ພະນະທ່ານ ບຸນຍັງ ວໍລະຈິດ,
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ທີ່ ນະຄອນຫຼວງວຽງຈັນ
ພະນະທ່ານ,
ເນື່ອງໃນໂອກາດທີ່ພະນະທ່ານ ຖືກເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໃນນາມສ່ວນຕົວ ແລະ ປະເທດຂອງຂ້າພະເຈົ້າ, ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ອວຍພອນໄຊໃຫ້ພະນະທ່ານ ຈົ່ງປະສົບຜົນສຳເລັດໃນໜ້າທີວຽກງານໃໝ່ຂອງພະນະທ່ານ.
ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ສາຍພົວພັນລະຫວ່າງສອງປະເທດ ພວກເຮົາ ຈະໄດ້ຮັບການເສີມຂະຫຍາຍໃນອານາຄົດ ຍ້ອນຄວາມພະຍາຍາມຮ່ວມກັນ ບົນພື້ນຖານຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ.
ນະໂອກາດນີ້, ຂ້າພະເຈົ້າຂໍອວຍພອນໃຫ້ພະນະທ່ານ ຈົ່ງມີສຸຂະພາບແຂງແຮງ, ຄວາມຜາສຸກ ແລະ ຂໍໃຫ້ປະຊາຊົນລາວ ຈົ່ງມີແຕ່ຄວາມຜາສຸກ ແລະ ວັດທະນາຖາວອນ.
ເຣີເຊັບ ໄຕຢິບ ແອໂດກັນ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ຕວກກີ