ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີຕ່າງປະເທດ ແຫ່ງ ສາທາລະນະລັດ ສິງກະໂປ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

 

H.E.vivian1

H.E.vivian2 H.E.vivian3H.E.vivian4 H.E.vivian5

 

ຕອບສະໜອງຕາມຄຳເຊີນຂອງ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ດຣ. ວິວຽນ ບາລາຄຣິສນັນ, ລັດຖະມົນຕີ​ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສິງກະໂປ ແລະ ຄະນະ ​ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 27-28 ກໍລະກົດ 2016 ພາຍຫຼັງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດ​ອາຊຽນ ຄັ້ງ​ທີ 49 ​ແລະ ກອງ​ປະຊຸມ​ປິ່ນ​ອ້ອມ​ອື່ນໆ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ລາວ ແລະ ສິງກະໂປ.

 

ໃນຕອນເຊົ້າຂອງວັນທີ 27 ກໍລະກົດ 2016, ທີ່ກະຊວງການຕ່າງປະເທດໄດ້ມີພິທີຕ້ອນຮັບຢ່າງເປັນທາງການຈາກພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປລາວ ຢ່າງອົບອຸ່ນຫຼັງຈາກນັ້ນກໍ່ໄດ້ມີພິທີພົບປະສອງຝ່າຍ. ​ໃນ​ການ​ພົບ​ປະ​ ສອງ​ຝ່າຍເຫັນວ່າການພົວພັນ ແລະ ການຮ່ວມມືສອງຝ່າຍ ມີບາດກ້າວຂະຫຍາຍຕົວ ແລະ ແຕກດອກອອກຜົນຢ່າງຕໍ່ເນື່ອງ ເຫັນໄດ້ຈາກການແລກປ່ຽນຄະນະຜູ້ແທນ ໃນລະດັບຕ່າງໆຂອງສອງປະເທດພວກເຮົາ ໃນໄລຍະຜ່ານມາ; ສອງຝ່າຍ ໄດ້ມີຄວາມພະຍາຍາມໃນການສົ່ງເສີມການຮ່ວມມື ທາງດ້ານການຄ້າ ແລະ ການລົງທຶນ ​ເຊິ່ງມູນຄ່າການຄ້າສອງຝ່າຍ ມີການຂະຫຍາຍຕົວໃນລະດັບດີພໍສົມຄວນ ໃນປີ 2015 ມູນຄ່າການຄ້າລວມ ລະຫ່ວາງ ສອງປະເທດ ມີມູນຄ່າ​ເຖິງ 72.5 ລ້ານ ໂດລາສະຫະລັດ ​ແລະ ໃນປີ 2016, ມູນຄ່າການລົງທຶນຂອງ ສິງກະໂປ ຢູ່ລາວ ມີປະມານ 187 ລ້ານໂດລາ ສະຫະລັດ ​ໃນ​ຂະ​ແໜງການອຸດສາຫະກຳແລະຫັດຖະກຳ, ການກໍ່ສ້າງ, ການບໍລິການ, ພະລັງງານໄຟຟ້າ, ອຸດສາຫະກຳໄມ້, ກະສິກຳ, ໂທລະຄົມມະນາຄົມ ແລະ ດ້ານອື່ນໆອີກ ເຮັດໃຫ້ ສິງກະໂປ ເປັນປະ​ເທດລົງທຶນຕ່າງປະເທດລາຍໃຫ່ຍ ອັນດັບ 11 ທີ່ມາລົງທຶນ ຢູ່ ສປປ ລາວ ​ແລະ ໃນເດືອນຕຸລາ 2016 ນີ້, ບໍລິສັດ Silk Air ຂອງສິງກະໂປຈະເລີ້ມເປີດສາຍການບິນ ລະຫວ່າງ ສິງກະໂປ-ວຽງຈັນ-ຫລວງພະບາງ 3 ຖ້ຽວຕໍ່ອາທິດຕາມສັນຍາທີ່ໄດ້ຕົກລົງກັນ ລະຫ່ວາງ ບໍລິສັດ Silk Air ແລະບໍລິສັດການບິນລາວ ແລະ ສອງບໍລິສັດ ຈະມີການລົງນາມໃນສັນຍາ Codeshare ຮ່ວມກັນ. ທັງ​ສອງ​ຝ່າຍ​ເຫັນ​ດີໃຫ້ມີການສືບຕໍ່ເແລກປ່ຽນການຢ້ຽມຢາມຂອງຜູ້ນຳຂັ້ນສູງ ກໍ່ຄືວິຊາການຂັ້ນຕ່າງໆ ລະຫວ່າງ ສອງປະເທດຢ່າງເປັນປົກກະຕິດ້ວຍຫລາຍຮູບການ; ຊຸກຍູ້ຂະແຫນງອຸດສາຫະກຳ ແລະ ການຄ້າ ຂອງທັງສອງຝ່າຍ ໃນການເຊັນສັນຍາການຄ້າສອງຝ່າຍຮ່ວມກັນ ເພື່ອສົ່ງເສີມການຄ້າ ແລະ ການລົງທຶນ ລະຫ່ວາງ ສອງປະເທດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ; ຊຸກຍູ້​ໃຫ້​ມີການແລກປ່ຽນບົດຮຽນ ທາງດ້ານວິຊາການ ກ່ຽວກັບ ວຽກງານສະສົມ, ການຄຸ້ມຄອງຊັບສິນຂອງລັດ, ການແລກປ່ຽນຂໍ້ມູນຂ່າວສານ ດ້ານສ່ວຍສາອາກອນ ແລະ ຊ່ວຍເຫລືອລາວ ໃນການພັດທະນາຕະຫລາດທຶນ ແລະ ການເຂົ້າຫາແຫ່ລງທຶນສາກົນ; ສືບຕໍ່ຊຸກຍູ້ ແຜນການຮ່ວມມື ລະຫ່ວາງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງລາວ ແລະ ສິງກະໂປ ກ່ຽວກັບ ໂຄງການຝຶກອົບຮົມສີມືແຮງງານລາວ ຢູ່ ສິງກະໂປ; ສືບຕໍ່ໃຫ້ການຊ່ວຍເຫລືອແກ່ ສປປລາວ ດ້ານການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະແມ່ນການກໍ່ສ້າງໄລຍະຍາວກໍຄືການຍົກລະດັບຄວາມສາມາດດ້ານການຄຸ້ມຄອງ-ບໍລິຫານ ແລະ ດ້ານພາສາອັງກິດ ໃຫ້ແກ່ພະນັກງານລັດຖະກອນ ແລະ ຄູ-ອາຈານຂອງລາວ​. ນອກ​ນັ້ນ, ສອງ​ຝ່າຍ ຍັງ​ເຫັນ​ດີສະຫນັບສະຫນູນຊ່ວຍເຫຼືອຊຶ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ.

 

ຫຼັງຈາກ​ນັ້ນທ່ານ​ລັດຖະມົນຕີ​ຕ່າງປະ​ເທດ​ ລາວ ​ແລະ ສິງກະ​ໂປ ​ກໍ​ໄດ້​​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ​ໃນ​ພິທີ​ເຊັ້ນ​ສັນຍາການ​ຮ່ວມ​ມື ລະຫວ່າງ ​ລັດ​ວິ​ສາ​ຫະກິດ​ການບິນ​ລາວ ​ແລະ ສິງກະ​ໂປ.

ໃນ​ວັນ​ດຽວກັນ, ພະນະທ່ານ ດຣ. ວິວຽນ ບາລາຄຣິສນັນ, ລັດຖະມົນຕີ​ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສິງກະໂປ ກໍ່​ໄດ້​ເຂົ້າ​ຢ້ຽມຂໍ່ານັບ​ພະນະ​ທ່ານ ທອງ​ລຸນ​ ສີ​ສຸ​ລິດ,​ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ; ​ເຂົ້າ​ຢ້ຽມຂໍ່ານັບ​ພະນະ​ທ່ານ ນາງ ສູນ​ທອນ ​ໄຊ​ຍະ​ຈັກ, ຫົວໜ້າຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ​ແລະ ​ເຂົ້າ​ຮ່ວມ​ງານ​ລ້ຽງອາຫານ​ຄໍ່າທີ່​ຈັດ​ເປັນກຽດ ​ໂດຍ​ພະນະ​ທ່ານ ສະ​ເຫຼີມ​ໄຊ ກົມມະ​ສິດ, ລັດຖະມົນຕີ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485946
ມື້ນີ້77
ມື້ວານ168
ອາທິດນີ້982
ເດືອນນີ້5251