ພາຍຫຼັງທີ່ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດ ຄັ້ງທີ 49 ແລະ ກອງປະຊຸມປິ່ນອ້ອມອື່ນໆ ທີ່ ສປປ ລາວ ເປັນເຈົ້າພາບ; ໃນວັນທີ 27 ກໍລະກົດ 2016, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າພົບປະຂອງ ທ່ານ ນາງ ຈູລີ ບີຊ໋ອບ, ລັດຖະມົນຕີຕ່າງປະເທດ ແຫ່ງ ອົດສະຕຣາລີ.