ຕອບສະໜອງຕາມຄຳເຊີນຂອງ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ດຣ. ວິວຽນ ບາລາຄຣິສນັນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສິງກະໂປ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 27-28 ກໍລະກົດ 2016 ພາຍຫຼັງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມປິ່ນອ້ອມອື່ນໆ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ລາວ ແລະ ສິງກະໂປ.
ໃນຕອນເຊົ້າຂອງວັນທີ 27 ກໍລະກົດ 2016, ທີ່ກະຊວງການຕ່າງປະເທດ ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ ຈາກພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປລາວ ຢ່າງອົບອຸ່ນ ຫຼັງຈາກນັ້ນກໍ່ໄດ້ມີພິທີພົບປະສອງຝ່າຍ. ໃນການພົບປະ ສອງຝ່າຍເຫັນວ່າການພົວພັນ ແລະ ການຮ່ວມມືສອງຝ່າຍ ມີບາດກ້າວຂະຫຍາຍຕົວ ແລະ ແຕກດອກອອກຜົນຢ່າງຕໍ່ເນື່ອງ ເຫັນໄດ້ຈາກການແລກປ່ຽນຄະນະຜູ້ແທນ ໃນລະດັບຕ່າງໆຂອງສອງປະເທດພວກເຮົາ ໃນໄລຍະຜ່ານມາ; ສອງຝ່າຍ ໄດ້ມີຄວາມພະຍາຍາມໃນການສົ່ງເສີມການຮ່ວມມື ທາງດ້ານການຄ້າ ແລະ ການລົງທຶນ ເຊິ່ງມູນຄ່າການຄ້າສອງຝ່າຍ ມີການຂະຫຍາຍຕົວໃນລະດັບດີພໍສົມຄວນ ໃນປີ 2015 ມູນຄ່າການຄ້າລວມ ລະຫ່ວາງ ສອງປະເທດ ມີມູນຄ່າເຖິງ 72.5 ລ້ານ ໂດລາສະຫະລັດ ແລະ ໃນປີ 2016, ມູນຄ່າການລົງທຶນຂອງ ສິງກະໂປ ຢູ່ລາວ ມີປະມານ 187 ລ້ານໂດລາ ສະຫະລັດ ໃນຂະແໜງການອຸດສາຫະກຳແລະຫັດຖະກຳ, ການກໍ່ສ້າງ, ການບໍລິການ, ພະລັງງານໄຟຟ້າ, ອຸດສາຫະກຳໄມ້, ກະສິກຳ, ໂທລະຄົມມະນາຄົມ ແລະ ດ້ານອື່ນໆອີກ ເຮັດໃຫ້ ສິງກະໂປ ເປັນປະເທດລົງທຶນຕ່າງປະເທດລາຍໃຫ່ຍ ອັນດັບ 11 ທີ່ມາລົງທຶນ ຢູ່ ສປປ ລາວ ແລະ ໃນເດືອນຕຸລາ 2016 ນີ້, ບໍລິສັດ Silk Air ຂອງສິງກະໂປຈະເລີ້ມເປີດສາຍການບິນ ລະຫວ່າງ ສິງກະໂປ-ວຽງຈັນ-ຫລວງພະບາງ 3 ຖ້ຽວຕໍ່ອາທິດຕາມສັນຍາທີ່ໄດ້ຕົກລົງກັນ ລະຫ່ວາງ ບໍລິສັດ Silk Air ແລະບໍລິສັດການບິນລາວ ແລະ ສອງບໍລິສັດ ຈະມີການລົງນາມໃນສັນຍາ Codeshare ຮ່ວມກັນ. ທັງສອງຝ່າຍເຫັນດີໃຫ້ມີການສືບຕໍ່ເແລກປ່ຽນການຢ້ຽມຢາມຂອງຜູ້ນຳຂັ້ນສູງ ກໍ່ຄືວິຊາການຂັ້ນຕ່າງໆ ລະຫວ່າງ ສອງປະເທດຢ່າງເປັນປົກກະຕິດ້ວຍຫລາຍຮູບການ; ຊຸກຍູ້ຂະແຫນງອຸດສາຫະກຳ ແລະ ການຄ້າ ຂອງທັງສອງຝ່າຍ ໃນການເຊັນສັນຍາການຄ້າສອງຝ່າຍຮ່ວມກັນ ເພື່ອສົ່ງເສີມການຄ້າ ແລະ ການລົງທຶນ ລະຫ່ວາງ ສອງປະເທດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ; ຊຸກຍູ້ໃຫ້ມີການແລກປ່ຽນບົດຮຽນ ທາງດ້ານວິຊາການ ກ່ຽວກັບ ວຽກງານສະສົມ, ການຄຸ້ມຄອງຊັບສິນຂອງລັດ, ການແລກປ່ຽນຂໍ້ມູນຂ່າວສານ ດ້ານສ່ວຍສາອາກອນ ແລະ ຊ່ວຍເຫລືອລາວ ໃນການພັດທະນາຕະຫລາດທຶນ ແລະ ການເຂົ້າຫາແຫ່ລງທຶນສາກົນ; ສືບຕໍ່ຊຸກຍູ້ ແຜນການຮ່ວມມື ລະຫ່ວາງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງລາວ ແລະ ສິງກະໂປ ກ່ຽວກັບ ໂຄງການຝຶກອົບຮົມສີມືແຮງງານລາວ ຢູ່ ສິງກະໂປ; ສືບຕໍ່ໃຫ້ການຊ່ວຍເຫລືອແກ່ ສປປລາວ ດ້ານການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະແມ່ນການກໍ່ສ້າງໄລຍະຍາວກໍຄືການຍົກລະດັບຄວາມສາມາດດ້ານການຄຸ້ມຄອງ-ບໍລິຫານ ແລະ ດ້ານພາສາອັງກິດ ໃຫ້ແກ່ພະນັກງານລັດຖະກອນ ແລະ ຄູ-ອາຈານຂອງລາວ. ນອກນັ້ນ, ສອງຝ່າຍ ຍັງເຫັນດີສະຫນັບສະຫນູນຊ່ວຍເຫຼືອຊຶ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ.
ຫຼັງຈາກນັ້ນທ່ານລັດຖະມົນຕີຕ່າງປະເທດ ລາວ ແລະ ສິງກະໂປ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີເຊັ້ນສັນຍາການຮ່ວມມື ລະຫວ່າງ ລັດວິສາຫະກິດການບິນລາວ ແລະ ສິງກະໂປ.
ໃນວັນດຽວກັນ, ພະນະທ່ານ ດຣ. ວິວຽນ ບາລາຄຣິສນັນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສິງກະໂປ ກໍ່ໄດ້ເຂົ້າຢ້ຽມຂໍ່ານັບພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ເຂົ້າຢ້ຽມຂໍ່ານັບພະນະທ່ານ ນາງ ສູນທອນ ໄຊຍະຈັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ເຂົ້າຮ່ວມງານລ້ຽງອາຫານຄໍ່າທີ່ຈັດເປັນກຽດ ໂດຍພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ.