ນະຄອນຫຼວງວຽງຈັນ, ວັນທີ 03 ກັນຍາ 2022
ພະນະທ່ານ,
ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ຊັງມາຣີໂນ, ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນ ຊັງມາຣີໂນ ທຸກຖ້ວນໜ້າ.
ຂ້າພະເຈົ້າ ເຊື່ອໝັ້ນຢ່າງຍິ່ງວ່າ ດ້ວຍຄວາມພະຍາຍາມຮ່ວມກັນຂອງພວກເຮົາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຊັງມາຣີໂນ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍ ໃນຊຸມປີຕໍ່ໜ້າ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍ່ຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງ ໃນພາກພື້ນ ແລະ ສາກົນ.
ຂ້າພະເຈົ້າ ຂໍອວຍພອນໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ ແລະ ປະສົບຜົນສໍາເລັດທຸກປະການ ໃນໜ້າທີ່ອັນມີກຽດຂອງທ່ານ ແລະ ປະຊາຊົນ ຊັງມາຣີໂນ ຈົ່ງມີຄວາມຜາສຸກ ແລະ ຈະເລີນຮຸ່ງເຮືອງຕະຫຼອດໄປ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ພະນະທ່ານ ໂອສກາກ ມີນາ
ພະນະທ່ານ ປາວໂລ່ ຣົງແດນລີ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ຊັງມາຣີໂນ
ທີ່ ນະຄອນຫຼວງຊັງມາຣີໂນ