ນະຄອນຫລວງວຽງຈັນ, ວັນທີ 16 ທັນວາ 2021
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ນີເຊຄົບຮອບ 63 ປີ ແລະ ວັນແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ນີເຊຄົບຮອບ 15 ປີ, ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະ ທ່ານ, ລັດຖະບານ ແລະ ປະຊາຊົນ ນີເຊເພື່ອນມິດ.
ຂ້າພະເຈົ້າ ເຊື່ອໝັ້ນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ນີເຊຈະສືບຕໍ່ໄດ້ຮັບການພັດທະນາໃນຊຸມປີຕໍ່ໜ້າ ເພື່ອຜົນປະ ໂຫຍດຂອງສອງປະເທດພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ປະສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງ ແລະ ປະຊາຊົນ ນີເຊ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງ.
ດ້ວຍຄວາມນັບຖືຢ່າງສູງ.
ສະເຫລີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ຫັດຊູມີ ມັດຊາອູດູ
ລັດຖະມົນຕີແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ
ແລະ ການຮ່ວມມື ແຫ່ງ ສາທາລະນະລັດ ນີເຊ
ທີ່ໄນເມ