ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນຊາດ ຂອງການນຳເເຫ່ງ ສປປ ລາວ ສົ່ງເຖິງຄູ່ຮ່ວມຕຳເເໜ່ງ ທີ່ ການາດາ

               ນະຄອນຫຼວງວຽງຈັນ, ວັນທີ 30 ມິຖຸນາ  2022

ພະນະທ່ານ,

  

ເນື່ອງໃນໂອກາດວັນຊາດ ແຫ່ງ ການາດາ, ຕາງໜ້າໃຫ້ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນ ການາດາ ທຸກທົ່ວໜ້າ.

 

 ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ການາດາ ມີສາຍພົວພັນ ແລະ ການຮ່ວມມືທີ່ດີຕະຫຼອດໄລຍະທີ່ຜ່ານມາ. ຂ້າພະເຈົ້າ ຫວັງວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືດັ່ງກ່າວ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດພວກເຮົາ.

 

             ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສູງສົ່ງຂອງພະນະທ່ານ.

                                                                       

                                                                   ດ້ວຍຄວາມນັບຖືຢ່າງສູງ,

 

                                                                          

                                                                                                           ທອງລຸນ ສີສຸລິດ

                

ພະນະທ່ານ ນາງ ມາຣີ ຊີມົງ

ຜູ້ສໍາເລັດຣາຊະການ ແຫ່ງ ການາດາ

ທີ່ ໂອຕາວາ.  

 --------------------------------------------------------------------------------------------------------------------------------------                                                                        

ນະຄອນຫຼວງວຽງຈັນ, ວັນທີ 30 ມິຖຸນາ 2022

ພະນະທ່ານ,

         

ຂ້າພະເຈົ້າ ຕາງໜ້າໃຫ້ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ,  ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ, ເນື່ອງໃນໂອກາດວັນຊາດ ແຫ່ງ ການາດາ.

           

ຂ້າພະເຈົ້າ ຫວັງວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນຍາວນານ ລະຫວ່າງ ສອງປະເທດ ຂອງ ພວກເຮົາ ຈະສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຍິ່ງໆຂຶ້ນ ເພື່ອຜົນປະໂຫຍດ ຂອງ ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງ ໃນພາກພື້ນ ແລະ ທົ່ວໂລກ.

           

                                                                                 ດ້ວຍຄວາມນັບຖືຢ່າງສູງ,

                                                                                      

 

ພັນຄໍາ ວິພາວັນ

                           

ພະນະທ່ານ ຈັສຕິນ ທຣູໂດ,

ນາຍົກລັດຖະມົນຕີ ແຫ່ງ ການາດາ

ທີ່ ໂອຕາວາ.  

---------------------------------------------------------------------------------------------------------------------------------------

 ນະຄອນຫຼວງວຽງຈັນ, ວັນທີ 30 ມິຖຸນາ  2022

ພະນະທ່ານ,

            

ເນື່ອງໃນໂອກາດວັນຊາດ ແຫ່ງ ການາດາ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ພ້ອມດ້ວຍພະນັກງານ ກະຊວງການຕ່າງປະເທດ ການາດາ ທຸກທົ່ວໜ້າ.

             

ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ກໍຄື ສອງກະຊວງການຕ່າງປະເທດຂອງພວກເຮົາ ຈະສືບຕໍ່ຮັດແໜ້ນ ແລະ ຂະຫຍາຍຕົວໄປສູ່ບາດກ້າວໃໝ່ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດເຮົາ ກໍຄື ການປະກອບສ່ວນເຂົ້າໃນການສົ່ງເສີມ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງ ໃນພາກພື້ນ ແລະ ທົ່ວໂລກ.

                                                                         

                                                                   ດ້ວຍຄວາມນັບຖືເປັນຢ່າງສູງ,

                                                                            

 

 ສະເຫຼີມໄຊ ກົມມະສິດ

                           

 

ພະນະທ່ານ ນາງ ເມລານີ ໂຈລີ

ລັດຖະມົນຕີກະຊວງການຕ່າງປະເທດ ການາດາ

ທີ່ ໂອຕາວາ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488199
ມື້ນີ້146
ມື້ວານ163
ອາທິດນີ້561
ເດືອນນີ້1592