ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານປະເທດ ຫວຽດນາມ ຢ້ຽມຢາມທາງລັດຖະກິດ ສປປ ລາວ

 

pre vvl1

pre vvl2

pre vvl3

 

ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ ສະຫາຍ ບຸນຍັງ ວໍລະຈິດ, ປະທານປະເທດ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ, ສະຫາຍ ເຈີນ ດ້າຍ ກວາງ, ປະທານປະເທດ ແຫ່ງ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ, ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງໄດ້​ເດີນທາງ​ມາ​ຢ້ຽມຢາມທາງລັດຖະກິດ ທີ່ ສາທາລະນະ​ລັດ ປະຊາທິປະ​ໄຕປະຊາຊົນ​ລາວ ​ແຕ່​ວັນ​ທີ 12-14 ມິຖຸນາ 2016, ​ເພື່ອ​ເພີ່​​ມທະວີ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ ລະຫວ່າງ​ ສອງ​ປະ​ເທດ ລາວ ​ແລະ ຫວຽດນາມ.

ການເດີນທາງຢ້ຽມຢາມ ທາງ​ລັດຖະກິດ ສປປ ລາວ ຂອງ ສະຫາຍ ເຈີ​ນ ດ້າຍ ກວາງ, ປະທານປະເທດ ​ແຫ່ງ ສສ. ຫວຽດນາມ ພ້ອມຄະນະ ຖືເປັນການເຄື່ອນໄຫວຕ່າງປະເທດຄັ້ງທຳອິດ ພາຍຫລັງທີ່ໄດ້ຮັບການເລືອກຕັ້ງ ເປັນການຢັ້ງຢືນເຖິງການເສີມຂະຫຍາຍ ສາຍ​ພົວພັນ​ມິດຕະພາບ ຄວາມສາມັກຄີພິເສດ ​ແລະ ການຮ່ວມມືຮອບດ້ານ ລະຫ່ວາງ ສອງພັກ, ສອງລັດ ກໍຄື ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມາແຕ່ດົນນານ ໃຫ້ຈະ​ເລີ​ນງອກ​ງາມຍິ່ງໆຂຶ້ນ ພ້ອມ​ທັງ​ສະ​ແດງ​ເຖິງ​ລັກສະນະ​ພິ​ເສດ ຂອງ​ສາຍ​ພົວພັນ​ຮ່ວມ​ມື​ລາວ ​ແລະ ຫວຽດນາມ ທີ່ມີໜຶ່ງດຽວໃນໂລກ.

ສະຫາຍ ບຸນຍັງ ວໍລະຈິດ ຕີລາຄາສູງຕໍ່ການພົວພັນຮ່ວມ​ມືສອງຝ່າຍ, ຖືວ່າການຢ້ຽມຢາມຂອງປະທານປະເທດຫວຽດນາມໃນຄັ້ງນີ້ ເປັນການປະກອບສ່ວນສຳຄັນຕໍ່ການ​ເສີມ​ຂະຫຍາຍສາຍພົວພັນຂອງສອງປະເທດໃຫ້ຈະເລີນງອກງາມຍິ່ງໆຂຶ້ນ. ສະຫາຍປະທານປະເທດ ຫວຽດນາມ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໄມຕີຈິດ ຖານມິດສະຫາຍອ້າຍນ້ອງ, ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດທີ່ພັກ-ລັດ ແລະ ປະຊາຊົນລາວຍາດມາໄດ້,​ ອວຍພອນຜົນສຳ​ເລັດ​ຂອງ ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 8 ແລະ ສະພາປະຊາຊົນແຂວງ,​ ອວຍພອນສະຫາຍ ບຸນຍັງ ວໍລະຈິດ ທີ່ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ, ສະແດງຄວາມຫວັງວ່າ ພັກ-ລັດຖະບານລາວ ຈະຈັດຕັ້ງປະຕິບັດສຳເລັດມະຕິ X ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ແລະ ແຜນການ 5 ປີ ຄັ້ງທີ 8 (2016-2020), ການເປັນປະທານອາຊຽນໃນປີ 2016 ຂອງ ສປປ ລາວ, ພ້ອມນີ້ ສະຫາຍບຸ​ນຍັງ ວໍລະ​ຈິດ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ການ​ຊ່ວຍ​ເຫຼືອຈາກ​ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ,​ຊົມ​ເຊີຍ​ຕໍ່ຜົນສຳ​ເລັດ​ໃນ​ການ​ສ້າງ​ພັດທະນາຂອງຫວຽດນາມ.

ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ ​ແລະ ສົມ​ກຽດ ​ໄດ້​ຖືກຈັດ​ຂຶ້ນທີ່ ທຳນຽບ​ປະທານ​ປະ​ເທດ, ຫຼັງຈາກ​ນັ້ນ​ແມ່ນ​ມີ​ການ​ພົບ​ປະ​ສອງ​ຝ່າຍ. ໃນການພົບປະຄັ້ງ​ນີ້ ສອງຝ່າຍ​ໄດ້​ສະ​ແດງ​ຄວາມພໍ​ໃຈຕໍ່ການ​ພົວພັນ​ຮ່ວມ​ມືທີ່​ມີ​ການ​ພັດທະນາ​ດີ​ຕະຫຼອດມາ,​ ການ​ພົວພັນ​ທຸກ​ຂົງ​ເຂດ​ຂະຫຍາຍ​ຕົວ, ສອງ​ຝ່າຍຢັ້ງຢືນ​ວ່າ ຈະ​ໃຫ້​ບູລິ​ມະ​ສິດ​ສູງ​ແກ່​ການ​ພັດທະນາ ສາຍ​ພົວພັນ​ຂອງ​ສອງ​ປະ​ເທດ, ​ເຊິ່ງຖື​ເປັນ​ກົດ​ເກນ​ແຫ່ງ​ການ​ຂະຫຍາຍຕົວ ​ແລະ ຄົງຕົວ​ຂອງ​ສອງ​ປະ​ເທດ;​ ສອງ​ຝ່າຍ​ເປັນ​ເອກະ​ພາບ​ກັນ​ຈັດ​ຕັ້ງ​ປະຕິບັດ ການ​ຕົກລົງ​ຂອງ​ສອງ​ກົມ​ການ​ເມືອງ, ຂອງ​ລັດຖະບານ, ບັນດາ​ຂໍ້​ຕົກລົງ ​ແລະ ບົດ​ບັນທຶກ​ຕ່າງໆ ​ໃນ​ນັ້ນ ມີ​​ຖະ​ແຫຼງການ​ຮ່ວມ​ຂອງ​ສອງ​ປະ​ເທດ ​ໃນ​ໂອກາດ​ສະຫາຍ ບຸນ​ຍັງ ວໍລະ​ຈິດ ຢ້ຽມຢາມ ສສ. ຫວຽດນາມ ​ໃນ​ເດືອນ ​ເມສາ ຜ່ານ​ມານີ້; ສອງ​ຝ່າຍ​ເປັນ​ເອກະ​ພາບ​ກັນ ສືບຕໍ່​ແລກປ່ຽນຄະນະ​ຜູ້​ແທນ​ຂັ້ນ​ສູງ​ກາງຈົນ​ເຖິງ​ຂັ້ນ​​ທ້ອງ​ຖິ່ນ, ​ເສີມ​ຂະຫຍາຍ​ການ​ປະຕິບັດ​ງານ​ຂອງ​ກົນ​ໄກ​ການ​ຮ່ວມ​ມື​ສອງ​ຝ່າຍ, ​ຍົກ​ສູງ​ການ​ພົວພັນ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ; ສອງ​ຝ່າຍ​​ເຫັນ​ດີ ຍົກ​ສູງ​ການ​ຮ່ວມ​ມື​ກັນ​ໃນບັນດາ​ຂໍ້​ຕົກລົງ-ອານຸສັນຍາຕ່າງໆ ​ເຊັ່ນ ດ້ານວຽກງານ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ, ການ​ຄຸ້ມ​ຄອງ​ຊາຍ​ແດນ, ສັນຍາ​ການ​ຄ້າ, ການ​ຄ້າ​ຊາຍ​ແດນ, ສຶກສາ​, ລວມທັງເສີມ​ຂະຫຍາຍ​ການ​ເຊື່ອມ​ໂຍງ​ທາງ​ດ້ານ​ເສດຖະກິດ ​ເປັນ​ຕົ້ນ​ແມ່ນ ດ້ານພະລັງງານ,​ ການ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ; ສອງ​ຝ່າຍ​​ເຫັນ​ດີ​ຈະຈັດ​ພິທີ​ສະ​ເຫຼີມສະຫຼອງ ວັນ​ຄົບຮອບ 55 ປີ ​ແຫ່ງ ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ ລາວ-ຫວຽດນາມ ​ແລະ ວັນ​ຄົບຮອບ 40 ປີ ​ແຫ່ງ​ການ​ເຊັນສົນທິ​ສັນຍາມິດຕະພາບ ​ແລະ ການ​ຮ່ວມ​ມື ລະຫວ່າງ ລາວ-ຫວຽດນາມ ​ໃນ​ປີ 2017 ຢ່າງ​ຟົດຟື້ນ ​ແລະ ມີ​ຄວາມໝາຍ; ສອງ​ຝ່າຍ​ເຫັນ​ວ່າ​ສະພາບ​ການ​ໃນ​ພາກພື້ນ ​ແລະ ສາກົນ ມີ​ຄວາມ​ສະຫຼັບຊັບຊ້ອນ, ສະ​ນັ້ນ​ສອງ​ຝ່າຍ​ເປັນ​ເອກະ​ພາບກັນ​ຈະ​ສືບຕໍ່ປຶກສາ​ຫາລື ​ແລະ ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ, ​ເພື່ອ​ປະກອບສ່ວນ​ມນການຮັກສາ​ສັນຕິພາບ, ສະ​ເຖຍລະ​ພາບ ​ແລະ ຄວາມ​ວັດ​ທະນາ​ຖາວອນ​ຂອງ​ພາກພື້ນ ​ແລະ ສາກົນ, ປະສານ​ພົວພັນ​ກັນ​ໃນ​ເວທີ​ພາກພື້ນ ​ແລະ ສາກົນ ​ເປັນ​ຢ່າງ​ດີ ​ເປັນ​ຕົ້ນ​ແມ່ນ ສປຊ, ອາຊຽນ, ​ກົນ​ໄກ​ການ​ຮ່ວ​ມມືພາກພື້ນຕ່າງໆ,​ສືບຕໍ່ສ້າງ​ປະຊາ​ຄົມ​ອາຊຽນ, ​ເສີມ​ຂະຫຍາຍ​ຄວາມ​ສາມັກຄີ​ເປັນ​ແກ່ນ​ກາງຂອງ​ອາຊຽນ; ປະທານ​ປະ​ເທດ ຫວຽດນາມ​ຢືນຢັນ​ການສະໜັບສະໜູນ ຢ່າງ​ເຕັມ​ສ່ວນ ການ​ເປັນ​ປະທານ​ອາຊຽນຂອງ​ລາວ; ສອງ​ຝ່າຍ​ຈະ​ປະສານ​ກັບປະ​ເທດ​ອື່ນໆ​ໃນ​ການໝູນ​ໃຊ້​ແມ່ນ້ຳຂອງ​ຢ່າງ​ມີ​ປະສິດທິ​ຜົນ; ສອງ​ຝ່າຍ​ເນັ້ນໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ປົກ​ປັກ​ຮັກສາ​ສັນຕິພາບ, ສະ​ເຖຍລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ​ຢູ່ ທະ​ເລ​ຈີນ​ໃຕ້, ​ເປັນ​ເອກະ​ພາບ​ກັນ​ຊຸກຍູ້​ການ​ແກ້​ໄຂ​ບັນຫາ​ຂໍ້​ຂັດ​ແຍ້​ງ​ໃນ​ທະ​ເລ​ຈີນ​ໃຕ້ ​ໂດຍ​ສັນຕິ​ວິທີ, ບົນ​ພື້ນຖານ​ກົດໝາຍສາກົນ; ຮ່ວມ​ກັບ​ຝ່າຍ​ຕ່າງໆປະຕິບັດ​ຖະ​ແຫຼງການ​ກ່ຽວກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຢູ່ ທະ​ເລ​ຈີນ​ໃຕ້ ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ ​ແລະ ກ້າວ​ໄປ​ສູ່​ການ​ບັນລຸ​ຫລັກການ​ກ່ຽວກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ໃນ​ທະ​ເລ​ຈີນ​ໃຕ້ ​ແນ່​ໃສ່​ການ​ປົກ​ປັກ​ຮັກສາ​ສັນຕິພາບ, ສະ​ເຖຍລະ​ພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ຢູ່​ໃນ​ພາກພື້ນ ​ແລະ ​ໃນ​ໂລກ.

ການ​ພົບ​ປະ​ສອງ​ຝ່າຍ​ໄດ້​ດຳ​ເນີນ​ໄປ​ດ້ວຍ​ບັນຍາກາດ​ສະໜິດສະໜົມ, ​ເພື່ອນ​ມິດ, ສະຫາຍ​ອ້າຍ​ນ້ອງ ​ເຊື່ອໝັ້ນ​ ​ແລະ ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ. ໃນ​ໂອກາດ​ຢ້ຽມຢາມ ສປປ ລາວ ​ໃນ​ຄັ້ງ​ນີ້, ປະທານ​ປະ​ເທດຫວຽດນາມ ​ໄດ້ມອບ​​ຂອງຂວັນ ​​ເປັນໂຮງຮຽນໜຶ່ງຫຼັງ​ ມີມູນ​ຄ່າ 1 ລ້ານ​ໂດ​ລາ ​ໃຫ້​ແກ່​ແຂວງ​ເຊ​ກອງ ​ເພື່ອ​ເປັນ​ການ​ພັດທະນາ​ການ​ສຶກສາ​ຢູ່​ແຂວງ​ເຊ​ກອງ.

ໃນ​ຕ່ອນ​ບ່າຍວັນ​ດຽວກັນ ສະຫາຍ ​ເຈີ​ນ ດ້າຍ ກວາງ ກໍ່​ໄດ້​ພົບປະ​ກັບ ສະຫາຍ ທອງ​ລຸນ​ ສີສຸ​ລິດ, ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ທີ່ ສຳນັກງານ​ນາຍົກລັດຖະມົນຕີ; ພົບ​ປະ​ກັບ ສະຫາຍ ນາງ ປານີ ຢາ​ທໍ່ຕູ້, ປະທານ​ສະພາ​ແຫ່ງ​ຊາດ​ລາວ ທີ່ ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ; ພົບ​ປະ​ກັບ ສະຫາຍ ຈູມ​ມາລີ ​ໄຊ​ຍະ​ສອນ, ອະດີດ​ປະທານ​ປະ​ເທດ ​ແຫ່ງ ສປປ ລາວ; ພົບ​ປະ​ກັບ ສະຫາຍ​ ທອງ​ສິງ ທຳ​ມະ​ວົງ, ອະດີດ​ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ;​ ພົບ​ປະ​ຢ້ຽມຢາມ​ຄອບຄົວ ປະທານ ​ໄກ​ສອນ ພົມວິຫານ, ຄອບຄົວ ປະທານ ສຸພາ​ນຸວົງ.

ໃນຕອນ​ຄໍ່າຂອງ​ວັນ​ດຽວກັນ ສະຫາຍ​ ບຸນ​ຍັງ ວໍລະ​ຈິດ,​ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ​ໄດ້​ຈັດ​ງານ​ລ້ຽງຮັບຮອງ​ເພື່ອ​ເປັນກຽດ​ແກ່ ສະຫາຍປະທານ​ປະ​ເທດຫວຽດນາມ ທີ່ ທຳນຽບປະທານ​ປະ​ເທດ ສປປ ລາວ.

ໃນ​ໂອກາດ​ຢ້ຽມຢາມ ສປປ ລາວ​ ​ຄັ້ງ​ນີ້ ສະຫາຍ ​ເຈີ​ນ ດ້າຍ ກວາງ ຍັງ​ໄດ້​​ເດີນທາງ​ໄປ​ຢ້ຽມຢາມ​ແຂວງ​ຈຳປາ​ສັກ ​ແລະ ​ໄດ້​ພົບ​ປະ​ຢ້ຽມຢາມ ສະຫາຍ ​ຄຳ​ໄຕ ສີ​ພັນ​ດອນ; ໄປ​ຢ້ຽມຢາມ ອານຸສາ​ວະລີ​ຮ່ວມ​ສຳພັນ​ສູ້​ຮົບ ລາວ-ຫວຽດນາມ;​ ​ໂຮງງານ​ປຸ່ງ​ແຕ່ງ​ຢ່າງ​ພາລາ ລາວ-ຫວຽດນາມ; ​ແລະ ​ໂຮງງານກາ​ເຟດາວ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486045
ມື້ນີ້176
ມື້ວານ168
ອາທິດນີ້1081
ເດືອນນີ້5350