ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ແຫ່ງ ຮົງກາຣີ ຢ້ຽມຢາມທາງການ ສປປ ລາວ

 

HE Zsijarto 1  HE Zsijarto 3 

HE Zsijarto 4  HE Zsijarto 5

 

ເພື່ອເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນທີ່ເປັນມູນເຊື້ອ ແລະ ການຮ່ວມມືມີມາແຕ່ຍາວນານ ລະຫວ່າງ ສປປ ລາວ ແລະ ຮົງກາຣີ, ທ່ານ ປີເຕີ ຊີຈາໂຕ (Péter SZIJJÁRTÓ), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ແຫ່ງ ຮົງກາຣີ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 06-07 ມິຖຸນາ 2016.

 

ໃນ​ຕອນ​ເຊົ້າ ​ຂອງ​ວັນ​ທີ 07 ມິຖຸນາ 2016, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ​ໄດ້​ໃຫ້​ກຽດ​ຕ້ອນຮັບ ​ແລະ ພົບ​ປະ​ປຶກສາຫາລື​ ຢ່າງ​ເປັນ​ທາງ​ການ ກັບ ທ່ານ ປີເຕີ ຊີຈາໂຕ (Péter SZIJJÁRTÓ), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ຢູ່ທີ່ ກະຊວງການຕ່າງປະເທດ. ​ໃນ​ການ​ພົບ​ປະ​ຄັ້ງ​ນີ້, ສອງຝ່າຍໄດ້ຕີ​ລາຄາ​ສູງການ​ພົວພັນຮ່ວມມື ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ​ໃນໄລຍະຜ່ານມາ ​ແລະ ​ໄດ້​ປຶກສາ​ຫາລື​ທິດທາງການເສີມ​ຂະຫຍາ​ຍສາຍພົວພັນ ​ແລະ ການ​ຮ່ວມ​ມື​ໃນ​ດ້ານ​ຕ່າງໆ ​ເປັນຕົ້ນ​ແມ່ນ​ການ​ຮ່ວມ​ມື​ດ້ານກະສິກຳ ແລະ ລ້ຽງສັດ, ​ການ​ສຶກສາ, ເສດຖະກິດ-ການຄ້າ, ການເງິນ ​ແລະ ອື່ນໆ. ພາຍຫລັງການປຶກສາຫາລື ສອງຝ່າຍ​ໄດ້ລົງນາມໃນແຜນການຮ່ວມມືດ້ານການສຶກສາ ລະຫວ່າງ ລາວ-ຮົງກາຣີ, ຊຶ່ງລັດຖະບານ ຮົງກາຣີ ຈະໄດ້ເພີ່ມທຶນການສຶກສາແກ່ນັກສຶກສາລາວ ຈຳນວນ 50 ທຶນຕໍ່ປີ ໃນໄລຍະ 2017-2019.

 

ໃນ​ໂອກາດ​ຢູ່ຢ້ຽມຢາມ​ຄັ້ງນີ້, ທ່ານ ປີເຕີ ຊີຈາໂຕ ຍັງໄດ້​ເຂົ້າ​ພົບປະນຳທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມທັງໄດ້ເຂົ້າຮ່ວມພີທີເປີດໂຮງງານຂ້າສັດທັນສະໄໝ ແລະ ຜະລິດຊີ້ນເປັນສິນຄ້າ, ຊຶ່ງເປັນໂຄງການຮ່ວມມື ລາວ-ຮົງກາຣີ, ຢູ່ ນ້ຳຊວງ​ ອີກດ້ວຍ.

 

ການ​ມາຢ້ຽມຢາມຂອງຄະນະຜູ້ແທນ ນຳໂດຍ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ໃນ​ຄັ້ງ​ນີ້ ​ເປັນການຮັດແໜ້ນສາຍພົວພັນມິດຕະພາບທີ່ມີມູນເຊື້ອ ແລະ ການຮ່ວມມືມີມາແຕ່ຍາວນານ ລະຫວ່າງ ສປປ ລາວ ແລະ ຮົງກາຣີ ໃຫ້ສືບຕໍ່ຈະເລີນງອກງາມຍິ່ງຂຶ້ນ, ຊຶ່ງການ​ຢ້ຽມຢາມ​ດັ່ງກ່າວ ໄດ້​ດຳເນີນໄປດ້ວຍ​ຜົນສຳ​ເລັດ​ຢ່າງ​ຈົບງາມ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485872
ມື້ນີ້3
ມື້ວານ168
ອາທິດນີ້908
ເດືອນນີ້5177