ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນຊາດເເຫ່ງ ສາທາລະນະລັດ ຝຣັ່ງ ຈາກການນຳ ເເຫ່ງ ສປປ ລາວ ສົ່ງເຖິງຄູ່ຮ່ວມຕຳເເໜ່ງຂອງເພິ່ນຝ່າຍຝຣັ່ງ

 

ນະຄອນຫຼວງ​ວຽງ​ຈັນ, ວັນ​ທີ 14 ກໍລະກົດ 2022

 

ພະນະທ່ານ,

 

ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ຝຣັ່ງ ຄົບຮອບ 233 ປີ, ຕາງໜ້າປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ປະຊາຊົນຝຣັ່ງ ທຸກຖ້ວນໜ້າ.

 

ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ-ຝຣັ່ງ ມີຄວາມເຂັ້ມແຂງ ແລະ ຂະຫຍາຍຕົວຂຶ້ນເລື້ອຍໆ ແລະ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລ້ຳຄ່າຂອງປະເທດ ຝຣັ່ງ, ໂດຍຜ່ານຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ອັນເປັນການປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2026.

 

ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນມີໝາກຜົນດັ່ງກ່າວ ລະຫວ່າງ ສອງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ກໍຄືເພື່ອສັນຕິພາບໂລກ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງໃນຂົງເຂດພາກພື້ນ ແລະ ໃນທົ່ວໂລກ.

 

ເນື່ອງໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍອວຍພອນໄຊໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງຂອງພະນະທ່ານ.

 

                                                 ດ້ວຍຄວາມນັບຖືຢ່າງສູງ,

 

 

ທອງລຸນ ສີສຸລິດ

 

ພະນະທ່ານ ແອັມມານູຍແອນ ມາຄຣົງ

ປະທານາທິບໍດີ ແຫ່ງ ສາທາລະນະລັດ ຣັ່ງ

ທີ່ ປາຣີ

----------------------------------------------------------------------------------------------------------------------------------------------

 

ນະຄອນຫຼວງ​ວຽງ​ຈັນ, ວັນ​ທີ 14 ກໍລະກົດ 2022

ພະ​ນະ​ທ່ານ,

 

ເນື່ອງ​ໃນ​ໂອ​ກາດວັນ​ຊາດ​ ແຫ່ງ ສາ​ທາ​ລະ​ນະ​ລັດ ຝ​ຣັ່ງ, ໃນ​ນາມ​ລັດ​ຖະ​ບານ ແຫ່ງ ສາ​ທາລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປ​ະ​ຊາ​ຊົນ​ລາວ​ ແລະ ໃນ​ນາມ​ສ່ວນ​ຕົວ, ຂ້າ​ພະ​ເຈົ້າ ຂໍ​ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດ​ ມາ​ຍັງ​ພະ​ນະ​ທ່ານ ແລະ ຄະນະ​ລັດ​ຖະ​ບານ​ຝ​ຣັ່ງ​.

 

ຂ້າ​ພະ​ເຈົ້າ ເຊື່ອ​ໝັ້ນ​ຢ່າງ​ໜັກ​ແໜ້ນ​ວ່າ ສາຍພົວ​ພັນມິດຕະພາບ ແລະ ການ​ຮ່ວມ​ມື​ອັນ​ເປັນ​ມູນ​ເຊື້ອ ລະ​ຫວ່າງ ສ​າທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາ​ທາ​ລະ​ນະ​ລັດ ​ຝ​ຣັ່ງ ຈະ​ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ ໃຫ້​ເຂັ້​ມ​ແຂງ ແລະ ແຕກ​ດອກອອກ​ຜົນ​ຍິ່ງໆ​ຂຶ້ນ​ໃນ​ຊຸມປີ​ຕໍ່​ໜ້າ ເພື່ອ​ຜົນ​ປະ​ໂຫຍດຂອງ​ປະ​ຊາ​ຊົນ​ສອ​ງ​ຊາດ​ພ​ວກ​ເຮົາ, ກໍ​ຄື​ເພື່ອສັນ​ຕິ​ພາບ,  ສະຖຽນລະພາບ ແລະ ການ​ຮ່ວມ​ມືເພື່ອການພັດທະນາແບບຍືນຍົງ ໃນພາກພື້ນ ແລະ ໃນໂລກ.

 

ຂ້າພະເຈົ້າຂໍຖືໂອກາດນີ້, ອວຍພອນໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ຈົບ​ງາມ ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ອັນ​ມີ​ກຽດ ແລະ ສູງ​ສົ່ງ​ຂອງ​ພະ​ນະ​ທ່ານ.

 

                                      ດ້ວຍຄວາມນັບຖືຢ່າງສູງ,

 

 

ພັນຄໍາ ວິພາວັນ

 

 

ພະນະທ່ານ ນາງ ເອລີສາເບັດ ບອກນ໌

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ຣັ່ງ

ທີ່ ປາຣີ

----------------------------------------------------------------------------------------------------------------------------------------------

 

ນະຄອນຫຼວງວຽງຈັນ, ວັນທີ 14 ກໍລະກົດ 2022

ພະ​ນະ​ທ່ານ,

 

ເນື່ອງໃນ​ໂອກາດສະເຫຼີມສະຫຼອງວັນ​ຊາດ ທີ 14 ກໍລະກົດ ແຫ່ງ ສາທາລະນະລັດ ຝຣັ່ງ, ຂ້າ​ພະ​ເຈົ້າ ຂໍ​ຖື​ເປັນ​ກຽດ​ສົ່ງ​ຄຳ​ຊົມ​ເຊີຍອັນອົບອຸ່ນ ແລະ ອວຍພອນ​​ໄຊອັນປະເສີດ ມາຍັງ​​ທ່ານລັດຖະມົນຕີ, ຄະນະນຳ ແລະ ພະນັກງານ ກະຊວງກິດຈະການເອີຣົບ ແລະ ການຕ່າງປະເທດ ທຸກຖ້ວນໜ້າ.

 

ຂ້າ​ພະ​ເຈົ້າ ເຊື່ອ​ໝັ້ນ​ວ່າ​ ດ້ວຍຄວາມພະຍາຍາມຮ່ວມກັນເພີ່ມຂຶ້ນ ສາຍ​ພົວ​ພັນ​ມິດ​ຕະ​ພາບທີ່ມີມູນເຊື້ອຍາວນານ ແລະ ການ​ຮ່ວມ​ມື​ອັນ​ດີ ລະຫວ່າງ ສອງປະເທດພວກເຮົາ, ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ​ກໍ່​ຄື​ສອງ​ກະຊ​ວງການ​ຕ່າງ​ປະ​ເທດ​ພວກ​ເຮົາ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍໃຫ້​ເຂັ້ມ​ແຂງ​ຍິ່ງໆ​ຂຶ້​ນ​ໃນ​ອະ​ນາ​ຄົດ ເພື່ອ​ຜົນ​ປະ​ໂຫຍດຮ່ວມກັນ​ຂອງ​ປະ​ຊາ​ຊົນ​ສອງ​ຊາດ​ພວກ​ເຮົາ ກໍ​ຄືເພື່ອ​ສັນ​ຕິ​ພາບ, ສະຖຽນລະພາບ ແລະ ກາ​ນ​ຮ່ວມ​ມື​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ພາກ​ພື້ນ ແລະ ໃນ​ໂລກ.

 

ຂ້າພະເຈົ້າ ຂໍຖືໂອກາດນີ້, ອວຍພອນໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ຈົບ​ງາມ ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ອັນ​ມີ​ກຽດ ແລະ ສູງ​ສົ່ງ​ຂອງ​ພະ​ນະ​ທ່ານ.

 

                                                   ດ້ວຍຄວາມນັບຖືຢ່າງສູງ,

 

 

ສະເຫຼີມໄຊ ກົມມະສິດ

 

ພະນະ​ທ່ານ ນາງ ກາເຕີີຣີນ ໂກໂລນນາ

ລັດຖະມົນຕີກິດຈະການເອີຣົບ ແລະ ວຽກງານການຕ່າງປະເທດ

ແຫ່ງ ສາທາລະນະລັດ ຝຣັ່ງ

ທີ່ ປາຣີ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488262
ມື້ນີ້59
ມື້ວານ150
ອາທິດນີ້624
ເດືອນນີ້1655