ໃນວັທີ 6 ສິງຫາ 2016, ທີ່ ຫ້ອງວ່າການປະທານປະເທດ, ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ເເຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມ ເວທີຄວາມສາມາດການເປັນຜູ້ນຳອາຊຽນ ຄັ້ງທີ 13 ໃນລະຫວ່າງວັນທີ 6-7 ສິງຫາ 2016. ໃນໂອກາດດັ່ງກ່າວ, ທ່ານປະທານປະທດ ກໍ່ໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ສະແດງຄວາມປິຕິຍິນດີທີ່ ສົມເດັດ ຮຸນ ເເຊນ ເດີນທາງມາເຂົ້າຮ່ວມກອງປະຊຸມ ເວທີຄວາມສາມາດການເປັນຜູ້ນຳອາຊຽນ ຄັ້ງທີ 13; ທ່ານປະທານປະເທດລາວ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານກຳປູເຈຍ ທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ໃນການເປັນປະທານອາຊຽນຂອງ ສປປ ລາວ ໂດຍສະເພາະ ການຈັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມລັະດັບລັດຖະມົນຕີອື່ນໆ ທີ່ກ່ຽວຂ້ອງ, ຊຶ່ງມີຜົນສຳເລັດຢ່າງຈົບງາມ. ການເຂົ້າຢ້ຽມຄຳນັບໃນຄັ້ງນີ້ ກໍ່ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ລາວ-ກຳປູເຈຍ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ສົ່ງເສີມການຮ່ວມມືດ້ານການພັດທະນາເສດຖະກິເ-ສັງຄົມ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ຫຼັງຈາກນັ້ນ, ສົມເດັດ ຮຸນ ເເຊນ ກໍ່ໄດ້ນຳເອົາຄວາມຢື້ຢາມຖາມຂ່າວຈາກ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ເຖິງ ທ່ານ ບຸນຍັງ ວໍລະຈິດ ແລະ ໄດ້ສະແດງຄວາມຂອບໃຈຕໍ່ທ່ານປະທານປະເທດ ທີ່ໄດ້ໃຫ້ກຽດຕ້ອນຮັບໃນຄັ້ງນີ້.