ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເລຂາທິການໃຫຍ່ ຕ້ອນຮັບຄະນະຜູ້ແທນພັກແຮງງານເກົາຫລີ

PrSDKorean640

 

ໃນ​ວັນ​ທີ 07 ມິຖຸນາ 2016, ສະຫາຍ ບຸນ​ຍັງ ວໍລະ​ຈິດ, ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປປ ລາວ​ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມຄຳນັບ​ຂອງ​ ສະຫາຍ ຊອຍ ​ແທ ບອກ, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ປະທານ​ພັກ​ແຮງ​ງານ​ເກົາຫລີ ພ້ອມ​ຄະນະ ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ ສປປ ລາວ​ ເພື່ອ​ແຈ້ງ​​ໃຫ້​ຊາບ​ເຖິງຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ VII ຂອງພັກ​ແຮງ​ງານ​ເກົາຫລີ ທີ່​ໄດ້​ສຳ​ເລັດ​ລົງ​ໃນ​ບໍ່ດົນ​ມາ​ນີ້.

ໂອກາດ​ນີ້, ສະຫາຍ ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປປ ລາວ​ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ ສະຫາຍ ຊອຍ ​ແທ ບອກ ​ແລະ ຄະນະທີ່​ໄດ້​ມາ​ຢ້ຽມຢາມ ​ແລະ​ ໄດ້ແຈ້ງ​ໃຫ້​ຊາບ​ເຖິງ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ VII ຂອງພັກ​ແຮງ​ງານ​ເກົາຫລີ, ພ້ອມ​ທັງສະ​ແດງ​ຄວາມ​ຊົມ​ເຊີຍຕໍ່ ສະຫາຍ​ ກິມ ​ເຈິ​ງອຸນ ທີ່​ໄດ້ຮັບ​​ເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່ງເປັນ ປະທານ​ພັກ​ແຮງ​ງານ​ເກົາຫລີ ​ແລະ ມີ​ຄວາມ​ເຊື່ອໝັ້ນວ່າພາຍ​ໃຕ້​ການ​ນຳພາ​ອັນ​ເດັດດ່ຽວໜຽວ​ແໜ້ນ ຂອງພັກ​ແຮງ​ງານ​ເກົາຫລີ ອັນ​ມີ ສະຫາຍ ກິມ ອິນ ຊຸງ ​ແລະ ກິມ ​ເຈິ​ງ ອິນ ຜູ້ນຳ​ທີ່​ຍິ່ງ​ໃຫຍ່​ຂອງ​ປະຊາຊົນ ສປປ ​ເກົາຫລີ ​ເປັນ​ຜູ້ນຳ​ໃນ​ເມື່ອ​ກ່ອນ ກໍ​ຄື ສະຫາຍ​ ກິມ ​ເຈິ​ງ ອຸນ ​ເປັນ​ຜູ້​ສືບ​ທອດ​ພາລະກິດອັນ​ຍິ່ງ​ໃຫຍ່​ໃນ​ປັດຈຸບັນ. ພັກ, ລັດ ​ແລະ ປະຊາຊົນ​ເກົາຫລີ​ອ້າຍ​ນ້ອງ ຈະ​ສື​ບຕໍ່ຍາດ​ໄດ້ຜົນ​ສຳ​ເລັດ​ອັນໃໝ່ໃຫຍ່​ຫລວງກວ່າ​ເກົ່າ ​ໃນ​ພາລະກິດປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ສັງຄົມ​ນິຍົມ​ ໃຫ້​ນັບ​ມື້​ເຂັ້ມ​ແຂງ ກໍ​ຄືການຈັດ​ຕັ້ງ​ປະຕິບັດ​ມະຕິ​​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ VII ຂອງພັກ​ແຮງ​ງານ​ເກົາຫລີ ທີ່ວາງ​ອອກ​ຢ່າງ​ມີ​ໄຊ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485864
ມື້ນີ້163
ມື້ວານ206
ອາທິດນີ້900
ເດືອນນີ້5169