ປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ເຖິງ: ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ
ທີ່ ນະຄອນຫຼວງປັກກິ່ງ
ສະຫາຍ ທີ່ນັບຖື ແລະ ຮັກແພງ,
ເນື່ອງໃນໂອກາດທີ່ສະຫາຍໄດ້ຮັບການເລືອກຕັ້ງ ຈາກກອງປະຊຸມຄົບຄະນະຄັ້ງທີ 1 ຂອງສະພາຜູ້ແທນປະຊາຊົນທົ່ວປະເທດ ຈີນ ສະໄໝທີ XIV ໃຫ້ດຳລົງຕໍາແໜ່ງເປັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ອີກວາລະໜຶ່ງ, ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວ ກໍ່ຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງສະຫາຍ.
ການທີ່ ສະຫາຍໄດ້ຮັບເລືອກຕັ້ງ ໃຫ້ດຳລົງຕຳແໜ່ງອັນສູງສົ່ງອີກໜຶ່ງສະໄໝ ເປັນການ ສະແດງເຖິງຄວາມໄວ້ເນື້ອເຊື່ອໃຈ ແລະ ການຕີລາຄາສູງ ຂອງພັກ, ລັດ ແລະ ປະຊາຊົນຈີນ ຕໍ່ບົດບາດ ແລະ ຄວາມປີຊາສາມາດໃນການຊີ້ນຳນຳພາ ທີ່ເຕັມໄປດ້ວຍປະສົບການອັນອຸດົມສົມບູນ ແລະ ຜົນງານອັນໂດດເດັ່ນ ຂອງ ສະຫາຍ ໃນພາລະກິດສ້າງສາພັດທະນາ ປະເທດຈີນ ຕາມທິດທາງ ແລະ ສີສັນພິເສດ ຂອງພັກກອມມູນິດຈີນ ໄດ້ວາງອອກ.
ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ຂອງພັກກອມມູນິດຈີນ ທີ່ມີສະຫາຍເປັນແກນກາງນັ້ນ ຈະເຮັດໃຫ້ພາລະກິດສ້າງສາປະເທດຈີນ ເຕັມໄປດ້ວຍທັດສະນະໃໝ່, ແນວຄິດໃໝ່ ແລະ ຍຸດທະສາດໃໝ່ ເພື່ອປົກຄອງລັດ-ບໍລິຫານປະເທດ ໃຫ້ມີຄວາມເຂັ້ມແຂງຮອບດ້ານ, ເຊິ່ງຈະເຮັດໃຫ້ພາລະກິດສ້າງສາສັງຄົມນິຍົມແບບສີສັນພິເສດຂອງຈີນນັ້ນ ປະສົບຜົນສຳເລັດຢ່າງໃຫຍ່ຫລວງ, ຮອບດ້ານ, ມີລັກສະນະປະຫວັດສາດ ແລະ ກາຍເປັນພື້ນຖານອັນໜັກແໜ້ນ ເພື່ອບັນລຸເປົ້າໝາຍສູ້ຊົນ 100 ປີ ເຫດການທີສອງ ແລະ ຄວາມຝັນຂອງຈີນ ໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ ຢ່າງຮອບດ້ານ, ສ້າງສາປະເທດຈີີນ ໃຫ້ເປັນປະເທດສັງຄົມນິຍົມທີ່ທັນສະໄໝ, ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີກົມກຽວປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ ໃຫ້ປະກົດຜົນເປັນຈິງ.
ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ ຈົ່ງໄດ້ຮັບການເສີມຂະຫຍາຍໃຫ້ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ ກໍ່ຄື ເພື່ອພາລະກິດສັນຕິພາບ, ມິດຕະພາບ ແລະ ການພັດທະນາແບບຍືນຍົງຢູ່ໃນພາກພື້ນ ແລະ ໃນໂລກ.
ອວຍພອນໃຫ້ ສະຫາຍ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດອັນໃໝ່ ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດອັນສູງສົ່ງ ແລະ ມີກຽດສະຫງ່າ ຂອງສະຫາຍ.
ດ້ວຍຄວາມນັບຖືຢ່າງສູງ,
ນະຄອນຫຼວງວຽງຈັນ, ວັນທີ 10 ມີນາ 2023
ທອງລຸນ ສີສຸລິດ
ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ
---------------------------------------------------------------------------------------------------------------------------------------------------------------------
ເຖິງ: ສະຫາຍ ຫານ ເຈີ້ງ, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ
ທີ່ ນະຄອນຫຼວງປັກກິ່ງ
ສະຫາຍ ຫານ ເຈິ້ງ ທີ່ນັບຖື ແລະ ຮັກແພງ,
ເນື່ອງໃນໂອກາດທີ່ ສະຫາຍ ໄດ້ຮັບການເລືອກຕັ້ງຈາກກອງປະຊຸມຄົບຄະນະຄັ້ງທີ 1 ຂອງສະ ພາຜູ້ແທນປະຊາຊົນທົ່ວປະເທດ ຈີນ ສະໄໝທີ XIV ໃຫ້ດຳລົງຕຳແໜ່ງ ເປັນຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ກໍ່ຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍຢ່າງສຸດອົກສຸດໃຈມາຍັງສະຫາຍ.
ສະຫາຍ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງອັນສູງສົ່ງນີ້ ເປັນການສະແດງເຖິງຄວາມໄວ້ເນື້ອເຊື່ອໃຈ ແລະ ການຕີລາຄາສູງຂອງພັກ, ລັດ ແລະ ປະຊາຊົນຈີນ ທີ່ມີຕໍ່ບົດບາດ ແລະ ຜົນງານຂອງ ສະຫາຍ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສ້າງສາພັດທະນາປະເທດຂອງ ສປ ຈີນ ຕະ ຫຼອດໄລຍະທີ່ຜ່ານມາ.
ຂ້າພະເຈົ້າເຊື່ອໝັ້ນຢ່າງສູງວ່າ, ດ້ວຍປະສົບການ, ຄວາມຮູ້ຄວາມສາມາດຂອງສະຫາຍ ສົມທົບກັບບົດຮຽນ ແລະ ພຶດຕິກໍາຕົວຈິງຂອງການນຳພາອັນສະຫຼາດສ່ອງໃສ ຂອງພັກກອມມູນິດຈີນ ອັນມີ ສະຫາຍເລຂາທິທິການໃຫຍ່ ສີ ຈີ້ນຜິງ ເປັນແກນນຳ ແລະ ສະຫາຍນັ້ນ, ລັດຖະບານກໍ່ຄື ປະຊາຊົນຈີນ ອ້າຍນ້ອງ ຈະບັນລຸບັນດາເປົ້າໝາຍທີ່ວາງໄວ້ດ້ວຍຜົນສຳເລັດຢ່າງໃຫຍ່ຫລວງ ແລະ ຮອບດ້ານ.
ຂ້າພະເຈົ້າມີຄວາມຍິນດີ ທີ່ຈະສືບຕໍ່ເຮັດວຽກຮ່ວມກັບສະຫາຍເພື່ອຊຸກຍູ້ສາຍພົວພັນມິດຕະ ພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ກໍຄືການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ຈົ່ໃຫ້ຂະຫຍາຍຕົວ ແລະ ປະກົດຜົນເປັນຈິງ.
ອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາບພະລານາໄມສົມບູນ ແລະ ປະສົບຜົນສຳເລັດໃໝ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດອັນສູງສົ່ງຂອງສະຫາຍ.
ນະຄອນຫຼວງວຽງຈັນ, ວັນທີ 10 ມີນາ 2023
ບຸນທອງ ຈິດມະນີ
ຮອງປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
-------------------------------------------------------------------------------------------------------------------------------------------------------------------------
ເຖິງ: ສະຫາຍ ຫານ ເຈີ້ງ, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ
ທີ່ ນະຄອນຫຼວງປັກກິ່ງ
ສະຫາຍ ຫານ ເຈີ້ງ ທີ່ນັບຖື ແລະ ຮັກແພງ,
ເນື່ອງໃນໂອກາດທີ່ ສະຫາຍ ໄດ້ຮັບການເລືອກຕັ້ງຈາກກອງປະຊຸມຄົບຄະນະຄັ້ງທີ 1 ຂອງສະ ພາຜູ້ແທນປະຊາຊົນທົ່ວປະເທດ ຈີນ ສະໄໝທີ XIV ໃຫ້ດຳລົງຕຳແໜ່ງ ເປັນຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ກໍ່ຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍຢ່າງສຸດອົກສຸດໃຈມາຍັງສະຫາຍ.
ການທີ່ ສະຫາຍ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງອັນສູງສົ່ງນີ້ ເປັນການສະແດງເຖິງຄວາມໄວ້ເນື້ອເຊື່ອໃຈ ແລະ ການຕີລາຄາສູງຂອງພັກ, ລັດ ແລະ ປະຊາຊົນຈີນ ທີ່ມີຕໍ່ບົດບາດ ແລະ ຜົນງານຂອງ ສະຫາຍ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສ້າງສາພັດທະນາປະເທດຂອງ ສປ ຈີນ ຕະຫຼອດໄລຍະທີ່ຜ່ານມາ.
ຂ້າພະເຈົ້າເຊື່ອໝັ້ນຢ່າງສຸງວ່າ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ຂອງພັກກອມມູນິດຈີນ ອັນມີ ສະຫາຍ ເລຂາທິທິການໃຫຍ່ ສີ ຈີ້ນຜິງ ເປັນແກນນຳ ແລະ ສະຫາຍ, ລັດຖະບານກໍ່ຄື ປະຊາຊົນຈີນ ອ້າຍນ້ອງ ຈະບັນລຸບັນດາເປົ້າໝາຍທີ່ວາງໄວ້ດ້ວຍຜົນສຳເລັດຢ່າງໃຫຍ່ຫລວງ ແລະ ຮອບດ້ານ. ນໍາພາ ສປ ຈີນ ໃຫ້ມີບົດບາດອັນສູງເດັ່ນຂຶ້ນໃນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະ ສາກົນ.
ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ, ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ຈົ່ງໄດ້ຮັບການຂະຫຍາຍຕົວສູງຂື້ນເລື້ອຍໆ.
ອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາບພະລານາໄມສົມບູນ ແລະ ປະສົບຜົນສຳເລັດໃໝ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດອັນສູງສົ່ງຂອງສະຫາຍ.
ນະຄອນຫຼວງວຽງຈັນ, ວັນທີ 10 ມີນາ 2023
ປານີ ຢ່າທໍ່ຕູ້
ຮອງປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
---------------------------------------------------------------------------------------------------------------------------------------------------------------------
ເຖິງ: ສະຫາຍ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນຈີນ
ທີ່ ນະຄອນຫຼວງປັກກິ່ງ
ສະຫາຍ ນາຍົກ ທີ່ນັບຖື ແລະ ຮັກແພງ ,
ເນື່ອງໃນໂອກາດທີ່ ສະຫາຍ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄໍາຊົມເຊີຍ ອັນອົບອຸ່ນມາຍັງສະຫາຍ.
ການທີ່ ສະຫາຍ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງອັນສູງສົ່ງ ແລະ ສຳຄັນຍິ່ງໃນຄັ້ງນີ້ ແມ່ນສະແດງເຖິງຄວາມໄວ້ວາງໃຈ ຂອງພັກ, ລັດ ແລະ ປະຊາຊົນຈີນ ຕໍ່ຄວາມຮູ້, ຄວາມສາມາດ ແລະ ຜົນງານອັນໂດດເດັ່ນ ຂອງສະຫາຍ ທີ່ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນພາລະກິດສ້າງສາປະເທດຊາດ ເດີນຕາມທິດສັງຄົມນິຍົມຕາມສີສັນພິເສດຂອງຈີນຕະຫຼອດໄລຍະທີ່ຜ່ານມາ.
ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ, ສປ ຈີນ ໂດຍມີສະຫາຍເປັນນາຍົກລັດຖະມົນຕີ ຈະສືບຕໍ່ນຳພາລັດຖະບານ ແລະ ປະຊາຊົນຈີນ ຍາດໄດ້ໄຊຊະນະ ແລະ ຜົນສໍາເລັດອັນໃຫຍ່ຫຼວງ ໃນການບັນລຸທຸກພາລະກິດ ຂອງພັກ-ລັດຢ່າງຮອບດ້ານ ແລະ ເຮັດໃຫ້ ສປ ຈີນ ນັບມື້ນັບມີບົດບາດພົ້ນເດັ່ນໃນເວທີພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນພາລະກິດເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ສົ່ງເສີມການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ທີ່ມີປະສິດທິຜົນ ລະຫວ່າງ ສປປ ລາວ ແລະ ສປ ຈີນ ກໍຄື ລະຫວ່າງ ປະຊາຊົນສອງຊາດພວກເຮົາ ຈົ່ງໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໄປ.
ຂໍອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດອັນສູງສົ່ງຂອງສະຫາຍ.
ນະຄອນຫຼວງວຽງຈັນ, ວັນທີ 10 ມີນາ 2023
ສອນໄຊ ສີພັນດອນ
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
--------------------------------------------------------------------------------------------------------------------------------------------------------------
ເຖິງ: ສະຫາຍ ສີນ ກາງ, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ປະຊາຊົນຈີນ
ທີ່ ນະຄອນຫຼວງປັກກິ່ງ
ສະຫາຍ ທີ່ຮັກແພງ,
ເນື່ອງໃນໂອກາດທີ່ ສະຫາຍໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍຢ່າງຈິງໃຈມາຍັງສະຫາຍ.
ການທີ່ ສະຫາຍ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງທີ່ມີຄວາມສຳຄັນນີ້ ເປັນການສະແດງເຖິງຄວາມໄວ້ເນື້ອເຊື່ອໃຈ ແລະ ການຕີລາຄາສູງຂອງພັກ, ລັດຖະບານ ແລະ ປະຊາຊົນຈີນ ຕໍ່ບົດບາດ ແລະ ການປະກອບສ່ວນອັນສຳຄັນຂອງ ສະຫາຍ ເຂົ້າໃນພາລະກິດສ້າງສາພັດທະນາປະເທດຈີນ ເພື່ອເຮັດໃຫ້ ສປ ຈີນ ກາຍເປັນປະເທດສັງຄົມນິຍົມທີ່ທັນສະໄໝ ແລະ ມັ່ງຄັ່ງເຂັ້ມແຂງ, ມີບົດບາດນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ຂ້າພະເຈົ້າມີຄວາມຍິນດີເປັນຢ່າງຍິ່ງທີ່ຈະສືບຕໍ່ເຮັດວຽກຮ່ວມກັບ ສະຫາຍ ເພື່ອເສີມສ້າງສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ສປປ ລາວ ແລະ ສປ ຈີນ, ໂດຍສະເພາະແມ່ນການຮ່ວມມືທີ່ມີປະສິດທິຜົນ ລະຫວ່າງ ສອງກະຊວງການຕ່າງປະເທດພວກເຮົາ ໃຫ້ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ລາວ-ຈີນ ແລະ ເພື່ອສັນຕິພາບ ແລະ ການພັດທະນາຂອງພາກພື້ນ ແລະ ສາກົນ.
ຂໍອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດອັນສູງສົ່ງຂອງສະຫາຍ.
ນະຄອນຫຼວງວຽງຈັນ, ວັນທີ 12 ມີນາ 2023
ສະເຫຼີມໄຊ ກົມມະສິດ