ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານສະເເດງຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຢ່າງກະທັນຫັນຂອງອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ

 

 

ສົມເດັດ ນາຣຸຮິໂຕະ

ເຈົ້າຈັກກະພັດ ແຫ່ງ ປະເທດຍີ່ປຸ່ນ

ທີ່ ນະຄອນຫຼວງໂຕກຽວ

ສົມເດັດ,

                

ຂ້າພະເຈົ້າ ຮູ້ສຶກຕົກໃຈຢ່າງແຮງ ແລະ ມີຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ທີ່ໄດ້ຮັບຂ່າວການຈາກໄປຢ່າງກະທັນຫັນ ຂອງ ພະນະທ່ານ ອາເບະ ຊິນໂຊ, ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ໃນວັນທີ 08 ກໍລະກົດ 2022.

 

ຂ້າພະເຈົ້າ ຍັງມີຄວາມຊົງຈໍາອັນດີ ທີ່ໄດ້ຮ່ວມເຮັດວຽກຢ່າງໃກ້ຊິດ ຮ່ວມກັບ ພະນະທ່ານ ອາເບະ ຊິນໂຊ ໃນອະດີດຜ່ານມາ ໃນການສົ່ງເສີມ ແລະ ຮັດແໜ້ນ ການພົວພັນ ແລະ ການຮ່ວມມື ຂອງສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ, ອັນພົ້ນເດັ່ນ ແມ່ນການຍົກລະດັບສາຍພົວພັນ ຂອງ ສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ມາເປັນ ຄູ່ຮ່ວມຍຸດທະສາດ ກໍ່ຄືການຊ່ວຍເຫຼືອໃນການສ້າງສາພັດທະນາ ສປປ ລາວ ຂອງ ພວກຂ້າພະເຈົ້າ ໃນໄລຍະຜ່ານມາ.

 

ຂ້າພະຈົ້າ ຈະຈາລຶກຜົນງານ ແລະ ການປະກອບສ່ວນອັນສໍາຄັນຂອງ ພະນະທ່ານ ອາເບະ ຊິນໂຊ ແລະ ຂໍຕາງໜ້າໃຫ້ປະຊາຊົນລາວທຸກຖ້ວນໜ້າ ກໍຄືໃນນາມສ່ວນຕົວ ຂໍສົ່ງຄວາມໄວ້ອາໄລຢ່າງສຸດຊຶ້ງ ແລະ ແບ່ງປັນຄວາມໂສກເສົ້າມາຍັງ ສົມເດັດ ແລະ ຜ່ານ ສົມເດັດ ໄປຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ, ໂດຍສະເພາະ ຄອບຄົວຂອງ ພະນະທ່ານ ອາເບະ ຊິນໂຊ ໃນໂອກາດນີ້ດ້ວຍ.

 

ຂໍໃຫ້ດວງວິນຍານຂອງ ພະນະທ່ານ ອາເບະ ຊິນໂຊ ຈົ່ງໄປສູ່ສຸກຂະຕິເທີ້ນ.

                                                                         

 

ທອງລຸນ ສີສຸລິດ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ


------------------------------------------------------------------------

 

ພະນະທ່ານ ກິຊິດະ ຟູມິໂອະ

ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ

ທີ່ ນະຄອນຫຼວງໂຕກຽວ

ພະນະທ່ານ,

 ​               

ຂ້າພະເຈົ້າ ຮູ້ສຶກຕົກໃຈຢ່າງແຮງ ແລະ ມີຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ທີ່ໄດ້ຮັບຂ່າວການຈາກໄປຢ່າງກະທັນຫັນ ຂອງ ພະນະທ່ານ ອາເບະ ຊິນໂຊ, ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ທີ່ໄດ້ຖືກລອບຍິງໃນຂະນະທີ່ທ່ານກໍາລັງກ່າວປາໄສຫາສຽງຊ່ວຍ ສະມາຊິກພັກເສລີປະຊາທິປະໄຕຍີ່ປຸ່ນ ທີ່ ເມືອງນາຣະໃນວັນທີ 08 ກໍລະກົດ 2022.

 

ພະນະທ່ານ ອາເບະ ຊິນໂຊ ເປັນຜູ້ນໍາຄົນສໍາຄັນ ແລະ ປະກອບສ່ວນຢ່າງໃຫຍ່ຫຼວງ ໃນການຊີ້ນໍາ-ນໍາພາ ປະເທດຍີ່ປຸ່ນ ກໍຄືການສົ່ງເສີມການພົວພັນ ແລະ ການຮ່ວມມືໃນເວທີພາກພື້ນ ແລະ ສາກົນ, ລວມທັງການປະກອບສ່ວນອັນສໍາຄັນໃນການສົ່ງເສີມ ແລະ ເພີ່ມທະວີຮັດແໜ້ນການພົວພັນ ແລະ ການຮ່ວມມືທີ່ດີມີມາແຕ່ດົນນານ ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ໃຫ້ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ກ້າວໄປເຖິງການຍົກລະດັບເປັນຄູ່ຮ່ວມຍຸດທະສາດຂອງສອງປະເທດ ຍີ່ປຸ່ນ ແລະ ສປປ ລາວ ໃນປີ 2015 ຜ່ານມາ.

 

ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມໄວ້ອາໄລຢ່າງສຸດຊຶ້ງ ແລະ ແບ່ງປັນຄວາມໂສກເສົ້າມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານໄປຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ, ໂດຍສະເພາະ ຄອບຄົວຂອງ ພະນະທ່ານ ອາເບະ ຊິນໂຊ ໃນໂອກາດນີ້ດ້ວຍ.

 

ຂໍໃຫ້ດວງວິນຍານຂອງ ພະນະທ່ານ ອາເບະ ຊິນໂຊ ຈົ່ງໄປສູ່ສຸກຂະຕິເທີ້ນ.

                

ພັນຄໍາ ວິພາວັນ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

             

------------------------------------------------------------------------

 

ພະນະທ່ານ ຮາຢາຊິ ໂຢຊິມະສະ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ

ທີ່ ນະຄອນຫຼວງໂຕກຽວ

ພະນະທ່ານ,

              

ຂ້າພະເຈົ້າ ຮູ້ສຶກຕົກໃຈຢ່າງແຮງ ແລະ ມີຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ທີ່ໄດ້ຮັບຂ່າວການຈາກໄປ ຢ່າງກະທັນຫັນ ຂອງ ພະນະທ່ານ ອາເບະ ຊິນໂຊ, ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ໃນວັນທີ 08 ກໍລະກົດ 2022.

 

ພະນະທ່ານ ອາເບະ ຊິນໂຊ ເປັນຜູ້ນໍາທີ່ມີວິໄສທັດກວ້າງໄກ ແລະ ປະກອບສ່ວນຢ່າງໃຫຍ່ຫຼວງ ໃນການຊີ້ນໍາ-ນໍາພາ ກໍຄືການຍົກສູງບົດບາດຂອງຍີ່ປຸ່ນ ໃນເວທີພາກພື້ນ ແລະ ສາກົນ, ລວມທັງການປະກອບສ່ວນອັນສໍາຄັນໃນການສົ່ງເສີມ ແລະ ເພີ່ມທະວີຮັດແໜ້ນການພົວພັນ ແລະ ການຮ່ວມມືທີ່ດີທີ່ມີມາແຕ່ດົນນານ ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ໃຫ້ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ຍົກລະດັບສາຍພົວພັນ ແລະ ການຮ່ວມມື ເປັນຄູ່ຮ່ວມຍຸດທະສາດຂອງສອງປະເທດ ຍີ່ປຸ່ນ ແລະ ສປປ ລາວ.

 

ໃນນາມກະຊວງການຕ່າງປະເທດ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມໄວ້ອາໄລຢ່າງສຸດຊຶ້ງ ແລະ ແບ່ງປັນຄວາມໂສກເສົ້າມາຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ, ໂດຍສະເພາະ ຄອບຄົວຂອງ ພະນະທ່ານ ອາເບະ ຊິນໂຊ ໃນໂອກາດນີ້ດ້ວຍ.

 

ຂໍໃຫ້ດວງວິນຍານຂອງ ພະນະທ່ານ ອາເບະ ຊິນໂຊ ຈົ່ງໄປສູ່ສຸກຂະຕິເທີ້ນ.

                                                                         

 

ສະເຫຼີມໄຊ ກົມມະສິດ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ນະຄອນຫຼວງວຽງຈັນ, ວັນທີ 08 ກໍລະກົດ 2022

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488276
ມື້ນີ້73
ມື້ວານ150
ອາທິດນີ້638
ເດືອນນີ້1669