ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນຊາດລາວຄົບຮອບ 46 ປີ ຈາກບັນດາການນຳ ແຫ່ງ ລັດປາແລັດສະຕິນ

ລັດປາແລັດສະຕິນ

                                                      ປະທານາທິບໍດີ

    

ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ນະຄອນຫຼວງວຽງຈັນ

ພະນະທ່ານ,

 

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ມີຄວາມປິຕິຍິນດີ ສົ່ງຄຳຊົມເຊີຍ ມາຍັງ ພະນະທ່ານ ແລະ ຜ່ານ ພະນະທ່ານ ໄປຍັງ ຄະນະລັດຖະບານ ແລະ ປະຊາຊົນລາວ ເພື່ອນມິດ. ໃນນາມປະຊາຊົນ ແຫ່ງ ລັດປາແລັດສະຕິນ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ອວຍພອນໃຫ້ ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ. ຂໍໃຫ້ປະຊາຊົນລາວ ຈົ່ງມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ ແລະ ຂໍໃຫ້ສາຍພົວພັນມິດຕະພາບ ແລະ ການເຄົາລົບນັບຖືເຊິ່ງກັນ ແລະ ກັນ ລະຫວ່າງ ປະຊາຊົນສອງຊາດພວກເຮົາ ຈົ່ງໄດ້ຮັບການພັດທະນາ ແລະ ວັດທະນະຖາວອນຍິ່ງໆຂຶ້ນ.

 

 ດ້ວຍຄວາມນັບຖືຢ່າງສູງ,

 ຣາມາລາ, 02 ທັນວາ 2021

                                                                                                          (ລາຍເຊັນ)

ມາ​ມູດ ອັບ​ບາດ

ປະ​ທາ​ນາ​ທິ​ບໍ​ດີ ແຫ່ງ ລັດ​ປາ​ແລັດ​ສະ​ຕິນ

                                                                                 ປະ​ທານ​ຄະ​ນະ​ກຳ​ມະ​ການອົງ​ການ​ປົດ​ປ່ອຍ ປາແລັດສະຕິນ

 

--------------------------------------------------------------------------------------------------------------------------------------------------------                                                

 

                                                    ລັດປາແລັດສະຕິນ

                      ກະຊວງການຕ່າງປະເທດ ແລະ ການຕັ້ງພູມລໍາເນົາ ແຫ່ງ ລັດປາແລັດສະຕິນ

                                                       ລັດຖະມົນຕີ

    

ຣາມາລາ 24 ພະຈິກ 2021

ພະນະທ່ານ ສະເຫຼີມໄຊ ກົມມະສິດ

ລັດຖະມົນຕີກະຊວງການຕ່າງປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ພະນະທ່ານ,

 

ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ຂ້າພະເຈົ້າ ມີຄວາມປິຕິຍິນດີສົ່ງຄຳຊົມເຊີຍອັນຈິງໃຈ ແລະ ພອນໄຊອັນອົບອຸ່ນ ມາຍັງ ພະນະທ່ານ ແລະ ໂດຍຜ່ານ ພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນລາວ.

 

 

 ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຂອງພວກເຮົານັ້ນ ຊຶ່ງໄດ້ສະແດງໃຫ້ເຫັນຈາກພຶດຕິກໍາຕົວຈິງຂອງ ການພົວພັນ ລະຫວ່າງ ສອງປະເທດ ແລະ ສອງຊາດພວກເຮົາ ຢູ່ບົນພື້ນຖານຄວາມແຂງແກ່ນ ແລະ ຍາວນານ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນທີ່ບໍ່ມີວັນແຕກແຍກນີ້ ຈະສືບຕໍ່ເຕີບໃຫຍ່ຂະຫຍາຍຕົວ ແລະ ເພີ່ມທະວີຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ.

 

 

​ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ມີຄວາມຜາສຸກ ແລະ ຂໍໃຫ້ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົ່ງສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນ.

                                                                 

 

                                                                  ດ້ວຍຄວາມນັບຖືຢ່າງສູງ,

 

         ປອ. ຣີອາດ ມານກີ

                                                      ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຕັ້ງພູມລໍາເນົາ

 

 

 

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
489851
ມື້ນີ້170
ມື້ວານ266
ອາທິດນີ້1050
ເດືອນນີ້3244