ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານສະແດງຄວາມເສົ້າສະຫຼົດໃຈ ຂອງການນຳຂັ້ນສູງ ແຫ່ງ ສປປ ລາວ ເຖິງ ຄູ່ຮ່ວມຕຳແໜ່ງ ທີ່ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ

 

ນະຄອນຫຼວງວຽງຈັນ, ວັນ​ທີ   10  ກັນຍາ 2022

ສົມເດັດ ພຣະຣາຊາ,

 

​​ຂ້າພະເຈົ້າ ມີຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ເມື່ອໄດ້ຮູ້ຂ່າວວ່າ ສົມເດັດ ພຣະຣາຊິນີ ເອລິຊາເບັດ ທີ II ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ປະມຸກລັດທີ່ແສນເຄົາລົບຮັກ ຂອງ ປະຊາຊົນອັງກິດ ແລະ ແມ່ທີ່ແສນຮັກ ຂອງພຣະອົງ ໄດ້ເຖິງ​ແກ່​ມໍ​ລະ​ນະ​ກຳ ໃນວັນທີ 8 ກັນຍາ 2022.

 

​ການ​ຈາກ​ໄປ​ຂອງ ພຣະຣາຊິນີ ເອລິຊາເບັດ ທີ II ແມ່ນເປັນ​ການ​ສູນ​ເສຍ​​ອັນຍິ່ງໃຫຍ່ ສຳ​ລັບ​ຄອບ​ຄົວ ແຫ່ງ​ຣາ​ຊະ​ວົງ, ສະຫະຣາຊະອານາຈັກ​ ແລະ ເຄືອຈັກກະພົບອັງກິດ ຕະຫຼອດເຖິງປະຊາຊົນ ອັງກິດ ທຸກຖ້ວນໜ້າ ເນື່ອງ​ຈາກວ່າ ພ​ຣະ​ຣາ​ຊິ​ນີ ແມ່ນມານດາທີ່ເຄົາລົບຮັກ ແລະ ເປັນຜູ້ນຳທີ່ຍິ່ງໃຫຍ່ ​​ທີ່ໄດ້​ອຸ​ທິດ​ຊິ​ວິດ​ຕົນ​ເອງ ເພື່ອ​ຮັບ​ໃຊ້​ປະ​ຊາ​ຊົນ​ອັງ​ກິດ ແລະ ເຮັດ​ໃຫ້​ປະ​ຊາ​ຊົນ​ມີຊິ​ວິດ​ການ​ເປັນ​ຢູ່​ທີ່​ດີ ຕະ​ຫຼອດ​ໄລ​ຍະ​ ຫຼາຍກວ່າ 70 ປີ ທີ່​ພຣະ​ອົງ ຄອງຣາຊະບັນລັງ.

 

ໃນນາມຕາງໜ້າໃຫ້ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຈາກ​ໃຈ​ຈິງ ແລະ ຂໍແບ່ງເບົາຄວາມທຸກໂສກ ມາຍັງ ສົມເດັດ  ແລະ ຜ່ານ ສົມເດັດ ໄປຍັງ ສົມເດັດພຣະບໍຣົມ ວົງສານຸວົງທຸກພຣະອົງ ລວມທັງ ປະຊາຊົນ ອັງກິດ ທຸກ​ຖ້ວນ​ໜ້າ ມານະໂອກາດນີ້ດ້ວຍ.

 

ຂໍໃຫ້ດວງວິນຍານ ຂອງ ສົມເດັດ ພຣະຣາຊິນີ ເອລິຊາເບັດ ທີ II ຈົ່ງໄປສູ່ສຸຂະຕິ.

 

                                                                                ດ້ວຍ​ຄວາມ​ນັບ​ຖື​ຢ່າງ​ສູງ,

 

                                                                                     ທອງລຸນ ສີສຸລິດ

 

 

ສົມເດັດ ພຣະຣາຊາ ຊາວສ໌ ທີ III

ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ

​ທີ່ ລອນດອນ

---------------------------------------------------------------------------------------------------

ພະນະທ່ານ,

 

​​ຂ້າພະເຈົ້າ ມີຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ເມື່ອໄດ້ຮູ້ຂ່າວວ່າ ສົມເດັດ ພຣະຣາຊິນີ ເອລິຊາເບັດ ທີ II ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ເຊິ່ງເປັນປະມຸກລັດທີ່ແສນເຄົາລົບຮັກ ຂອງ ປະຊາຊົນອັງກິດ ໄດ້ເຖິງ​ແກ່​ມໍ​ລະ​ນະ​ກຳ ໃນວັນທີ 8 ກັນຍາ 2022.

 

​ໃນນາມຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດຢ່າງ​ຈິງໃຈ ແລະ ຂໍແບ່ງເບົາຄວາມທຸກໂສກ ມາຍັງ ພະນະທ່ານ ແລະ ຜ່ານ ພະນະທ່ານ ໄປຍັງ ຣາຊະວົງ ລວມທັງ ປະຊາຊົນ ອັງກິດ ທຸກ​ຖ້ວນ​ໜ້າ ມານະໂອກາດນີ້ດ້ວຍ.

 

ຂໍໃຫ້ດວງວິນຍານ ຂອງ ສົມເດັດ ພຣະຣາຊິນີ ເອລິຊາເບັດ ທີ II ຈົ່ງໄປສູ່ສຸຂະຕິ.

 

                                                                                 ດ້ວຍ​ຄວາມ​ນັບ​ຖື​ຢ່າງ​ສູງ,

                                         

                                                                                      ພັນຄຳ ວິພາວັນ

 

ພະນະທ່ານ ນາງ ເອລີຊາເບັດ ທຣັດສ໌

ນາຍົກລັດຖະມົນຕີ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ

ທີ່ ລອນດອນ

---------------------------------------------------------------------------------------------------

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487094
ມື້ນີ້120
ມື້ວານ210
ອາທິດນີ້756
ເດືອນນີ້487