ນະຄອນຫຼວງວຽງຈັນ, ວັນທີ 25 ກໍລະກົດ 2022
ສົມເດັດ,
ໃນນາມປະຊາຊົນລາວ ທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ສົມເດັດ ແລະ ປະຊາຊົນມາຣົກ ເພື່ອນມິດ ເນື່ອງໃນໂອກາດວັນຊາດ ແຫ່ງ ຣາຊະອານາຈັກ ມາຣົກ ຄົບຮອບ 23 ປີ.
ຂ້າພະເຈົ້າ ຕີລາຄາສູງຕໍ່ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ ທີ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ໃນຊຸມປີຜ່ານມາ ແລະ ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີດັ່ງກ່າວ ຈະສືບຕໍ່ໄດ້ຮັບການເພີ່ມທະວີຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ ສົມເດັດ ຈົ່ງມີພະລະນາໄມສົມບູນ, ມີຄວາມຜາສຸກ ແລະ ປະຊາຊົນ ມາຣົກ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນຍິ່ງໆຂຶ້ນ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ສົມເດັດ ໂມຮາເມັດ ທີ VI
ກະສັດ ແຫ່ງ ຣາຊະອານາຈັກ ມາຣົກ
ທີ່ ຣາບັດ