ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ຕິນ ຈໍ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ, ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມ ຢາມທາງລັດຖະກິດ ທີ່ ສາທາລະນະລັດ ສະຫະພາບ ມຽນມາ ໃນວັນທີ 5 ສິງຫາ 2016.
ໃນຕອນເຊົ້າວັນທີ 5 ສິງຫາ 2016, ຢູ່ທຳນຽບປະທານາທິບໍດີ ແຫ່ງ ສສ ມຽນມາ, ທ່ານ ຕິນ ຈໍ ໄດ້ຈັດພິທີຕ້ອນຮັບ ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ຢ່າງເປັນທາງການ. ພິທີຕ້ອນຮັບໄດ້ຈັດຂຶ້ນຢ່າງສົມກຽດ ແລະ ໃນເວລາຕໍ່ມາ ໄດ້ມີກອງປະຊຸມ ພົບປະສອງຝ່າຍ ລະຫວ່າງ ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງສປປ ລາວ ພ້ອມດ້ວຍຄະນະ ແລະ ທ່ານ ຕິນ ຈໍ, ປະທານາທິບໍດີແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ.
ທັງສອງຝ່າຍໄດ້ສະແດງຄວາມຍິນດີ ແລະ ຕີລາຄາສູງ ຕໍ່ໝາກຜົນຂອງການພົວພັນ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ໃນໄລຍະຜ່ານມາ, ພ້ອມກັນນັ້ນ ທັງສອງຝ່າຍຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດ ຄວາມເຫັນຮ່ວມກັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ, ໄດ້ຕົກລົງເຫັນດີ ຜັນຂະຫຍາຍຜົນການຕົກລົງ ຂອງຄະນະກຳມາທິການຮ່ວມມື ລາວ-ມຽນມາ ຄັ້ງທີ 11 ແລະ ຜົນການຕົກລົງຂອງສອງປະມຸກລັດ ໃນໂອກາດ ຢ້ຽມຢາມລັດຖະກິດຢູ່ ສປປ ລາວ ຂອງທ່ານ ປະທານາທິບໍດີ ມຽນມາ ໃນເດືອນພຶດສະພາ ທີ່ຜ່ານມາໃຫ້ເປັນຮູບປະທໍາ ແລະ ຊອກຊ່ອງທາງຮ່ວມກັນ ໃນການສົ່ງເສີມການຄ້າ, ການລົງທຶນ, ການສຶກສາ, ການທ່ອງ ທ່ຽວ ແລະ ຟື້ນຟູຄືນການເປີດສາຍການບິນໂດຍກົງ ລະຫວ່າງ ວຽງຈັນ-ຢາງກຸ້ງ ຫລື ຫລວງພະບາງ-ບາການ ກໍຄືການພົວພັນຮ່ວມມື ລະຫວ່າງ ສອງປະເທດທັງ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໃຫ້ນັບມື້ນັບກວ້າງຂວາງ ແລະ ເກີດດອກອອກຜົນຍິ່ງໆ ຂຶ້ນບົນພື້ນຖານ ສອງຝ່າຍຕ່າງມີຜົນປະໂຫຍດ. ພາຍຫລັງການພົບປະສອງຝ່າຍແລ້ວ ການນໍາທັງສອງກໍໄດ້ເປັນສັກຂີພິຍານ ພິທີລົງນາມສັນຍາ ການຄຸ້ມຄອງ ຂົວມິດຕະພາບ ລາວ-ມຽນມາ ເຊິ່ງຈະໄດ້ນຳໃຊ້ ໃນເວລາອັນໃກ້ໆນີ້ ຕາງໜ້າລັດຖະບານລາວ ລົງນາມໂດຍທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕາງໜ້າລັດຖະບານມຽນມາ ລົງນາມ ໂດຍທ່ານນາງ ອອງຊານ ຊູຈີ ລັດຖະມົນຕີ ກະຊວງການຕ່າງ ປະເທດ ແຫ່ງ ສສ ມຽນມາ. ຈາກນັ້ນ, ທ່ານ ບຸນຍັງ ວໍລະຈິດ ກໍໄດ້ພົບປະກັບທ່ານ ມານ ວິນ ຄາຍ ຕານ, ປະທານ ລັດຖະສະພາ ແລະ ສະພາສູງ ແຫ່ງ ສສ ມຽນມາ ທີ່ ລັດຖະສະພາແຫ່ງຊາດ, ເຊິ່ງທ່ານ ມານ ວິນ ຄາຍ ຕານ ໄດ້ສະແດງ ຄວາມຍິນດີ ຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ທາງລັດຖະກິດ ຢູ່ ສສ ມຽນມາ ຂອງທ່ານປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະ, ເຊິ່ງເປັນການປະກອບສ່ວນສໍາຄັນ ໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອທີ່ຍາວນານ ແລະ ການຮ່ວມມື ລະຫວ່າງ ລາວ-ມຽນມາ ໃຫ້ນັບມື້ ແຕກດອກອອກຜົນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.
ທ່ານປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານປະທານລັດຖະສະພາ ທີ່ໄດ້ໃຫ້ການຕ້ອນຮັບ ໃນຄັ້ງນີ້ ແລະ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອຍາວນານ ແລະ ການຮ່ວມມື ລະຫວ່າງ ສອງປະເທດລາວ-ມຽນມາ ຈະນັບມື້ນັບຂະຫຍາຍຕົວບໍ່ຢຸດຢັ້ງ.
ໃນວັນດຽວກັນ, ທ່ານ ຕິນ ຈໍ, ປະທານປະເທດ ແຫ່ງ ສສ ມຽນມາ ພ້ອມດ້ວຍພັນລະຍາ ໄດ້ເປັນກຽດເປັນເຈົ້າພາບ ຈັດງານລ້ຽງອາຫານທ່ຽງ ຢູ່ທໍານຽບປະທານປະເທດ ເພື່ອຕ້ອນຮັບທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມ ດ້ວຍພັນລະຍາ ແລະ ຄະນະ. ນອກຈາກນັ້ນ, ທ່ານປະທານປະເທດ ພ້ອມດ້ວຍຄະນະ ກໍໄດ້ຢ້ຽມຢາມສະຖານທີ່ທ່ອງທ່ຽວ ສໍາຄັນທາງວັດທະນະທຳ ຄື: ວັດອຸປາສັນຕິ ເຊິ່ງເປັນວັດສັກສິດແຫ່ງໜຶ່ງຂອງຊາວມຽນມາ ແລະ ສະຖານທີ່ລ້ຽງຊ້າງເຜຶອກ ຂອງ ສສ ມຽນມາ ກ່ອນເດີນທາງກັບຄືນປະເທດ ໃນຕອນແລງວັນດຽວກັນ ດ້ວຍຄວາມສະຫວັດດີພາບ.