ໂດຍຕອບສະໜອງຕາມຄຳເຊີນຂອງ ກະຊວງການຕ່າງປະເທດຍີ່ປຸ່ນ, ພະນະທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມປະເທດຍີ່ປຸ່ນ ຢ່າງເປັນທາງການ, ແຕ່ວັນທີ 5-10 ມີນາ 2017. ໃນໂອກາດຢ້ຽມຢາມ, ທ່ານຮອງນາຍົກລັດຖະມົນຕີ ໄດ້ມີການພົບປະກັບ ທ່ານ ໂຢຊິຮິເດະ ຊູກະ (Yoshihide SUGA), ຫົວໜ້າເລຂາທິການລັດຖະບານຍີ່ປຸ່ນ, ໂດຍຕີລາຄາສູງຕໍ່ສາຍພົວ ພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ພາຍໃຕ້ການເປັນຄູ່ຮ່ວມມືຍຸດທະສາດ ທີ່ນັບມື້ນັບຂະຫຍາຍຕົວ ແລະ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ ນັບແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 5 ມີນາ 1955 ເປັນຕົ້ນມາ. ດ້ານການເມືອງ, ຜູ້ນໍາຂອງສອງປະເທດ ໄດ້ມີການແລກປ່ຽນການຢ້ຽມຢາມຢ່າງເປັນປະຈໍາ, ຊຶ່ງຫລ້າສຸດໃນເດືອນ ກັນຍາ 2016, ພະນະທ່ານ ຊິນໂຊະ ອາເບະ, ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29. ສ່ວນ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໄປຢ້ຽມຢາມຍີ່ປຸ່ນ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ຈີ 7 ເປີດກວ້າງຢູ່ແຂວງມິເອະ, ປະເທດຍີ່ປຸ່ນ ໃນເດືອນພຶດສະພາ 2016. ທາງດ້ານເສດຖະກິດ, ນັກທຸລະກິດຍີ່ປຸ່ນ ໄດ້ໃຫ້ຄວາມສົນໃຈເຂົ້າມາລົງທຶນຢູ່ ສປປ ລາວ ເພີ່ມຂື້ນ ແລະ ປະຈຸບັນການລົງທຶນຂອງຍີ່ປຸ່ນ ຈັດຢູ່ອັນດັບ 8 ຂອງການລົງທຶນຕ່າງປະເທດຢູ່ ສປປ ລາວ ໂດຍມີ 89 ໂຄງການ ລວມມູນຄ່າການລົງທຶນຫລາຍກວ່າ 438 ລ້ານໂດລາສະຫະລັດ, ຊຶ່ງໄດ້ສ້າງວຽກເຮັດງານທໍາ ແລະ ລາຍຮັບໃຫ້ແກ່ປະຊາຊົນລາວ. ຍີ່ປຸ່ນ ເປັນປະເທດທີ່ໃຫ້ການຊ່ວຍເຫລືອທາງການເພື່ອການພັດທະນາ (ODA) ແກ່ ສປປ ລາວ ຢູ່ໃນອັນດັບຕົ້ນຂອງບັນດາປະເທດທີ່ໃຫ້ການຊ່ວຍເຫລືອລາຍໃຫຍ່ ແກ່ ສປປ ລາວ. ໃນປີ 2016, ສປປ ລາວ ໄດ້ຮັບການຊ່ວຍເຫລືອຈາກຍີ່ປຸ່ນ ຈໍານວນ 5 ໂຄງການ ລວມມູນຄ່າທັງໝົດ 13 ຕື້ 854 ລ້ານເຢນ (ປະມານ 122 ລ້ານໂດລາ ສະຫະລັດ), ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນແຜນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ໃນດ້ານການແລກປ່ຽນ ລະຫວ່າງ ປະຊາຊົນກັບປະຊາຊົນຂອງສອງປະເທດ, ສອງຝ່າຍ ໄດ້ສະແດງຄວາມຍິນດີຕໍ່ແຜນການເປີດສາຍການບິນໂດຍກົງ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ, ຊຶ່ງປະຈຸບັນ ພາກສ່ວນກ່ຽວຂ້ອງສອງຝ່າຍກໍາລັງປຶກສາຫາລື ເພື່ອຈັດຕັ້ງປະຕິບັດຂັ້ນຕອນການບິນ. ນອກຈາກນັ້ນ, ທ່ານຮອງນາຍົກ ແລະ ຫົວໜ້າເລຂາທິການລັດຖະບານຍີ່ປຸ່ນ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຮ່ວມກັນໃນຫລາຍໆບັນຫາ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ, ບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ. ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກ ໄດ້ຕາງໜ້າໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈໄປຍັງລັດຖະບານ ກໍ່ຄືປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ຕະຫລອດມາ ພິເສດການເປັນປະທານມູນວຽນອາຊຽນ ຄັ້ງທີ 2 ຂອງ ສປປ ລາວ ໃນປີ 2016 ທີ່ປະສົບຜົນສໍາເລັດຢ່າງຈົບງາມ.
ໃນລະຫວ່າງເຄື່ອນໄຫວຢ້ຽມຢາມຍີ່ປຸ່ນ, ທ່ານຮອງນາຍົກ ຍັງໄດ້ພົບປະກັບທ່ານ ຟູມີໂອະ ກິຊິດະ (Fumio Kishida), ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ; ທ່ານ ຄີໂຢຊິ ໂອດະວະຣະ, ຮອງລັດຖະມົນຕີຝ່າຍລັດຖະສະພາ ກະຊວງການຕ່າງປະເທດຍີ່ປຸ່ນ ທີ່ໄດ້ຈັດງານລ້ຽງອາຫານຄໍ່າຕ້ອນຮັບທ່ານຮອງນາຍົກ; ແລະ ປະທານສະມາຄົມມິດຕະພາບຍີ່ປຸ່ນ-ລາວ ຝ່າຍລັດຖະສະພາ. ພ້ອມນັ້ນ, ທ່ານຮອງນານຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ກ່າວຄຳປາໄສຕໍ່ກອງປະຊຸມສຳມະນາ ກ່ຽວກັບການສົ່ງເສີມການລົງທຶນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ, ຈັດຮ່ວມໂດຍສູນອາຊຽນ-ຍີ່ປຸ່ນ ແລະ ອົງການການຄ້າພາຍນອກຍີ່ປຸ່ນ (JETRO) ພາຍໃຕ້ການສະໜັບສະໜູນຂອງກະຊວງການຕ່າງປະເທດຍີ່ປຸ່ນ ໂດຍມີຜູ້ເຂົ້່າຮ່ວມ ປະມານ 150 ຄົນ; ຮັບການເຂົ້າຢ້ຽມຂ່ຳນັບຂອງປະທານບໍລິສັດຟ້າຟ້າ Kansai; ຮອງປະທານອົງການ JICA, ປະທານສະມາຄົມມິດຕະພາບ ຍີ່ປຸ່ນ-ລາວ; ປະທານບໍລິສັດສະໜາມບິນສາກົນ ນາຣິຕະ; ຮອງປະທານບໍລິສັດການບິນຍີ່ປຸ່ນ (JAL); ປະທານບໍລິສັດກຸ່ມການບິນຍີ່ປຸ່ນ (ANA); ປະທານກຸ່ມບໍລິສັດພະລັງງານໄຟຟ້າໂຕກຽວ (TEPCO); ແລະ ປະທານບໍລິສັດ Prozza ທີ່ຜະລິດລົດຕຸກໆແລ່ນດ້ວຍພະລັງງານໄຟຟ້າ ໂດຍບໍລິສັດດັ່ງກ່າວໄດ້ນໍາເອົາລົດຕຸກດັ່ງກ່າວມາທົດລອງໃຊ້ຢູ່ ແຂວງຫລວງພະບາງ ແລະ ຈໍາປາສັກ. ນອກຈາກນັ້ນ, ທ່ານຮອງນາຍົກ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມສະຖານທູດລາວ ທີ່ ໂຕກຽວ ແລະ ໄດ້ພົບປະໂອ້ລົມກັບນັກສຶກສາລາວ, ຄົນເຊື້ອຊາດລາວ ທີ່ຕັ້ງຖິ່ນຖານຢູ່ຍີ່ປຸ່ນ ແລະ ໃຫ້ກຽດເຂົ້າງານລ້ຽງຕ້ອນຮັບ ຈັດເປັນກຽດໂດຍເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາຍີ່ປຸ່ນ ຢູ່ທີ່ສໍານັກງານສະຖານທູດ.
ນອກຈາກເຄື່ອນໄຫວ ຢູ່ ໂຕກຽວ ແລ້ວ, ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເດີນທາງໄປ ແຂວງໂອກິນາວາ ແລະ ຟຸກຸໂອກະ ເພື່ອຢ້ຽມຢາມ ແລະ ຖອດຖອນບົດຮຽນ ກ່ຽວກັບ ການດຳເນີນທຸລະກິດຂອງບໍ ລິສັດຂະໜາດນ້ອຍ ແລະ ກາງ ທີ່ມີບົດບາດສຳຄັນໃນການຂັບເຄື່ອນເສດຖະກິດແຫ່ງຊາດຍີ່ປຸ່ນ ແລະ ເປັນສະຖານທີ່ທາງປະຫວັດສາດ ທີ່ດຳເນີນທຸລະກິດການທ່ອງທ່ຽວ ປະສົບຜົນສຳເລັດດີ. ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກ ໄດ້ພົບປະກັບສະມາຄົມມິດຕະພາບ ໂອກິນາວາ-ລາວ ແລະ ຟຸກຸໂອກະ-ລາວ ທີ່ຈັດງານລ້ຽງອາຫານຄໍ່າຕ້ອນຮັບທ່ານຮອງນາຍົກ ຢູ່ໃນສອງແຂວງດັ່ງກ່າວ. ຕະຫລອດໄລຍະຂອງການຢ້ຽມຢາມຍີ່ປຸ່ນ, ທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກລັດຖະບານ ກໍຄືພາກທຸລະກິດຍີ່ປຸ່ນ ລວມທັງບັນດາສະມາຄົມມິດຕະພາບ ຍີ່ປຸ່ນ-ລາວ ກໍໄດ້ໃຫ້ການຕ້ອນຮັບ ແລະ ສະໜັບສະໜູນ ຄະນະຜູ້ແທນທ່ານຮອງນາຍົກ ໃນການຢ້ຽມຄັ້ງນີ້ ເປັນຢ່າງດີ. ໃນຕອນເຊົ້າຂອງວັນທີ 10 ມີນາ 2017, ທ່ານຮອງນາຍົກ ແລະ ຄະນະ ໄດ້ເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ.