ໃນຕ້ອນເຊົ້າຂອງວັນທີ 26 ມິຖຸນາ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ມິຊາແອນ ກຣາວ (Michael Grau), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈຳ ສປປ ລາວ, ເນື່ອງໃນໂອກາດທີ່ທ່ານໄດ້ສຳເລັດການປະຕິບັດໜ້າທີ່ ເປັນເອກອັກຄະລັດຖະທູດ ປະຈຳ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ທ່ານເອກອັກຄະລັດຖະທູດ ທີ່ໄດ້ປະຕິບັດໜ້າທີ່ການທູດຂອງຕົນຢ່າງມີຜົນສຳເລັດອັນດີ ແລະ ສະແດງຄວາມຂອບໃຈຕໍ່ການປະກອບສ່ວນຢ່າງຕັ້ງໜ້າ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສສ. ເຢຍລະມັນ ຕະຫຼອດໄລຍະເວລາທີ່ທ່ານໄດ້ປະຕິບັດໜ້າທີ່ຢູ່ ສປປ ລາວ. ພ້ອມກັນນັ້ນ, ທ່ານລັດຖະມົນຕີ ຍັງໄດ້ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລ້ຳຄ່າທາງດ້ານເຕັກນິກ ແລະ ການເງິນຂອງປະຊາຊົນເຢຍລະມັນ ຕໍ່ກັບ ສປປ ລາວ ໃນຫຼາຍໂຄງການໃນໄລຍະຜ່ານມາ ເປັນຕົ້ນແມ່ນໂຄງການພັດທະນາຊົນນະບົດ ແລະ ໂຄງການພັດທະນາແບບຍືນຍົງ, ຊຶ່ງການຊ່ວຍເຫຼືອດັ່ງກ່າວ ເປັນການປະກອບສ່ວນອັນສຳຄັນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງລາວ ທີ່ສອດຄ່ອງກັບແນວທາງນະໂຍບາຍຂອງລັດຖະບານ, ພ້ອມທັງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງສອງປະເທດ ໃຫ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ.
ໃນຕອນທ້າຍ, ທ່ານລັດຖະມົນຕີ ໄດ້ອວຍໄຊໃຫ້ພອນແກ່ທ່ານເອກອັກຄະລັດຖະທູດ ຈົ່ງເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ໄດ້ຮັບຜົນສຳເລັດອັນຈົບງາມກວ່າເກົ່າໃນການປະຕິບັດພາລະໜ້າທີ່ໃໝ່ຂອງຕົນ.