ໃນຕອນບ່າຍ ຂອງວັນທີ 24 ກໍລະກົດ 2016, ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນ້ຳຂອງ-ສ.ເກົາຫລີ ຄັ້ງທີ 6 ຈັດຂຶ້ນທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ. ຄະນະຜູ້ແທນຝ່າຍລາວ ນຳໂດຍ ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນທາງການ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນ້ຳຂອງ-ສ.ເກົາຫລີ ຄັ້ງທີ 6 ຊຶ່ງຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຢຸນ ບຸຍ ເຊ, ລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫລີ ແລະ ທ່ານ ປັກ ຊົກຮອນ, ລັດຖະມົນຕີອາວຸໂສ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກຳປູເຈຍ. ພ້ອມນີ້, ຍັງມີບັນດາລັດຖະມົນຕີຕ່າງປະເທດ ພ້ອມດ້ວຍຄະນະ ຈາກປະເທດແມ່ນໍ້າຂອງ (ກຳປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ສສ. ຫວຽດນາມ) ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້ ໄດ້ຕີລາຄາສູງຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ຂອບການຮ່ວມມືແມ່ນ້ຳຂອງ-ສ.ເກົາຫຼີ ໃນໄລຍະຜ່ານມາ ໂດຍສະເພາະການຜັນຂະຫຍາຍແຜນປະຕິບັດງານຂອບການຮ່ວມມືແມ່ນ້ຳຂອງ-ສ.ເກົາຫລີ (ປີ 2014-2017) ແລະ ຖະແຫຼງການຂອງປະທານຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນ້ຳຂອງ-ສ.ເກົາຫລີ ຄັ້ງທີ 5 ຮັບຮອງເອົາໃນປີ 2015 ແລະ ໄດ້ພ້ອມກັນປຶກສາຫາລື ກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ ເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືລະຫວ່າງບັນດາປະເທດ ແມ່ນໍ້າຂອງ ແລະ ສ.ເກົາຫລີ ໃຫ້ກວ້າງຂວາງຂຶ້ນກວ່າເກົ່າ.
ພ້ອມດຽວກັນນັ້ນ, ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຂອງປະທານຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນ້ຳຂອງ-ສ.ເກົາຫລີ ຄັ້ງທີ 6 ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ; ພິເສດ ກອງປະຊຸມໄດ້ຕົກລົງເຫັນດີຮັບຮອງເອົາ 7 ໂຄງການໃໝ່ ໂດຍຈະນຳໃຊ້ກອງທຶນເພື່ອການຮ່ວມມືແມ່ນໍ້າຂອງ-ສ.ເກົາຫລີ ຊຶ່ງ ສ.ເກົາຫລີ ໄດ້ປະກອບສ່ວນດ້ານງົບປະມານເຂົ້າໃນ ກອງທຶນດັ່ງກ່າວ ນັບແຕ່ປີ 2015 ເປັນຕົ້ນມາ ເປັນຈຳນວນເງິນເຖິງ 1 ລ້ານໂດລາສະຫະລັດ ຕໍ່ປີ ເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດ ໂຄງການບູລິມະສິດຕ່າງໆຂອງຂອບການຮ່ວມມື ແລະ ໃນນັ້ນ ມີໂຄງການ ຈາກ ສປປ ລາວເຮົາ ຈຳນວນ 01 ໂຄງການ ກໍ່ໄດ້ຮັບອະນຸມັດ ຄື: “ໂຄງການເພີ່ມຄວາມອາດສາມາດຂອງ ປະຊາຊົນ ແລະ ບັນດາເມືອງທຸກຍາກຂອງ ສປປ ລາວ ໃນການເຂົ້າເຖິງນິຕິກຳ ຂອງຂະແໜງການອຸດສາຫະກຳ ແລະ ການຄ້າ ເພື່ອເປັນການກະກຽມໃຫ້ການເຊື່ອມໂຍງ, ການຮ່ວມມືທາງດ້ານເສດຖະກິດ, ສະຖາບັນ ແລະ ການເປີດກວ້າງທາງດ້ານການຄ້າ” ຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ມີມູນຄ່າ ປະມານ 423,000 ໂດລາສະຫະລັດ.
ຂອບການຮ່ວມມື ແມ່ນນ້ຳຂອງ-ສ.ເກົາຫລີ ໄດ້ກວມເອົາ 3 ຂົງເຂດຕົ້ນຕໍໃນການຮ່ວມມື ຄື: ການເຊື່ອມຈອດອາຊຽນ, ການພັດທະນາແບບຍືນຍົງ ແລະ ການພັດທະນາທີ່ຖືເອົາປະຊາຊົນເປັນໃຈກາງ ແລະ ກວມເອົາ 6 ຂະແໜງການບູລິມະສິດຄື: ການພັດທະນາພື້ນຖານໂຄງລ່າງ, ເຕັກໂນໂລຊີຂໍ້ມູນຂ່າວສານ (ICT), ການພັດທະນາສີຂຽວ, ການພັດທະນາຊັບພະຍາກອນນ້ຳ, ກະສິກໍາ ແລະ ການພັດທະນາຊົນນະບົດ, ແລະ ການພັດທະນາຊັບພະຍາກອນມະນຸດ.
ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນ້ຳຂອງ-ສ.ເກົາຫລີ ຄັ້ງຕໍ່ໄປຈະຈັດຂຶ້ນຢູ່ ສ.ເກົາຫລີ ໃນປີ 2017 ພາຍໃຕ້ການເປັນປະທານຮ່ວມ ຂອງ ສ.ເກົາຫລີ ແລະ ສປປ ລາວ.