ບົດກ່າວປາໄສ
ຂອງ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
ໃນກອງປະຊຸມສາກົນ ກ່ຽວກັບ ອະນາຄົດຂອງອາຊີ ຄັ້ງທີ 23
ໃນຫົວຂໍ້: “ໄລຍະຂ້າມຜ່ານຂອງຍຸກໂລກາ ພິວັດ, ອາຊີ ຈະກ້າວເດີນໄປແນວໃດ”
ວັນທີ 05 ມິຖຸນາ 2017
ເວລາ 13:30 - 14:10 ໂມງ, ທີ່ ໂຕກຽວ, ຍີ່ປຸ່ນ
-----------------------------------------------------
- ທ່ານ ນາໂອໂຕສິ ໂອກະດະ, ປະທານສຳນັກຂ່າວ ນິກເກ;
- ບັນດາທ່ານຍິງ ແລະ ທ່ານຊາຍ,
ຂ້າພະເຈົ້າ ມີຄວາມປິຕິຍິນດີ ແລະ ຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ຖືກເຊື້ອເຊີນ ເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບ ອະນາຄົດຂອງອາຊີ ອີກເທື່ອໜຶ່ງ, ຊຶ່ງ ຂ້າພະເຈົ້າ ກໍ່ໄດ້ຮັບເຊີນເຂົ້າຮ່ວມ ໃນຄັ້ງທີ 19 ປີ 2013 ໃນເວລາດຳລົງຕຳແໜ່ງເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ມາແລ້ວ. ການຈັດຂຶ້ນໂດຍສໍານັກໜັງສືພິມນິກເກ ຄັ້ງທີ 23 ນີ້, ພາຍໃຕ້ຫົວຂໍ້ “ໄລຍະຂ້າມຜ່ານຂອງຍຸກໂລກາພິວັດ-ອາຊີ ຈະກ້າວເດີນໄປແນວໃດ”,ເປັນຫົວຂໍ້ທີ່ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ ເປັນຢ່າງຍິ່ງ, ຂໍຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ມານະໂອກາດນີ້ດ້ວຍ.
ບັນດາທ່ານ,
ປັດຈຸບັນ, ພວກເຮົາ ກ້າວເຂົ້າສູ່ໄລຍະສໍາຄັນຂອງຍຸກສະໄໝໂລກາພິວັດ, ເຊິ່ງເປັນຍຸກສະໄໝ ທີ່ພວກເຮົາຮັບຮູ້ນໍາກັນວ່າ ເປັນໄລຍະຂ້າມຜ່ານທີ່ມີ ທັງກາລະໂອກາດ ແລະ ສິ່ງທ້າທ້າຍ. ຄວາມເຂົ້າໃຈອັນເປັນພື້ນຖານຂອງຍຸກໂລກາພິວັດ ແມ່ນການເປີດກວ້າງການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງປະເທດ, ການນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ເຂົ້າໃນການພົວພັນ ແລະ ຂະຫຍາຍການຮ່ວມມືນໍາກັນ ເພື່ອນໍາເອົາຜົນປະໂຫຍດມາສູ່ ບັນດາປະຊາຊາດ. ນັກຄົ້ນຄ້ວາວິທະຍາສາດສັງຄົມຈາກຫຼາຍສະຖາບັນ ຕ່າງກໍ່ໄດ້ວິໄຈ ກ່ຽວກັບ ຕົ້ນກໍາເນີດ ແລະ ວິວັດທະນາການຂອງຍຸກສະ ໄໝໂລກາພິວັດ ແຕ່ກໍ່ຍັງສັນນິຖານທີ່ແຕກຕ່າງກັນຢູ່. ບາງທິດສະດີ ກໍ່ໄດ້ຢັ້ງຢືນວ່າ ຍຸກໂລກາພິວັັດເກີດຂຶ້ນ ຕັ້ງແຕ່ໄລຍະໂຄລົມບັສ ໄປເຖິງ ອາເມລິກາໃນປິີ 1492, ບາງທິດສະດີ ກໍ່ອ້າງວ່າໂລກາພິວັດເກີດຂຶ້ນກ່ອນນັ້ນ ອີກເປັນພັນໆປີກວ່າແລ້ວ. ບາງທິດສະດີ ຊໍ້າພັດວ່າ ໂລກາພິວັດ ເກີດຂື້ນພາຍຫຼັງສົງຄາມໂລກ ຄັ້ງທີ II ແລະ ອື່ນໆອີກ. ແຕ່ຖ້າຄົ້ນຄືນປະຫັວດສາດ ກ່ຽວກັບ ເສັ້ນທາງສາຍໄໝ ຂອງ ຈີນ ທີ່ເກີດຂຶ້ນກ່ອນນີ້ ເປັນ 1000 ປີ, ການເປີດປະເທດຂອງຍີ່ປຸ່ນ ໃນສະໄໝເມຈິ... ກໍ່ລ້ວນແຕ່ເປັນກໍລະນີສຶກສາທີ່ສໍາຄັນໄດ້ໃນປະຫວັດຄວາມເປັນມາຂອງໂລກາພິວັດເໝືອນກັນ. ແຕ່ສິ່ງທີ່ແນ່ນອນ ແລະ ສິ່ງທີ່ພວກເຮົາສໍາພັດໄດ້ນັ້ນ ໄດ້ແກ່: ໂລກາພິວັດ ເປັນກາລະໂອກາດ ແລະ ເງື່ອນໄຂຫຼາຍຢ່າງ ທີ່ສາມາດເຮັດໃຫ້ໂລກເຮົາ ເຊື່ອມໂຍງເຂົ້າກັນ ແລະ ແບ່ງງານກັນ ແລະ ແບ່ງຜົນປະໂຫຍດໃຫ້ແກ່ກັນ ແລະ ກັນ... ສາມາດເປັນວິວັດທະນາການ ແຫ່ງການຊ່ວຍເຫຼືອເກື້ອກູນກັນ, ເຮັດໃຫ້ໂລກນີ້ແຄບເຂົ້າ, ສື່ສານໄດ້ ໃນທຸກລະດັບ ແລະ ທຸກເວລານາທີ.
ຕະຫຼອດໄລຍະກ່ວາຫລາຍທົດສະວັດທີ່ຜ່ານມານີ້, ໂລກາພິວັດ ໄດ້ສ້າງເງື່ອນໄຂ ແລະ ກາລະ ໂອກາດຫລາຍຢ່າງ ໃຫ້ແກ່ການພັດທະນາ ແລະ ການຮ່ວມມືກັນໃນໂລກ. ນັບແຕ່ປີ 1950 ເປັນຕົ້ນມາ, ບໍລິມາດການຄ້າຂອງໂລກ ໄດ້ເພີ່ມຂຶ້ນ 20 ເທື່ອ, ການໝູນວຽນຂອງການລົງທຶນຕ່າງປະເທດ ໄດ້ເພີ່ມຂຶ້ນຫລາຍເທົ່າຕົວ.
ສະເພາະຢູ່ອາຊີ, ຂະບວນການໂລກາພິວັດ ໄດ້ແຜ່ຂະຫຍາຍໄປຢ່າງໄວວາ, ກ້ວາງຂວາງ ແລະ ເລິກເຊິ່ງ. ບັນດາປະເທດໃນອາຊີ ເປັນຕົ້ນ ຈີນ, ອິນເດຍ ແລະ ບັນດາປະເທດເສດຖະກິດເກີດໃໝ່ອື່ນໆ ໄດ້ພັດທະນາລະດັບການຂະຫຍາຍຕົວເສດຖະກິດຂອງຕົນ ໃນ ຈັງຫວະທີ່ໄວ ແລະ ມີສະຖຽນລະພາບ, ສາມາດເຮັດໃຫ້ປະຊາຊົນຂອງຕົນ ຫລຸດພົ້ນອອກຈາກຄວາມທຸກຍາກ ໄດ້ເປັນຫຼາຍຮ້ອຍລ້ານຄົນ, ເຮັດໃຫ້ເກີດການປ່ຽນແປງທາງດ້ານການກໍານົດນະໂຍບາຍດ້ານຕ່າງໆ ໃຫ້ກວ້າງອອກໄປ.
ການສ້າງເງື່ອນໄຂໃຫ້ມີການເຊື່ອມຈອດທາງດ້ານຄົມມະນາຄົມ ລະຫວ່າງປະເທດກັບປະເທດ, ລະຫວ່າງທະວີບກັບທະວີບ,ການນໍາໃຊ້ເຕັກໂນໂລຊີ ໃນການຄ້າຂາຍຂ້າມຊາຍແດນ, ການລົງທຶນ ແລະ ການເຄື່ອນຍ້າຍຢ່າງໃຫຍ່ຫຼວງຂອງການລົງທຶນ ໄດ້ເກີດຂຶ້ນຢ່າງກວ້າງຂວາງແລ້ວ, ຊຶ່ງນັກສັງເກດການຫຼາຍຄົນ ເຊື່ອວ່າ ໂລກໄດ້ກ້າວເຂົ້າໄປສູ່ໄລຍະໃໝ່ດ້ານຄຸນນະພາບໃນການພັດທະນາ ແລະ ການປະຕິວັດທາງດ້ານອຸດສາຫະກຳຂອງໂລກ ຄັ້ງທີ 4 ໄດ້ເກີດຂຶ້ນແລ້ວດ້ວຍ.
ທ່ານ ຍິງ ແລະ ທ່ານ ຊາຍ ທັງຫຼາຍ,
ຂ້າພະເຈົ້າ ສາມາດເວົ້າ ໄດ້ ຫຼື ບໍ່ ທີ່ວ່າ:
ກົນໄກການຮ່ວມມືໃນຍຸກໂລກາພິວັດ ບໍ່ພຽງແຕ່ນໍາມາ ຊຶ່ງຜົນປະໂຫຍດດ້ານເສດຖະກິດເທົ່ານັ້ນ, ແຕ່ມັນຍັງເປັນກົນໄກການແກ້ໄຂຂໍ້ຂັດແຍ່ງ ທີ່ເກີດຂຶ້ນຂອງພາກພື້ນ ແລະ ຂອງໂລກອີກດ້ວຍ ແລະ ສາມາດຊ່ວຍໃຫ້ມີ ສັນຕິພາບ ແລະ ຄວາມໝັ້ນຄົງພາກພື້ນ ແລະ ສາກົນໄດ້ ອີກທາງໜຶ່ງ. ອັນນີ້ກໍ່ຍ້ອນວ່າ ໃນຍຸກໂລກາພິວັດ ບັນຫາທີ່ເກີດຂຶ້ນຢູ່ປະເທດໜຶ່ງ ທີ່ສາມາດເປັນຜົນກະທົບຕໍ່ປະເທດອື່ນ, ເກີດຂຶ້ນຢູ່ຂົງເຂດໜຶ່ງ ທີ່ເປັນຜົນກະທົບຕໍ່ພາກພື້ນອື່ນ ນັ້ນ, ຈະບໍ່ມີ ປະເທດໃດ, ເຖິງຈະໃຫ່ຍ ຫລື ນ້ອຍ,ຈະຮັ່ງ ຫຼື ທຸກຍາກສາມາດແກ້ໄຂບັນຫາໂດຍລໍາພັງຜູ້ດຽວໄດ້, ມັນມີຄວາມຈໍາເປັນພາວະວິໄສ ເຖິງ ການຮ່ວມກັນແກ້ໄຂ ຈຶ່ງຈະສໍາເລັດໄດ້.
ບັນດາທ່ານ,
ເຖິງແມ່ນວ່າ ໂລກາພິວັດ ຈະໄດ້ນໍາຜົນປະໂຫຍດ ແລະ ສ້າງກາລະໂອກາດ ໃຫ້ທຸກປະເທດໃນໂລກ ໃນການພັດທະນາ, ຂະຫຍາຍເສດຖະກິດດັ່ງທີ່ກ່າວມາຂ້າງເທິງນັ້ນກໍຕາມ, ແຕ່ພວກເຮົາ ກໍ່ຄວນຍອມຮັບວ່າ ໂລກາພິວັດ ຍັງມີສິ່ງທ້າທາຍຫຼາຍຢ່າງທີ່ພາກພື້ນແລະ ສາກົນ ຈະຕ້ອງໄດ້ພ້ອມກັນຜ່ານຜ່າ ເຊັ່ນ: ຄວາມແຕກໂຕນກັນທາງດ້ານການພັດທະນາ, ຈະນໍາມາເຊິ່ງຄວາມແຕກຕ່າງກັນທາງດ້ານການຮັບເອົາ ແລະ ເຂົ້າເຖິງຂະບວນການໂລກາພິວັດ ຂອງແຕ່ລະປະເທດ ແລະ ແຕ່ລະກໍລະນີ ຢ່າງຫຼີກບໍ່ໄດ້, ປະເທດໃດ ມີຄວາມສາມາດຫຼາຍກວ່າ ກໍ່ຈະໄດ້ປຽບ. ສະນັ້ນ, ຈຶ່ງເປັນສາເຫດຕົ້ນຕໍ ເຮັດໃຫ້ຄວາມຂັດແຍ່ງເກີດຂຶ້ນໄດ້ໃນທຸກເວລາ...
ໄລຍະສາມທົດສະວັດທີ່ຜ່ານມາ, ຫຼາຍປະເທດໃນໂລກ ໄດ້ນໍາໃຊ້ກາລະໂອກາດຂອງໂລກາພິວັດ ພັດທະນາຕົນເອງຈາກປະເທດທີ່ມີລາຍໄດ້ຕໍ່າ ມາເປັນປະເທດທີ່ມີລາຍໄດ້ສູງ ຫຼື ກາຍເປັນປະເທດອຸດສາຫະກໍາ ແລະ ທັນສະໄໝ, ແຕ່ໃນເວລາດຽວກັນນີ້ ຫຼາຍປະເທດ ຊໍ້າພັດ ປະເຊີນກັບການຂາດດຸນການຄ້າ ຢ່າງໜັກໜ່ວງ ແລະ ຫຼາຍປະເທດ ກໍ່ມີໜີ້ສິນເພີ່ມຂຶ້ນຢ່າງຫຼວງຫຼາຍ.ຂະບວນການໂລກາ ພິວັດ ຍັງມີປະກົດການທີ່ມີຄວາມບໍ່ດຸ່ນດ່ຽງຂອງການແບ່ງປັນຄວາມຈະເລີນການພັດທະນາໃນແຕ່ລະພາກພື້ນ. ບົນພື້ນຖານເງື່ອນໄຂດັ່ງກ່າວ, ຈຶ່ງມີບາງປະເທດ ແລະ ບາງກຸ່ມຄົນເປັນຜູ້ໄດ້ຮັບໄຊ ຊະນະ ແລະ ພວກອື່ນເປັນຜູ້ສູນເສຍ. ຢູ່ປະເທດພັດທະນາແລ້ວ, ຜົນປະໂຫຍດຂອງຄົນຈໍານວນຫຼວງຫຼາຍ ລວມທັງ ຜູ້ອອກແຮງງານ ແລະ ປະຊາ ຊົນລະດັບຮາກຫຍ້າ ພັດບໍ່ສາມາດ ເຂົ້າເຖິງການມີວຽກເຮັດງານທໍາ ແລະ ການເຂົ້າເຖິງເຕັກໂນໂລຊີ ໃໝ່, ເຂົ້າເຖິງທຶນ ຢ່າງສະໝໍ່າສະເໝີ ແລະ ໝັ້ນທ່ຽງໄດ້... ເປັນຕົ້ນ ບາງທີກໍຍ້ອນ ຍັງເປັນໄລຍະຂ້າມຜ່ານນັ້ນກໍ່ເປັນໄດ້.
ບັນດາທ່ານ,
ທ່ານ ຍິງ ແລະ ທ່ານ ຊາຍ,
ເຖິງເວລານີ້, ເປັນໄລຍະຂ້າມຜ່ານ ຂອງຂະບວນການໂລກາພິວັດ ເຖິງວ່າມີຜົນທາງບວກອອກມາເປັນຈໍານວນຫຼວງຫຼາຍ ແລະ ສໍາຄັນໃນການພົວພັນສາກົນ ຢູ່ກໍ່ຕາມ, ແຕ່ປະກົດການຕ້ານຂະບວນໂລກາພິວັດ ກໍ່ເກີດຂຶ້ນແລ້ວ, ຄວາມບໍ່ໝັ້ນທ່ຽງ ຫຼື ການທົດຖອຍທາງດ້ານເສດຖະກິດຂອງໂລກ ປະກອບເຂົ້າກັບຂໍ້ຂັດແຍ່ງທາງດ້ານເຊື້ອຊາດ, ເຜົ່າພັນ, ສາດສະໜາ, ວັດທະນະທໍາ ແລະ ການເຄື່ອນຍ້າຍຂອງປະຊາກອນໃນຊຸມປີຫຼັງນີ້ ໄດ້ເກີດໃຫ້ມີກະແສແຫ່ງຄວາມບໍ່ໝັ້ນໃຈ ຕໍ່ກັບຂະບວນວິວັດ ຂອງ ໂລກາພິວັດ: ການປະທ້ວງຕ້ານການເປີດເຂດການຄ້າເສລີ, ບັນຫາສິ່ງແວດລ້ອມ ແລະ ອື່ນໆ. ສິ່ງດັ່ງກ່າວນີ້, ໄດ້ກາຍເປັນໜໍ່ແໜງທີ່ນໍາໄປສູ່ແນວຄິດທິດສະດີປົກປ້ອງຕົນເອງ ບໍ່ວ່າດ້ານການຄ້າ ຫຼື ການລົງທຶນ. ໜໍ່ແໜງແນວຄວາມຄິດດັ່ງກ່າວນີ້ ໄດ້ປະກົດຕົວຢ່າງຊັດເຈນຂຶ້ນ ແລະ ນໍາໄປສູ່ຂະບວນການຊາດນິຍົມສຸດໂຕ່ງ, ລັດທິປົກປ້ອງຕົນເອງ, ບັນດາຮູບການປິດຕະຫລາດ ຫລື ໃຊ້ມາດຕະການ ເພື່ອໃຊ້ກໍາແພງພາສີ, ສະກັດກັ້ນການໄຫຼວຽນ ຂອງສິນຄ້າ ແລະ ທຶນ, ອື່ນໆ... ອັນນີ້ ໄດ້ສ້າງຄວາມເປັນຫ່ວງຢ່າງກວ້າງຂວາງໃຫ້ແກ່ປະຊາຄົມໂລກ ທັງກາຍເປັນໂຈດວ່າ ໃນຂະບວນການໂລກາພິວັດ ຈະເດີນໜ້າຕໍ່ໄປແນວໃດ ແລະ ຈະຜ່ານຜ່າບັນດາອຸປະສັກນັ້ນໄດ້ ຫຼື ບໍ່.
ບັນດາທ່ານ,
ສໍາລັບພາກພື້ນອາຊີ, ກໍ່ເປັນພາກພື້ນທີ່ມີການຂະຫຍາຍຕົວຢ່າງໄວວາ ແລະ ທີ່ມີຄວາມຫຼາກຫຼາຍ, ເຖິງມີຄວາມແຕກໂຕນກັນໃນລະດັບການພັດທະນາກໍ່ຕາມ, ແຕ່ມີຫລາຍປະເທດ ທີ່ໄດ້ຮັບຜົນສຳເລັດໃນການພັດທະນາ ຢ່າງມະຫັດສະຈັນ, ຈົນມີຄົນຂະ ໜານນາມໃຫ້: ສັດຕະວັດທີ 21 ຈະເປັນສັດຕະວັດຂອງອາຊີ. ແຕ່ກໍ່ຍັງມີຫຼາຍປະເທດ ຢູ່ໃນສະພາບດ້ອຍພັດທະນາ, ເຮັດໃຫ້ຊ່ອງຫວ່າງລະຫວ່າງ ຂົ້ວທຸກ ແລະ ຂົ້ວຮັ່ງ ຢູ່ລະຫວ່າງປະເທດຍິ່ງເພີ່ມຂຶ້ນ, ນີ້ຄືອຸປະສັກ ແລະ ສິ່ງທ້າທາຍໃນການພັດທະນາຂອງອາຊີ ພວກເຮົາ.
ອີກດ້ານໜຶ່ງ, ການເຕີບໂຕທາງດ້ານເສດຖະກິດຂອງບັນດາປະເທດອາຊີ ສ່ວນຫຼາຍແມ່ນຍັງອີງໃສ່ການສົ່ງອອກໄປຕະຫຼາດນອກທະວີບ. ໃນສະພາບທີ່ເສດຖະກິດໂລກ ບໍ່ມີສະຖຽນລະພາບ, ເວລາໃດ ກໍາລັງຊື້ຂອງຕະຫຼາດເອີຣົບ ແລະ ອາເມລິກາ ມີຄວາມຜັນຜວນນັ້ນ, ການຫັນມາກະຕຸ້ນຄວາມຕ້ອງການພາຍໃນປະເທດ ຫຼື ພາຍໃນອາຊີເອງ ເພື່ອເປີດກວ້າງຕະຫຼາດ ຍັງມີຫຼາຍອຸປະສັກ ລວມທັງການຫັນປ່ຽນຮູບແບບໂຄງສ້າງການຜະລິດ, ການ ໄຫຼວຽນຂອງທຶນ, ການແບ່ງງານ ແລະ ການເຄື່ອນຍ້າຍຂອງແຮງງານ...ເປັນຕົ້ນ. ພ້ອມດຽວກັນນີ້, ສິ່ງທ້າທາຍດ້ານຄວາມໝັ້ນຄົງຂອງພາກພື້ນ ແລະ ສາກົນ ຍັງເປັນອຸປະສັກໃຫ້ແກ່ການປົກປັກຮັກສາສັນຕິພາບ ແລະ ເປັນສິ່ງກີດຂວາງອັນໃຫຍ່ຫຼວງ ໃຫ້ແກ່ການພັດທະນາ ແລະ ການແກ້ໄຂຄວາມທຸກຍາກຢູ່ໃນໂລກ ລວມທັງການບັນລຸເປົ້າໝາຍການພັດທະ ນາແບບຍືນຍົງ.
ບັນດາທ່ານ;
ຕໍ່ໜ້າສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສັບສົນເຕັມໄປດ້ວຍສິ່ງທ້າທາຍດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ ແລະ ສັງຄົມນີ້, ອາຊີ ໄດ້ມີມາດຕະການ ແລະ ກົນໄກລະດັບພາກພື້ນ ແລະ ອະນຸພາກພື້ນ ຫຼາຍຮູບແບບ, ຂ້າພະເຈົ້າ ຂໍຍົກຕົວຢ່າງ: ການສ້າງປະຊາຄົມເສດຖະກິດອາຊຽນ (AEC), ເວທີປຶກສາຫາລື ພາກພື້ນອາຊຽນ (ARF), ອາຊຽນ+1, ອາຊຽນ+3, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນບວກ (ADMM+), ກອງປະຊຸມສຸດຍອດອາຊີຕາເວັນອອກ (EAS), ບັນດາຂອບການຮ່ວມມືໃນພາກພື້ນແມ່ນໍ້າຂອງ ກັບປະເທດນອກພາກພື້ນ ແລະ ອື່ນໆ, ເຊິ່ງບັນດາກົນໄກເຫຼົ່ານີ້ ໄດ້ກາຍເປັນພື້ນຖານອັນສຳຄັນ ກໍ່ຄືເປັນເວທີປຶກສາຫາລືໃນດ້ານຕ່າງໆ ເພື່ອຊອກຊ່ອງທາງໃນການແກ້ໄຂຂໍ້ຂັດແຍ່ງດ້ານການເມືອງ ແລະ ເສດຖະກິດດ້ວຍສັນຕິວິທີ ບົນພື້ນຖານຕ່າງຝ່າຍຕ່າງມີຜົນ ທັງໃນຫຼັກການ ທີ່ມີຄວາມສະບາຍໃຈໃຫ້ແກ່ທຸກຝ່າຍ ອັນທີ່ເຄີຍເອີ້ນກັນວ່າ ວິຖີທາງຂອງອາຊຽນ (ASEAN Ways).
ປີ 2016 ທີ່ຜ່ານມາ, ໃນຖານະເປັນປະທານອາຊຽນ, ສປປ ລາວ ມີຄວາມພະຍາຍາມ ເຮັດໃຫ້ບັນດາກົນໄກ ຂອງ ອາຊຽນ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ໄດ້ຮັບຮອງເອົາເອກະສານສຸດທ້າຍຕ່າງໆ ເພື່ອແນໃສ່ເຮັດໃຫ້ ASEAN ສືບຕໍ່ເປັນປະຊາຄົມໜຶ່ງ ດຽວ, ມີຄວາມເຂັ້ມແຂງ ເພື່ອເປັນສ່ວນໜຶ່ງ ຂອງ ຍຸກແຫ່ງການເຊື່ອມໂຍງຂອງໂລກ. ອາຊຽນ ຈະສືບຕໍ່ເປັນກໍາລັງຂັບເຄື່ອນ ໃນບັນດາ ກົນໄກຮ່ວມມືພາຍນອກ ທີ່ ອາຊຽນ ເປັນຜູ້ລິເລີ່ມ. ຂໍຮຽກຮ້ອງໃຫ້ ວົງຄະນາຍາດສາກົນ ສືບຕໍ່ສະໜັບສະໜູນອາຊຽນຕໍ່ໄປ.
ພ້ອມດຽວກັນນັ້ນ, ໃນໄລຍະຂ້າມຜ່ານໄປສູ່ ການເປັນໂລກາພິວັດທີ່ແທ້ຈິງນັ້ນ, ໂລກຂອງ ພວກເຮົາ ໄດ້ມີຫຼາຍອົງການຈັດຕັ້ງ, ກົນໄກຮ່ວມມືສາກົນຕ່າງໆ ທີ່ວົງຄະນາຍາດສາກົນ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໄດ້ດຳເນີນການຢ່າງຕັ້ງໜ້າ ໃນການຊອກຫາຊ່ອງທາງອັນເໝາະສົມ ໃນການປະສານ ງານ, ການຮ່ວມມື ແລະ ການເຊື່ອມຕໍ່ກັນ ທັງການ ລວມຕົວກັນ, ທັງມີການແຂ່ງຂັນກັນ ແລະ ຮຽນຮູ້ເຊິ່ງກັນແລະກັນ ຢູ່ໃນທຸກທະວີບໃນໂລກ ຕົວຢ່າງ ເຊັ່ນ: ຂອບການຮ່ວມມືອາຊີ-ເອີຣົບ (ASEM), ເຊິ່ງປີ 2012 ລາວໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສຸດຍອດ ໄດ້ວາງຄໍາຂວັນອອກ: “ເພື່ອນມິດ ເພື່ອສັນຕິພາບ ຄູ່ຮ່ວມ ເພື່ອການພັດທະນາ” ນັ້ນ ເຮັດໃຫ້ການສົນທະນາປິ່ນອ້ອມຄໍາຂວັນດັ່ງກ່າວ ໄດ້ເປັນຢ່າງດີ; ເວທີປຶກສາຫາລືອາຊີ (ACD); ເວທີປຶກສາຫາລືອາຊີຕາເວັນອອກ ແລະ ອາເມລິກາ ລາຕິນ (FEALAC), ການຮ່ວມມືພາກພື້ນອາຊີໃຕ້ (SAARC), ການຮ່ວມມືອາຊີ-ປາຊີຟິກ (APEC), ອົງການຮ່ວມມືຊຽງໄຮ້ (SCO), ສະຫະພາບເສດຖະກິດເອີຣົບ-ອາຊີ ຢູ່ອາຊີກາງ (EURASIA ECO Union), ການຮ່ວມມືເສດຖະກິດຂອງບັນດາລັດອາຟຼິກກາເຂດໃຕ້ (SADC), ອົງການຮ່ວມມືເສດຖະກິດຂອງບັນດາລັດອາຟຼິກກາຕາເວັນຕົກ (ECOWAS), ເຂດການຄ້າຂອງທະວີບອາເມລິກາໃຕ້ (MERCOSUR), ສັນຍາການຄ້າອາເມລິກາເໜືອ (NAFTA), ກຸ່ມ G7, ກຸ່ມ G20, ກຸ່ມ BRICS ແລະ ອື່ນໆອີກ ມີຄວາມສໍາຄັນຍິ່ງເຖິງການຂັບເຄື່ອນຂະບວນການໂລກາພິວັດ...ນີ້ເປັນພຽງບາງຕົວຢ່າງຈໍານວນໜຶ່ງ ໃນອົງການຈັດຕັ້ງເປັນຮ້ອຍອົງການຂອງໂລກ.
ຂ້າພະເຈົ້າ ເຫັນວ່າ ການຮ່ວມມືຢ່າງມີປະສິດ ທິຜົນບົນພື້ນຖານບັນດາກົນໄກທີ່ຫຼາກຫຼາຍທີ່ກ່າວມາຂ້າງເທິງນີ້ ຈະນຳຜົນປະໂຫຍດໂດຍກົງ ມາສູ່ ພາກພື້ນຂອງພວກເຮົາ. ສັນຕິພາບ ແລະ ຄວາມ ໝັ້ນຄົງ ແມ່ນເງື່ອນໄຂ ແລະ ປັດໄຈຕົ້ນຕໍ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ແຕ່ໃນເວລາດຽວກັນ, ຖ້າການພັດທະນາເສດຖະກິດ, ການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໄດ້ດີຂຶ້ນ ຈະເປັນການກະທົບທາງບວກຕໍ່ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມສະຫງົບທາງສັງຄົມ, ແລະ ຂໍ້ຄັດແຍ່ງ ກໍຈະຫຼຸດໜ້ອຍຖອຍລົງໄດ້ ສອງເງື່ອນໄຂນີ້ ຈຶ່ງເປັນສິ່ງທີ່ຕັດຂາດອອກຈາກກັນບໍ່ໄດ້, ມັນເປັນສິ່ງທີ່ຊ່ວຍໜູນເຊິ່ງກັນ ແລະ ກັນ. ບົນຈິດໃຈດັ່ງກ່າວ, ພາກພື້ນອາຊີ ຈະຕ້ອງໄດ້ຄໍານຶງເຖິງບັນຫາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຄວນຖືບັນຫານີ້ ເປັນສິ່ງສຳຄັນແຖວໜ້າ, ສ່ວນຕົວຂອງ ຂ້າພະເຈົ້າ ເຫັນວ່າ ໃນຍຸກໂລກາພິວັດ ແລະ ເຊື່ອມໂຍງນີ້ ອາຊີ ພວກເຮົາຕ້ອງໄດ້ຮ່ວມແຮງຮ່ວມໃຈກັນຄື:
ບັນດາທ່ານ,
ສປປ ລາວ ເປັນປະເທດທີ່ເຄີຍໄດ້ຮັບເຄາະຮ້າຍຈາກສົງຄາມທຳລາຍ ແກ່ຍາວເປັນເວລາຫຼາຍທົດສະວັດ, ຍິ່ງເຫັນຄວາມໂຫດຮ້າຍຂອງສົງຄາມເທົ່າໃດ, ປະຊາຊົນລາວພວກຂ້າພະເຈົ້າ ຍິ່ງເຫັນຄວາມສຳຄັນ ແລະ ຕີລາຄາສູງຕໍ່ສັນຕິພາບເທົ່ານັ້ນ. ຕະຫຼອດ 42 ປີ ທີ່ປະຊາຊົນລາວ ມີຊີວິດ ແລະ ທຳມາຫາກິນໃນດິນແດນແຫ່ງປະເທດທີ່ມີສັນຕິພາບ, ມີສະຖຽນລະພາບນັ້ນ, ຮູ້ສຶກດີວ່າມີສັນຕິພາບເທົ່ານັ້ນ ຈຶ່ງມີເງື່ອນໄຂພັດທະນາເສດຖະກິດ-ສັງຄົມຂອງປະເທດ. ຜົນສຳເລັດໃນ 42 ປີ ທີ່ຜ່ານມາ ຂອງ ສປປ ລາວ ນັ້ນ, ແມ່ນຜົນສໍາເລັດຂອງການຮ່ວມແຮງ, ຮ່ວມໃຈ ຂອງປະຊາຊົນລາວ ທຸກໆຄົນໃນຊາດ, ແຕ່ບໍ່ສາມາດປາສະຈາກ ແລະ ຕັດແຍກ ການຮ່ວມມື, ການຊ່ວຍເຫຼືອ, ການສະໜັບສະໜູນ ຈາກບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນໃນໂລກ ເປັນຕົ້ນ ແມ່ນ ຫວຽດນາມ, ຈີນ, ບັນດາປະເທດອາຊຽນ ແລະ ບັນດາເພື່ອນມິດໃນອາຊີ.
ສໍາລັບການຮ່ວມມືລາວ-ຍີ່ປຸ່ນ, ສປປ ລາວ ຕີລາຄາສູງຕໍ່ການຊ່ວຍເຫຼືອ ແລະ ສະໜັບສະໜູນຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ຜ່ານການພົວພັນທີ່ຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ສປປ ລາວ ມີຄວາມເຊື່ອໝັ້ນວ່າ ການຮ່ວມມືຈະໄດ້ຮັບການເພີ່ມທະວີ ແລະ ຮັດແໜ້ນ ໄປໃນລວງເລິກ ແລະ ລວງກ້ວາງ ໃນອະນາຄົດ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ການຊ່ວຍເຫຼືອອັນລ້ຳຄ່າດັ່ງກ່າວນັ້ນ.
ໃນຍຸກໂລກາພິວັດ ແລະ ການເຊື່ອມໂຍງນີ້, ສ ປປ ລາວ ຈະຂໍເປັນສ່ວນໜຶ່ງ ເຖິງຈະເປັນສ່ວນນ້ອຍໆກໍຕາມ ຂອງຂະບວນການປົກປັກຮັກສາສັນຕິພາບ, ເສີມສ້າງມິດຕະພາບ, ເປີດກວ້າງປະເທດອອກສູ່ໂລກພາຍນອກ ແລະ ຍິນດີຮັບເອົາການສະໜັບສະໜູນ, ຊ່ວຍເຫຼືອ, ການລົງທຶນຈາກ ພາຍນອກ, ຈະຕັ້ງໜ້າປະຕິບັດພັນທະຂອງຕົນ ໃນການເປັນສະມາຊິກທີ່ດີ ຂອງອົງການຈັດຕັ້ງສາກົນ ແລະ ພາກພື້ນ. ລັດຖະບານ ສປປ ລາວ ຈະຈັດຕັ້ງປະຕິບັດ ວິໄສທັດ 2030 ແລະ ຍຸດທະສາດ 2025 ແລະ ແຜນ 5 ປີ 2020 ໃນການພັດທະນາປະເທດ ແລະ ມີເປົ້າໝາຍພັດທະນາປະເທດ ຕາມທິດຍືນຍົງ ແລະ ສີຂຽວ. ສປປ ລາວ ໄດ້ຫັນເອົາ 17 ເປົ້າໝາຍການພັດທະນາແບບຍືນຍົງ (SDG) ຂອງສະຫະປະຊາຊາດ ເຂົ້າເປັນແຜນງານລະດັບຊາດຂອງຕົນຢ່າງຕັ້ງໜ້າ. ພ້ອມກັນນັ້ນ, ສປປ ລາວ ກໍ່ໄດ້ຮັບຮອງເອົາເປົ້າໝາຍທີ່ 18 ຄື: ຊີວິດທີ່ປອດໄພ ຈາກລະເບີດບໍ່ທັນແຕກ ເພີ່ມເຂົ້າເປັນເປົ້າໝາຍການພັດທະນາແບບຍືນຍົງຂອງປະເທດ. ສປປ ລາວ ຈະສ້າງສະພາບແວດລ້ອມພາຍໃນ ແລະ ສາກົນ ທີ່ໝັ້ນທ່ຽງ ເພື່ອສໍາເລັດເປົ້າໝາຍ ແຫ່ງການພັດທະນາຂອງຕົນ
ບັນດາທ່ານ,
ທ່ານ ຍິງ ແລະ ທ່ານ ຊາຍ,
ຂ້າພະເຈົ້າ ຂໍມອງໂລກ ໃນແງ່ດີ ທີ່ວ່າອາຊີຂອງພວກເຮົາ ຈະເດີນໜ້າ ໄປສູ່ອະນາຄົດອັນ ແຈ່ມໃສ ແລະ ຈະເຫັນສັດຕະວັດ ທີ່ 21 ນີ້, ເປັນສັດຕະວັດຂອງອາຊີ ທີ່ແທ້ຈິງ, ເພາະອາຊີ ມີຄວາມສາມາດບົ່ມຊ້ອນ ໃນທຸກໆດ້ານ ທີ່ຈະພາໃຫ້ພວກເຮົາ ກ້າວໄປຢ່າງບໍ່ຢຸດຢັ້ງ, ອາຊີ ຈະເປັນສ່ວນສໍາຄັນ ເພື່ອຂັບເຄື່ອນຂະບວນວິວັດຂອງໂລກາພິວັດໄດ້.
ໂດຍທົ່ວໄປແລ້ວ ໃນອະດີດ, ອາຊີຂອງພວກເຮົາ ເຄີຍໄດ້ຮັບເຄາະຮ້າຍ ຈາກຄວາມຂັດແຍ່ງ ຢູ່ໃນຂົງເຂດຕ່າງໆຂອງໂລກ, ແຕ່ອາຊີ ຍັງໄດ້ມີຄວາມສາມາດ ແກ້ໄຂບັນຫາຂອງອາຊີເອງ ໄດ້ຕະຫຼອດໄລຍະທີ່ຜ່ານມາ. ເຖິງວ່າ ມີປະຫວັດຄວາມເປັນມາທີ່ຂຶ່ນຂົມຫຼາຍຢ່າງ, ແຕ່ດ້ວຍສັດຈະທໍາ ທີ່ວ່າຄົນອາຊີ ແມ່ນຄົນຮັກສັນຕິພາບ, ມັກຄວາມສະຫງົບ, ໄຝ່ຫາການພັດທະນາແບບຍືນຍົງ, ຮ່ວມກັນ, ມີນໍ້າໃຈຊ່ວຍເຫຼືອເກື້ອກູນກັນ, ສະແຫວງຫາຄວາມເປັນມິດກັບທຸກປະເທດ ໃນໂລກ... ນັ້ນ, ອາຊີ ຈະກ້າວໄປຕາມກະແສໂລກາພິວັດ.
ມະນຸດເຮົານັ້ນ ບໍ່ສາມາດປ່ຽນແປງ ປະຫວັດສາດທີ່ເປັນມາແລ້ວນັ້ນໄດ້, ແຕ່ຢ່າງນ້ອຍ ຖ້າພວກເຮົາ ນໍາເອົາຄວາມເຈັບປວດທີ່ເກີດຂຶ້ນ ໃນອາດິດຂອງປະຫວັດສາດ ມາເປັນບົດຮຽນ ເພື່ອປັບປຸງປ່ຽນແປງ ປະຈຸບັນ ແລະ ປ່ຽນແປງອະນາຄົດ ໄປໃນທາງທີ່ດີກວ່າ... ນີ້ ຂ້າພະເຈົ້າ ກໍ່ຍັງຖືວ່າ ເປັນສິ່ງທີ່ດີ ທີ່ສຸດແລ້ວ. ຂໍໃຫ້ອາຊີ ຈົ່ງໂຊກດີສືບຕໍ່ໄປ.
ຂໍອວຍພອນໃຫ້ກອງປະຊຸມ ຄັ້ງທີ 23 ວ່າດ້ວຍ ອະນາຄົດຂອງອາຊີ ຈົ່ງປະສົບຜົນປະເລັດ. ຂໍຂອບໃຈຕໍ່ການຕິດຕາມຄໍາເຫັນຂອງຂ້າພະເຈົ້າ ແລະ ຍິນດີຮັບເອົາຄໍາຕິຊົມຂອງບັນດາທ່ານດ້ວຍ.
(ຂໍຂອບໃຈ)