ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານສະແດງຄວາມຊົມເຊີຍ ເນື່ອງໃນໂອກາດວັນສ້າງຕັ້ງ ລັດມົງໂກລີ ຄົບຮອບ 816 ປີ ແລະ ວັນໄຊຊະນະຂອງການປະຕິວັດຂອງປະຊາຊົນມົງໂກລີ ຄົບຮອບ 101 ປີ ສົ່ງເຖິງ ບັນກາການນຳຝ່າຍ ມົງໂກລີ.

 

ນະຄອນຫຼວງວຽງຈັນ, ວັນທີ 11 ກໍລະກົດ 2022

ພະນະທ່ານ,

 

​​​​           ​ເນື່ອງ​ໃນ​ໂອກາດ​ບຸນປະເພນີ “Nadaam’’, ວັນສ້າງຕັ້ງລັດມົງໂກລີ ຄົບຮອບ 816 ປີ ແລະ ວັນໄຊຊະນະຂອງການປະຕິວັດຂອງປະຊາຊົນ ມົງໂກລີ ຄົບຮອບ 101 ປີ, ໃນນາມປະຊາຊົນແຫ່ງ ສປປ ລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ໄປຍັງປະຊາຊົນ ມົງໂກລີ ທຸກຖ້ວນໜ້າ.

             

         ຂ້າພະ​ເຈົ້າ, ​ມີ​ຄວາມ​ປິ​ຕິ​ຊົມຊື່ນເປັນ​ຢ່າງ​ຍິ່ງທີ່ເຫັນວ່າ ສປປ ລາວ ແລະ ມົງໂກລີ ສືບຕໍ່ມີ ສາຍພົວພັນມິດຕະພາບທີ່ເຂັ້ມແຂງ ແລະ ການຮ່ວມມືອັນສະໜິດແໜ້ນ ລະຫວ່າງລັດຖະບານ ກໍຄືປະຊາຊົນສອງຊາດພວກເຮົາ ຕະຫຼອດໄລຍະ 6 ທົດສະວັດຜ່ານມາ ທີ່ສອງປະເທດພວກເຮົາ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ. ຂ້າພະເຈົ້າ ເຊື່ອໝັ້ນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແລ້ວນັ້ນ  ຈະສືບຕໍ່ແຕກດອກອອກຜົນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຕົວຈິງ ຂອງປະຊາຊົນສອງຊາດພວກເຮົາ.

 

           ໃນ​ໂອກາດ​ອັນ​ສະຫງ່າ​ລາສີ​ນີ້,​ ຂ້າພະເຈົ້າ ຂໍອວຍພອນ​ໄຊ​ອັນປະເສີດມາຍັງພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດຂອງຕົນໃຫ້ມີຄວາມກ້າວໜ້າ ແລະ ວັດທະນາຖາວອນ.

 

                                                                                                                                             ດ້ວຍຄວາມນັບຖືຢ່າງສູງ

     

                                                                                                                                                  ທອງລຸນ ສີສຸລິດ

 

ພະນະທ່ານ UKHNAAGIIN KHURELSUKH

ປະທານາທິບໍດີ ແຫ່ງ ມົງໂກລີ

ທີ່ ນະຄອນຫລວງ ອູລານບາຕໍ

--------------------------------------------------------------------------------------------------------------------------------------------------------------------------------------------

 

ພະນະທ່ານ,

 

            ໃນ​ນາມ​ລັດຖະບານ ​ແຫ່ງ ສາທາລະນະ​ລັດ ປະຊາ​ທິປະ​ໄຕ ປະຊາຊົນ​ລາວ ກໍ່ຄື ໃນນາມສ່ວນຕົວ ຂ້າພະເຈົ້າ ຂໍສົ່ງພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ລັດຖະບານມົງໂກລີ ​ເນື່ອງ​ໃນ​ໂອກາດ​ບຸນປະເພນີ “Nadaam’’, ວັນສ້າງຕັ້ງລັດມົງໂກລີ ຄົບຮອບ 816 ປີ ແລະ ວັນໄຊຊະນະຂອງການປະຕິວັດຂອງປະຊາຊົນ ມົງໂກລີ ຄົບຮອບ 101 ປີ.

 

            ສປປ ລາວ ແລະ ມົງໂກລີ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ຕະຫຼອດໄລຍະ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດພວກເຮົາ. ຂ້າພະເຈົ້າ ເຊື່ອໝັ້ນວ່າສາຍພົວພັນ ແລະ ການຮ່ວມມືອັນເປັນມູນເຊື້ອດັ່ງກ່າວນັ້ນ ຈະສືບຕໍ່ຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງຂຶ້ນໄປເລື້ອຍໆ ໃນຊຸມປີຕໍ່ໜ້າ ເພື່ອນໍາເອົາຜົນປະໂຫຍດ ມາສູ່ປະຊາົຊນຂອງສອງຊາດພວກເຮົາ ກໍຄື ເພື່ອຄວາມຈະເລີນກ້າວໜ້າ ແລະ ການພັດທະນາທີ່ຍືນຍົງໃນພາກພື້ນ ແລະ ສາກົນ.

 

             ຂ້າພະເຈົ້າ ຂໍອວຍພອນໄຊໃຫ້ ພະນະທ່ານ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງຂອງພະນະທ່ານ.

                                    

                                                                                                                                            ດ້ວຍຄວາມນັບຖືຢ່າງສູງ

    

                                                                                                                                                 ພັນຄໍາ ວິພາວັນ

 

ພະນະທ່ານ LUVSANNAMSRAIN OYUN-ERDENE

ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ

ທີ່ ນະຄອນຫຼວງ ອູລານບາຕໍ

---------------------------------------------------------------------------------------------------------------------------------------------------------------------------------------------

 

ພະນະທ່ານ,

 

            ເນື່ອງ​ໃນ​ໂອກາດ​ບຸນປະເພນີ “Nadaam’’, ກໍ່ຄືວັນສ້າງຕັ້ງລັດມົງໂກລີ ຄົບຮອບ 816 ປີ ແລະ ວັນໄຊຊະນະຂອງການປະຕິວັດຂອງປະຊາຊົນ ມົງໂກລີ ຄົບຮອບ 101 ປີ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສິດມາຍັງພະນະທ່ານ ແລະ ໂດຍຜ່ານພະນະທ່ານ ໄປຍັງບັນດາການນຳ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ມົງໂກລີ ທຸກຖ້ວນໜ້າ.

 

             ຂ້າພະ​ເຈົ້າ​ ມີ​ຄວາມປິຕິ​ຍິນ​ດີ​​ເປັນ​ຢ່າງ​ຍິ່ງ ທີ່​ເຫັນ​ວ່າ ຕະຫຼອດໄລຍະ 60 ປີ ຜ່ານມາ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອທີ່ດີງາມ ລະຫວ່າງສອງປະເທດພວກເຮົາ ໄດ້ສືບຕໍ່ເສີມຂະຫຍາຍ ແລະ ມີບາດກ້າວອັນໃໝ່, ການແລກປ່ຽນ ການຢ້ຽມຢາມເຊິ່ງກັນ ແລະ ກັນ ລະຫວ່າງການນໍາ ແລະ ການໄປມາຫາສູ່ກັນ ລະຫວ່າງປະຊາຊົນສອງຊາດໄດ້ດໍາເນີນໄປຢ່າງເປັນປົກກະຕິ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີທີ່ມີມາແລ້ວນັ້ນ ໂດຍສະເພາະ ການຮ່ວມມືທີ່ສະໜິດແໜ້ນ ລະຫວ່າງສອງກະຊວງການຕ່າງປະເທດພວກເຮົາຈະໄດ້ຮັບການສືບຕໍ່ເສີມຂະຫຍາຍຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດພວກເຮົາ ກໍ່ຄືການປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

 

              ຂ້າພະເຈົ້າ ມີຄວາມຫວັງຈະໄດ້ພົບປະເຮັດວຽກກັບພະນະທ່ານ ໃນອະນາຄົດອັນໃກ້ໆນີ້.

 

              ຂໍອວຍພອນໃຫ້ພະນະທ່ານ ຈົ່ງມີພາລະນາໄມສົມບູນ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນສູງສົ່ງຂອງພະນະທ່ານ.

 

                                                                                                                                            ດ້ວຍຄວາມນັບຖືຢ່າງສູງ

          

                                                                                                                                             ສະເຫຼີມໄຊ ກົມມະສິດ

 

ພະນະທ່ານ ນາງ BATTSETSEG BATMUNKH

ລັດຖະມົນຕີຕ່າງປະເທດ ແຫ່ງ ມົງໂກລີ

ທີ່ ນະຄອນຫຼວງ ອູລານບາຕໍ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488265
ມື້ນີ້62
ມື້ວານ150
ອາທິດນີ້627
ເດືອນນີ້1658