຍຜົນສຳເລັດອັນຈົບງາມຂ້າພະເຈົ້າ ຈະເຮັດສຸດຄວາມສາມາດ ຮ່ວມກັບ ສະຫາຍ ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ ອັນຍີ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຂອງພວກເຮົາໃຫ້ເກີດດອກອອກຜົນຍີ່ງໆຂື້ນ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ ພວກເຮົາກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ ຄວາມສົມບູນພູນສຸກ ຢູ່ໃນພາກພື້ນ ແລະ ສາກົນ.
ຂ້າພະເຈົ້າຂໍອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃຫມ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດອັນມີກຽດ ແລະ ສູງສົ່ງຂອງສະຫາຍ.
ອວຍພອນໃຫ້ ສາຍພົວພັນມິດຕະພາບ ອັນຍີ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ຈົ່ງຫມັ້ນຄົງຂະນົງແກ່ນ ຕະຫລອດກາລະນານ.
ດ້ວຍຄວາມຮັກແພງຖານອ້າຍນ້ອງ,
ພັນຄໍາ ວິພາວັນ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ, ວັນທີ 26 ກໍລະກົດ 2021
-------------------------------------------------
ສະຫາຍ ບຸຍ ແທັງ ເຊີນ,
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ
ທີ່ນະຄອນຫຼວງ ຮ່າໂນ້ຍ.
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ຮັບຊາບຂ່າວວ່າ ໃນກອງປະຊຸມສະໄໝສາມັນ ສະພາແຫ່ງຊາດຊຸດທີ xv ໄດ້ຮັບຮອງການແຕ່ງຕັ້ງສະຫາຍໃຫ້ດຳລົງຕຳແຫນ່ງເປັນລັດຖະມົນຕີຕ່າງປະເທດ ແຫ່ງ ສສ ຫວຽດນາມ. ສີ່ງດັ່ງກ່າວໄດ້ສະເເດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ຂອງ ພັກ, ລັດຖະບານ ແຫ່ງ ສສ ຫວຽດນາມ ຕໍ່ຄວາມສາມາດ, ບົດບາດໃນການຊີ້ນໍາ-ນໍາພາ ແລະ ການປະກອບສ່ວນອັນສໍາຄັນ ແລະ ມີປະສິດທິຜົນ ໃນຂົງເຂດວຽກງານຕ່າງປະເທດ ຂອງສະຫາຍ. ຕາງຫນ້າໃຫ້ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະເເດງຄວາມຊົມເຊີຍຢ່າງອົບອຸ່ນທີ່ສຸດມາຍັງສະຫາຍມານະໂອກາດນີ້.
ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ, ດ້ວຍຄວາມສາມາດ ແລະ ປະສົບການອັນອຸດົມສົມບູນ, ສະຫາຍ ຈະສືບຕໍ່ຍາດໄດ້ຜົນສໍາເລັດອັນໃໝ່ ແລະ ຍິ່ງໃຫຍ່ກວ່າເກົ່າໃນໜ້າທີ່ອັນສໍາຄັນ ແລະ ສູງສົ່ງ ທີ່ພັກ, ລັດ ແຫ່ງ ສສຫວຽດນາມ ໄດ້ມອບໝາຍໃຫ້ ກໍຄືການສືບຕໍ່ເອົາໃຈໃສ່ປະກອບສ່ວນເຂົ້າໃນການເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂື້ນ. ພິເສດແມ່ນຮ່ວມກັນສືບຕໍ່ຜັນຂະຫຍາຍຜົນການພົບປະຂອງສອງເລຂາທິການໃຫຍ່ ລາວ-ຫວຽດນາມ ໃນທ້າຍເດືອນ ມິຖຸນາ 2021 ທີ່ຜ່ານມາໃຫ້ແຕກດອກອອກຜົນຂຶ້ນເລື້ອຍໆ. ພ້ອມດຽວກັນນີ້, ຂ້າພະເຈົ້້າກໍ່ພ້ອມທີ່ຈະເຮັດວຽກຮ່ວມກັບສະຫາຍຢ່າງໃກ້ຊິດ ເພື່ອພ້ອມກັນຈັດຕັ້ງປະຕິບັດ ບັນດາກົນໄກການຮ່ວມມືຂອງສອງກະຊວງການຕ່າງປະເທດໃຫ້ມີໝາກມີຜົນ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດພວກເຮົາ ກໍ່ຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອພັດທະນາຢູ່ໃນພາກພື້ນ ແລະ ສາກົນ.
ອວຍພອນໃຫ້ສະຫາຍ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນໜ້າທີ່ອັນມີກຽດຂອງສະຫາຍ.
ຮຽນມາຍັງສະຫາຍດ້ວຍຄວາມນັບຖື ແລະ ຮັກແພງ.
ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ
ນະຄອນຫຼວງວຽງຈັນ, ວັນທີ 27 ກໍລະກົດ 2021