ຮຽນ: ບັນດາສະຫາຍການນຳ ພັກ ແລະ ລັດ ລາວທີ່ນັບຖື!
ຮຽນ: ສະຫາຍ ນາງ ຕ່ອງທິຝອງ, ກຳມະການກົມການເມືອງສູນກາງພັກ, ຮອງປະທານຜູ້ປະຈໍາການສະພາແຫ່ງຊາດ ສສ ຫວຽດນາມ ພ້ອມດ້ວຍຄະນະທີ່ນັບຖື!
- ບັນດາສະຫາຍ ແລະ ເພື່ອນມິດ ທີ່ຮັກແພງ!
- ຊາວນະຄອນຫຼວງວຽງຈັນ ແລະ ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ.
ມື້ນີ້ ເປັນມື້ທີ່ມີຄວາມໝາຍສຳຄັນຍິ່ງ ທາງດ້ານປະຫວັດສາດ ຂອງສອງຊາດລາວ-ຫວຽດນາມ ທີ່ພວກເຮົາໄດ້ພ້ອມກັນຈັດພິທີໂຮມຊຸມນຸມໃຫຍ່ຂຶ້ນ ຢູ່ນະຄອນຫຼວງວຽງຈັນ ເພື່ອສະເຫຼີມສະຫຼອງສອງວັນປະຫວັດສາດ ລາວ-ຫວຽດນາມ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 40 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ.
ພາຍໃຕ້ບັນຍາກາດແຫ່ງຄວາມປິຕິຊົມຊື່ນ ອັນສຸດຊຶ້ງນີ້, ພັກ-ລັດຫວຽດນາມ ໄດ້ສົ່ງຄະນະຜູ້ແທນຂັ້ນສູງຂອງຕົນ ນຳໂດຍ ສະຫາຍ ນາງ ຕ່ອງຖີຝອງ, ກຳມະການກົມການເມືອງ, ຮອງປະທານສະພາ ແຫ່ງສ.ສ.ຫວຽດນາມ ມາຮ່ວມສະເຫຼີມສະຫຼອງວັນສຳຄັນທີ່ມີຄວາມໝາຍປະຫວັດສາດດັ່ງກ່າວ ກັບພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ. ອັນນີ້ເປັນການຢັ້ງຢືນຢ່າງໜັກ ແໜ້ນອີກເທື່ອໜຶ່ງເຖິງຄວາມຜູກພັນອັນໝັ້ນໜຽວ ດ້ວຍໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ເປັນມູນເຊື້ອອັນດີງາມຕະຫຼອດມາ. ພວກເຮົາຂໍສະແດງຄວາມຂ່ຳນັບຊົມເຊີຍ ແລະ ຄວາມຂອບອົກຂອບໃຈຢ່າງຈິງໃຈ ຕໍ່ຄະນະຜູ້ແທນຂັ້ນສູງຂອງພັກ-ລັດ ແຫ່ງ ສ.ສ.ຫວຽດນາມອ້າຍນ້ອງ ທີ່ໄດ້ນຳເອົາອາລົມຈິດ ມິດຕະພາບອັນຜ່ອງໃສ ແລະ ຄວາມສະໜິດສະໜົມຮັກແພງຖານອ້າຍນ້ອງ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ທຸກຖ້ວນໜ້າ ມາສູ່ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າຢ່າງສຸດອົກສຸດໃຈ!
ບັນດາສະຫາຍ ແລະ ເພື່ອນມິດ ທີ່ຮັກແພງ!
ສອງຊາດລາວ-ຫວຽດນາມ ໄດ້ມີການພົວພັນຖານບ້ານໃກ້ເຮືອນຄຽງທີ່ດີນຳກັນ ມາແຕ່ບູຮານນະການ, ປະຊາຊົນສອງຊາດ ໄດ້ດຳລົງຊີວິດ ແລະ ທໍາມາຫາກິນ ບົນຜືນແຜ່ນດິນທີ່ມີສາຍພູຫຼວງຍາວຢຽດ ແລະ ແມ່ນ້ຳຫຼາຍສາຍຕິດຈອດກັນແຕ່ເໜືອເຖິງໃຕ້, ໄດ້ມີຄວາມສາມັກຄີ ຊ່ວຍເຫຼືອເກື້ອກູນກັນ ເໝືອນດັ່ງອ້າຍນ້ອງຮ່ວມອຸທອນ, ໃນຍາມທຸກກໍ່ຮ່ວມທຸກ ແລະ ຍາມສຸກກໍ່ຮ່ວມສຸກນຳກັນຕະຫລອດມາ, ທັງໄດ້ຜ່ານການທົດສອບໃນຂະບວນການວິວັດແຫ່ງການຕໍ່ສູ້ ຕ້ານພວກລ່າເມືອງຂຶ້ນຕ່າງດ້າວ ອັນຍືດເຍື້ອຍາວນານ ແລະ ສຸດແສນລະອິດລະອ້ຽວຂ້ຽວຂາດ ເຊິ່ງສອງຊາດ ລາວ-ຫວຽດນາມ ໄດ້ອີງຫຼັງໃສ່ກັນ, ຊ່ວຍເຫຼືອກັນຖານສະຫາຍອ້າຍນ້ອງ ບົນຈິດໃຈສາກົນອັນຜຸດຜ່ອງ ແລະ ໝົດຈິດໝົດໃຈ; ໄດ້ມີຄວາມຮັກແພງເຊື່ອໝັ້ນເຊິ່ງກັນ ແລະ ກັນ ອັນເລິກເຊິ່ງ, ຍອມເສຍສະຫຼະເພື່ອກັນ ແລະ ຮ່ວມເປັນຮ່ວມຕາຍນຳກັນ. ອັນນັ້ນ ແມ່ນບໍ່ເກີດຂອງການພົວພັນ ສາມັກຄີພິເສດ ທີ່ກາຍເປັນປັດໃຈຕັດສິນຜົນສຳເລັດ ແລະ ໄຊຊະນະຂອງການປະຕິວັດ ຢູ່ສອງປະເທດຂອງພວກເຮົາ, ເຊິ່ງເປັນຕົວແບບ ທີ່ຫາໄດ້ຍາກ ໃນການພົວພັນລະຫວ່າງຊາດຢູ່ໃນໂລກ, ເປັນສາຍພົວພັນທີ່ຍິ່ງໃຫຍ່, ເລິກເຊິ່ງ, ດູດດື່ມ ແລະ ເປັນມໍລະດົກລ້ຳຄ່າ ຂອງທັງສອງຊາດ ລາວ-ຫວຽດນາມ.
ເມື່ອທົບທວນຄືນປະຫວັດສາດແຫ່ງການພົວພັນອັນຍາວນານ ດັ່ງກ່າວນັ້ນ ພັກ-ລັດ ແລະ ປະຊາຊົນສອງຊາດພວກເຮົາ ຍິ່ງຈົດຈຳລຳລຶກ ແລະ ຮູ້ບຸນຄຸນຢ່າງສຸດຊຶ້ງຕໍ່ ປະທານໂຮຈີ່ມິນ ຜູ້ຍິ່ງໃຫຍ່, ປະທານໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ຊຶ່ງເປັນຜູ້ໃຫ້ກຳເນີດ ແລະ ໄດ້ເປັນແບບຢ່າງອັນຈະແຈ້ງ ແຫ່ງການຖະນຸຖະໜອມ, ເພີ່ມພູນຄູນສ້າງມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີພິເສດ ລະຫວ່າງສອງຊາດລາວ ແລະ ຫວຽດນາມ ຂອງພວກເຮົາ ຢ່າງສະເໝີຕົ້ນສະເໝີປາຍ.
ພັກກອມມູນິດອິນດູຈີນ ໄດ້ສ້າງຕັ້ງຂຶ້ນໃນປີ 1930 ໄດ້ເປັນກົກເຄົ້າເຫງົ້າກໍດຽວກັນຂອງສອງພັກ: ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ. ການກຳເນີດເກີດຂຶ້ນ ແລະ ພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ ໄດ້ເຮັດໃຫ້ການຕໍ່ສູ້ຂອງປະຊາຊົນ 3 ຊາດອິນດູຈີນ ເວົ້າລວມ, ຂອງປະຊາຊົນຫວຽດນາມ, ປະຊາຊົນລາວ ເວົ້າສະເພາະ ກ້າວສູ່ໄລຍະໃໝ່ ດ້ວຍຄຸນນະພາບໃໝ່, ທັງເປັນປັດໃຈຊີ້ຂາດ ຂອງການຮ່ວມສຳພັນສູ້ຮົບ ແລະ ຕໍ່ໄຊຊະນະ ແຫ່ງການຕໍ່ສູ້ ຂອງປະຊາຊົນສອງຊາດ ນຳໄປເຖິງການເຮັດສຳເລັດການປະຕິວັດເດືອນສິງຫາ ຢູ່ຫວຽດນາມ ແລະ ການປະກາດເອກະລາດ ຢູ່ລາວ ໃນເດືອນຕຸລາ ປີ 1945. ເມື່ອພວກລ່າເມືອງຂຶ້ນຝຣັ່ງ ກັບມາຮຸກຮານອີກຄັ້ງ ອີງຕາມການສະເໜີຂອງລັດຖະບານລາວເອກະລາດ, ລັດຖະບານສາທາລະນະລັດ ປະຊາທິປະໄຕຫວຽດນາມ ໄດ້ຕົກລົງສົ່ງພະນັກງານ-ນັກຮົບອາສາສະໝັກຫວຽດນາມ ມາຊ່ວຍເຫຼືອການປະຕິວັດລາວ ແລະ ມີການສ້າງຕັ້ງກອງທະຫານປະສົມ ລາວ-ຫວຽດນາມຂຶ້ນຢູ່ລາວ ໃນເດືອນ ຕຸລາ ປີ 1945. ຈາກນັ້ນ ທະຫານຫວຽດນາມ ໄດ້ປະສານສົມທົບກັບທະຫານ ແລະ ປະຊາຊົນລາວສູ້ຮົບແຕ່ເໜືອຮອດໃຕ້ ຕີສັດຕູຜູ້ຮຸກຮານ ແລະ ຍາດເອົາໄຊຊະນະມາໄດ້ຢ່າງຕໍ່ເນື່ອງຢູ່ສອງປະເທດ, ອັນພົ້ນເດັ່ນ ແລະ ເປັນບາດລ້ຽວປະຫວັດສາດ ນັ້ນແມ່ນໄຊຊະນະດຽນບຽນຟູທີ່ຂຶ້ນຊື່ລືຊາ ທີ່ຈຳໃຫ້ພວກລ່າເມືອງຂຶ້ນແບບເກົ່າ ຕ້ອງຍອມເຊັນສັນຍາເຊີແນວ ປີ 1954 ກ່ຽວກັບອິນດູຈີນ, ໂດຍຮັບຮູ້ຄວາມເປັນເອກະລາດ ແລະອະທິປະໄຕຂອງສາມປະເທດອິນດູຈີນ.
ການຮ່ວມສຳພັນສູ້ຮົບ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນດັ່ງກ່າວນັ້ນ ໄດ້ເຮັດໃຫ້ການຕໍ່ສູ້ປະຕິວັດ ຂອງປະຊາຊົນລາວເຕີບໃຫຍ່ມີໄຊ ແລະ ຂະຫຍາຍຕົວກວ້າງອອກ, ຊຶ່ງໄດ້ເປັນເງື່ອນໄຂໃຫ້ແກ່ການສ້າງຕັ້ງພັກປະຊາຊົນລາວຂຶ້ນ ໃນວັນທີ 22 ມີນາ 1955. ເຫດການປະຫວັດສາດດັ່ງກ່າວ ເປັນຂີດໝາຍໃໝ່ ແລະ ເປັນປັດໃຈຕັດສິນໂດຍກົງ ເຮັດໃຫ້ການປະຕິວັດ ຢູ່ປະເທດລາວເຮົາ ກ້າວຂຶ້ນສູ່ຄຸນນະພາບໃໝ່ ແລະ ມີກຳລັງແຮງຊະນະເລີດ ແລະ ຍາດໄຊຊະນະເໜືອສັດຕູຜູ້ຮຸກຮານ ແລະ ພວກລູກແລ້ງຕີນມື ຂອງພວກເຂົາ.
ພະນັກງານ, ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າຈໍານວນຫຼວງຫຼາຍ ລ້ວນແຕ່ໄດ້ເປັນສັກຂີພະຍານ ຂອງເຫດການປະຫວັດສາດ ອັນສຳຄັນແຫ່ງການຮ່ວມສຳພັນສູ້ຮົບ ລະຫວ່າງລາວ-ຫວຽດນາມ ເຊິ່ງເຕັມໄປດ້ວຍຄວາມທໍລະຫົດອົດທົນ, ອາດຫານຊານໄຊ ແລະ ຍາດໄດ້ໄຊຊະນະຍິ່ງໃຫຍ່ທີ່ສຸດໃນປະຫວັດສາດຂອງພວກເຮົາ. ພະນັກງານ - ນັກຮົບອາສາສະໝັກຫວຽດນາມ ໄດ້ຄຽງບ່າຄຽງໄຫຼ່ ກັບພະນັກງານ, ນັກຮົບກອງທັບປົດປ່ອຍປະຊາຊົນລາວ ແລະ ປະຊາຊົນລາວບັນດາເຜົ່າ ດຳເນີນການຕໍ່ສູ້ຢ່າງເດັດດ່ຽວ ໜຽວແໜ້ນ ບົນຈິດໃຈຮ່ວມທຸກຮ່ວມສຸກ, ຮ່ວມເປັນຮ່ວມຕາຍນຳກັນ; ໄດ້ເປີດບັ້ນຮົບ ທັງນ້ອຍທັງໃຫຍ່ ບໍ່ຈັກວ່າທໍ່ໃດເທື່ອ ເພື່ອທັບມ້າງກົນອຸບາຍ ແລະ ຍຸດທະສາດ ຂອງພວກຈັກກະພັດ ແລະ ລູກແຫຼ່ງຕີນມືຂອງພວກເຂົາ. ໃນນັ້ນ, ມີຫຼາຍບັ້ນຮົບ ສະພາບການຂັບຂັນທີ່ສຸດ, ເບິ່ງຄືວ່າກຳລັງຂອງພວກເຮົາກຳລັງຈະຖືກດັບສູນ, ແຕ່ດ້ວຍມານະຈິດ ແລະ ອຸດົມການປະຕິວັດອັນເດັດດ່ຽວ, ດ້ວຍພະລັງຂອງຄວາມສາມັກຄີ ຮ່ວມສຳພັນສູ້ຮົບຢ່າງໜຽວແໜ້ນ ເຕັມໄປດ້ວຍຄວາມເສຍສະຫຼະ ພວກເຮົາກໍສາມາດຜ່ານຜ່າອຸປະສັກ ໄດ້ຈາກບັ້ນນີ້ ໄປສູ່ບັ້ນໃໝ່ຢ່າງເນື່ອງນິດລຽນຕິດ ຈົນສ້າງວິລະກຳອັນຍິ່ງໃຫຍ່ຂຶ້ນດ້ວຍບັ້ນຮົບໂຮຈີ່ມິນ ອັນເປັນປະຫວັດການໃນລະດູບານໃໝ່, ສາມາດປົດປ່ອຍພາກໃຕ້ຫວຽດນາມ ແລະ ທ້ອນໂຮມປະເທດຫວຽດນາມ ເປັນອັນໜຶ່ງອັນດຽວກັນໃນປີ 1975. ຢູ່ປະເທດລາວພວກເຮົາ ດ້ວຍການລຸກຮືຂຶ້ນ ໂດຍໃຊ້ສາມບາດຄ້ອນຍຸດທະສາດ. ໄດ້ ກ້າວໄປສູ່ ການຢຶດອຳນາດ ທົ່ວປະເທດ ແບບ “ບົວບໍ່ຊ້ຳນ້ຳບໍ່ຂຸ່ນ ແຕ່ຈັບປາໄດ້ທັງໝົດ” ແລະ ສະຖາປະນາ ສາທາລະນະລັດປະຊາທິປະໄຕປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ບັນດາສະຫາຍ ແລະ ເພື່ອນມິດ ທີ່ຮັກແພງທັງຫຼາຍ!
ເຖິງວ່າພວກເຮົາບໍ່ສາມາດຈົດຈຳໄດ້ວ່າ ມີພູຈັກໜ່ວຍພູ ແລະ ມີຫ້ວຍນ້ຳລຳເຊຈັກສາຍ, ມີດົງໃຫຍ່ ແລະ ໂຄກກວ້າງຈຳນວນເທົ່າໃດ, ມີທໍ່ໃດຄ້າຍ ແລະ ປ້ອມປາການ ຂອງສັດຕູ ທີ່ພະນັກງານ-ນັກຮົບວິລະຊົນ ຂອງສອງຊາດພວກເຮົາ ໄດ້ເດີນຜ່ານຜ່າດ້ວຍຄວາມຍາກລຳບາກ ແລະ ຕີສັດຕູໃຫ້ແຕກສະລາຍໄປ.
ແຕ່ສິ່ງທີ່ບໍ່ມີນັກປະຕິວັດສອງຊາດໃດລືມໄດ້ວ່າ ໃນການຮ່ວມສຳພັນສູ້ຮົບແຕ່ລະຄັ້ງ ພະນັກງານ ແລະ ນັກຮົບປະຕິວັດລາວ ແລະ ຫວຽດນາມ ໄດ້ຮ່ວມຂຸມຄອງດຽວກັນ, ເຂົ້າເມັດຫັກ-ຜັກໃບດຽວກໍໄດ້ແບ່ງປັນກັນກິນ, ໄດ້ປ້ອງກັນ ແລະ ຊ່ວຍເຫຼືອກັນ ໂດຍບໍ່ຄິດເຖິງຊີວິດຂອງຕົນເອງ, ໄດ້ໃຫ້ກຳລັງໃຈແກ່ກັນ ແລະ ຍອມເສຍສະຫຼະເລືອດເນື້ອ ເຫື່ອໄຄໃຫ້ກັນ ເພື່ອເປົ້າໝາຍໄຊຊະນະຮ່ວມກັນ. ປະຊາຊົນລາວບັນດາເຜົ່າບໍ່ມີວັນລືມວ່າ ບົນຜືນແຜ່ນດິນອັນເອກະລັກບູຊາ ຂອງລາວ ລ້ວນແຕ່ມີຢາດເຫື່ອ ແລະ ຢາດເລືອດແຫ່ງການເສຍສະຫຼະ ຂອງພະນັກງານ-ນັກຮົບອາສາສະໝັກຫວຽດນາມ ເຈືອຈານກັບຢາດເຫື່ອ ແລະ ຢາດເລື່ອດຂອງພະນັກງານ-ນັກຮົບລາວ.
ພາບຂອງຜູ້ເປັນພໍ່ແມ່ຊາວ ຫວຽດນາມ-ຊາວລາວ ທີ່ໄດ້ສັ່ງລາ-ອວຍໄຊໃຫ້ພອນແກ່ລູກຮັກຂອງຕົນ ກ່ອນອອກສູ່ແນວໜ້າ; ພາບອັນສະຫງ່າງາມ ຂອງພະນັກງານ-ນັກຮົບອາສາສະໝັກຫວຽດນາມ ແລະ ທະຫານລາວ ທີ່ຄຽງບ່າຄຽງໄຫຼ່ກັນເດີນອອກສູ່ສະໜາມຮົບຢ່າງພິລາດອາດຫານ ແລະ ພ້ອມກັນມ່ວນຊື່ນຕໍ່ໄຊຊະນະທີ່ຍາດມາໄດ້ ຍັງຈຳຕິດຕາ ແລະ ຝັງເລິກຢູ່ໃນຄວາມຊົງຈຳ ຂອງປະຊາຊົນສອງຊາດພວກເຮົາ ໂດຍບໍ່ມີວັນຈາງຫາຍໄປ.
ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ມີຄວາມພາກພູມໃຈ ແລະ ເອກອ້າງທະນົງໃຈເປັນຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະຫຼາຍສິບປີແຫ່ງການສຳພັນສູ້ຮົບ ແລະ ສູ້ຮົບມີໄຊລະຫວ່າງສອງປະເທດນັ້ນ ພວກເຮົາໄດ້ປະກອບສ່ວນຈົນສຸດຄວາມສາມາດຂອງຕົນ ເຂົ້າໃນການຕໍ່ສູ້ມີໄຊຂອງປະຊາຊົນຫວຽດນາມອ້າຍນ້ອງ. ການທີ່ມີ “ເສັ້ນທາງໂຮ່ຈີມິນ”ອັນລືຊື່ ໄດ້ກະຈາຍໄປທົ່ວພື້ນປ່າ, ສາຍພູ, ສາຍນ້ຳ ເປັນຫລາຍພັນຫລາຍໝື່ນກິໂລແມ໋ດຜ່ານດິນແດນລາວ, ທີ່ໄດ້ສ້າງເງື່ອນໄຂສະດວກຫຼາຍປະການເພື່ອໃຫ້ເປັນທາງເຄື່ອນທັບ, ເປັນບ່ອນເຕົ້າໂຮມກຳລັງ ແລະ ຂົນສົ່ງອາວຸດຍຸດໂທປະກອນ ປົດປ່ອຍພາກໃຕ້ຫວຽດນາມ.
“ເສັ້ນທາງໂຮ່ຈີມິນ”ທີ່ໄດ້ກາຍເປັນນະວະນິຍາຍໄປແລ້ວນັ້ນ ໄດ້ເຄີຍເປັນສະໜາມຮົບທີ່ດຸເດືອດເໜືອພັນລະນາ ຈາກຫ່າລະເບີດອັນໜັກໜ່ວງທີ່ສຸດໃນປະຫວັດສາດມວນມະນຸດ, ປະຊາຊົນລາວບັນດາເຜົ່າ, ທະຫານລາວ, ທະຫານຫວຽດນາມ ບໍ່ຈັກວ່າເທົ່າໃດ ຕ້ອງເສຍສະລະຊີວິດ ເລືອດເນື້ອ ເພື່ອປົກປັກເສັ້ນທາງລຳລຽງ, ເຄື່ອນທັບ, ທີ່ເປັນເໝືອນສາຍເລືອດໃຫຍ່ ເພື່ອເປົ້າໝາຍຢູ່ແນວໜ້າ; ເສັ້ນທາງໂຮ່ຈີມິນ ຜ່ານດິນແດນລາວ ໄດ້ກາຍເປັນເສັ້ນທາງຜູກແໜ້ນ ຄວາມສາມັກຄີຮ່ວມຮົບລະຫວ່າງທະຫານລາວ, ທະຫານຫວຽດນາມ ແລະ ປະຊາຊົນລາວບັນດາເຜົ່າ ບົນຈິດໃຈສາກົນອັນຜ່ອງໃສ, ຖານສະຫາຍອ້າຍນ້ອງ; ຢາດເຫື່ອ ແລະ ນ້ຳຕາ, ຊີວິດ ແລະເລືອດຂອງເຂົາເຈົ້າໄດ້ເຈືອຈານເຂົ້າກັນ ອຸທິດໃຫ້ແກ່ໄຊຊະນະ ຂອງການປະຕິວັດປົດປ່ອຍ ແລະ ທ້ອນໂຮມປະເທດຊາດ ຂອງລາວ ແລະ ຫວຽດນາມ.
ພັກ-ລັດ ແລະ ປະຊາຊົນລາວ ຮູ້ສຶກເອກອ້າງທະນົງໃຈ ແລະ ຖືການປະກອບສ່ວນດັ່ງກ່າວນັ້ນ ເປັນການປະຕິບັດຕາມຄຳກອນອະມະຕະ ຍິ່ງຫວນຄືນຮູບພາບອາດີດທີ່ຝັງເລິກໃນຄວາມຊົງຈຳເຫລົ່ານັ້ນ ຍິ່ງຊາບຊຶ້ງເຖິງຄຳສອນ ຂອງປະທານ ໂຮ່ຈີ່ມິນທີ່ວ່າ:
“ສອງຊາດລາວ-ຫວຽດ ໄດ້ຝັງຄວາມຮັກຢູ່ໃນໃຈ
ຮົ່ງຮ່າ ທັງແມ່ຂອງ-ບໍ່ເລິກປຸນປານໄດ້”.
ບັນດາສະຫາຍ ແລະ ເພື່ອນມິດທີ່ຮັກແພງ!
ພາຍຫຼັງໄດ້ຮັບການປົດປ່ອຍຢ່າງສົມບູນ ໃນປີ 1975, ສອງປະເທດລາວ ແລະ ຫວຽດນາມ ພວກເຮົາໄດ້ກ້າວເຂົ້າສູ່ສັງກາດໃໝ່, ສັງກາດແຫ່ງສັນຕິພາບ, ເອກະລາດ, ເອກະພາບ ແລະ ປະຕິບັດສິດເປັນເຈົ້າຕົນເອງ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໄປສູ່ຈຸດໝາຍສັງຄົມນິຍົມທີ່ວາງໄວ້. ໃນເງື່ອນໄຂ ແລະ ສະພາບແວດລ້ອມໃໝ່ນີ້, ສາຍພົວພັນພິເສດລະຫວ່າງສອງຊາດ ຍິ່ງໄດ້ຮັບການເສີມຂະຫຍາຍສູ່ລະດັບອັນໃໝ່, ເປັນສາຍພົວພັນລະຫວ່າງສອງລັດ ທີ່ມີເອກະລາດ-ມີອຳນາດອະທິປະໄຕຢ່າງເຕັມສ່ວນ. ການເຊັນ “ສົນທິສັນຍາມິດຕະພາບ ແລະ ການຮ່ວມມື”ລະຫວ່າງສອງປະເທດ ເຊິ່ງມາຮອດມື້ນີ້ແມ່ນພໍດີຄົບຮອບ 40 ປີ ໄດ້ສືບທອດ ແລະ ເສີມຂະຫຍາຍມູນເຊື້ອສຳພັນສູ້ຮົບ, ນ້ຳໃຈສາກົນອັນຜ່ອງໃສ ຖານສະຫາຍອ້າຍນ້ອງແບບພິເສດ ແລະ ເປັນການຍົກລະດັບການພົວພັນການທູດລະຫວ່າງສອງຊາດ ທີ່ມາຮອດນີ້ພໍດີບັນຈົບຄົບຮອບ 55 ປີ, ຂຶ້ນສູ່ລະດັບ ແລະ ບາດກ້າວໃໝ່, ໄດ້ເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການເພີ່ມທະວີການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃນໄລຍະໃໝ່.
ສາມາດເວົ້າໄດ້ວ່າ 55 ປີ ແຫ່ງການສ້າງສາຍພົວພັນການທູດ ແລະ 40 ປີ ແຫ່ງການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດລາວ-ຫວຽດນາມແມ່ນໄລຍະເວລາແຫ່ງການທົດສອບຄວາມໝັ້ນແກ່ນແໜ້ນໜຽວ ຂອງສາຍພົວພັນລະຫວ່າງສອງປະເທດພວກເຮົາ. ເຖິງແມ່ນວ່າ ສະພາບແວດລ້ອມຂອງໂລກ ກໍຄືສາກົນໄດ້ຜັນແປໄປຢ່າງໄວວາສັບສົນ ທີ່ມີທັງກາລະໂອກາດ ແລະ ສິ່ງທ້າທາຍນາໆປະການກໍ່ຕາມ, ແຕ່ ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າກໍ່ໄດ້ເອົາໃຈໃສ່ເພີ່ມທະວີສ້າງໃຫ້ການພົວພັນຮ່ວມມືຂອງສອງຊາດ ຍິ່ງເພີ່ມພູນຄູນສ້າງໃຫ້ອຸດົມສົມບູນ ແລະ ໄດ້ຮັບການປັບປຸງຍົກລະດັບ ທັງທາງດ້ານປະລິມານ ແລະ ຄຸນນະພາບໃຫ້ສູງຂຶ້ນເລື້ອຍໆ. ເນື້ອໃນຂອງການຮ່ວມມືນັບມື້ນັບເຂົ້າສູ່ລວງເລິກແທດຕົວຈິງ; ກົນໄກ ແລະ ວິທີການຕ່າງໆແມ່ນນັບມື້ຄ່ອງຕົວຍິ່ງຂຶ້ນ; ການພົວພັນຮ່ວມມືລະຫວ່າງທ້ອງຖິ່ນ, ຂະແໜງການມີປະສິດທິຜົນຫຼາຍຂຶ້ນ ແລະ ຂົງເຂດຕ່າງໆນັບມື້ເປີດກວ້າງອອກ ເຊິ່ງນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດພວກເຮົາ. ອັນນີ້ແມ່ນສະແດງອອກໃຫ້ເຫັນລັກສະນະພິເສດ ຂອງການພົວພັນຮ່ວມມືລາວ-ຫວຽດນາມ ທີ່ໄດ້ກາຍເປັນປັດໄຈ ຊ່ວຍໜູນທີ່ສຳຄັນໃຫ້ແກ່ ການພັດທະນາປະເທດຊາດຂອງພວກເຮົາ.
ບັນດາສະຫາຍ ແລະ ເພື່ອນມິດ ທີ່ຮັກແພງທັງຫຼາຍ!
ມູນເຊື້ອອັນດີງາມແຫ່ງການພົວພັນສາມັກຄີພິເສດ ແລະ ການຮ່ວມມືຢ່າງຮອບດ້ານ ດ້ວຍໄມຕີຈິດອັນບໍລິສຸດຜຸດພ່ອງນັ້ນ ໄດ້ເຮັດໃຫ້ປະຊາຊົນສອງຊາດພວກເຮົາ ມີຄວາມເຊື່ອໝັ້ນຢ່າງ ໜັກແໜ້ນ ຕໍ່ບາດກ້າວຂະຫຍາຍຕົວ ກໍຄືອານາຄົດອັນສະຫວ່າງສະໄຫວໃນການນຳພາສອງປະເທດພວກເຮົາກ້າວຂຶ້ນ, ເປັນເສັ້ນທາງກ້າວສູ່ຄວາມວັດທະນະຖາວອນ ຕາມຈຸດໝາຍສັງຄົມນິຍົມ.
ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ມີຄວາມຊື່ນຊົມ ຍິນດີຕໍ່ຜົນສຳເລັດໃນຫຼາຍດ້ານ ທີ່ພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງບັນລຸໄດ້ໃນຊຸມປີທີ່ຜ່ານມາ, ພິເສດແມ່ນໃນໄລຍະ 30 ປີແຫ່ງການປ່ຽນແປງໃໝ່, ຊຶ່ງໄດ້ສ້າງພື້ນຖານ ແລະ ຖ່ວງທ່າໃໝ່ ໃຫ້ແກ່ການພັດທະນາປະເທດຊາດ ໄປຕາມທິດຫັນເປັນອຸດສາຫະກຳ-ຫັນເປັນທັນສະໄໝ ສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ. ຜົນສຳເລັດດັ່ງກ່າວນັ້ນ ໄດ້ເປັນບົດຮຽນອັນມີຄ່າແກ່ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດພວກເຮົາ. ພ້ອມດຽວກັນນັ້ນ, ກໍ່ເປັນສິ່ງຊຸກຍູ້ປຸກລະດົມໃຈອັນແຂງແຮງໃຫ້ແກ່ປະຊາຊົນລາວ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງຕົນ.
ພວກຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສ ຂອງພັກກອມມູນິດຫວຽດນາມ, ພັກທີ່ສືບທອດແນວຄິດ ແລະ ພາລະກິດອັນຍິ່ງໃຫຍ່ ຂອງປະທານ ໂຮ່ຈີມິນ ຈະເຮັດໃຫ້ຈຸດໝາຍເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດເຂັ້ມແຂງປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ ບົນດິນແດນຂອງປະເທດຫວຽດນາມ ວິລະຊົນນັ້ນ ຈະປະກົດຜົນເປັນຈີງຢ່າງແນ່ນອນ.
ພວກຂ້າພະເຈົ້າເວລາໃດ ກໍຢຶດໝັ້ນ ການເສີມຂະຫຍາຍມູນເຊື້ອແຫ່ງການພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານ ໃຫ້ຍືນຍົງຄົງຕົວໄປຈົນເທົ່າກາລະນານ ດັ່ງຄຳກອນອັນລືຊື່ ຂອງປະທານ ໄກສອນ ພົມວິຫານ ໄດ້ຂຽນໄວ້ວ່າ:
“ຕາບໃດແມ່ນ້ຳຂອງບໍ່ເຫືອດແຫ້ງ ເຂີນຂາດແປນຊາຍ
ສາຍພູຫຼວງແສນສູງ ບໍ່ຕ່ຳລົງເປັນຄັງຫຍ້າ
ຮົງຮາວັງເວີນກວ້າງບໍ່ແປນດິນກະທ້າງໄຕ່
ສອງສາຍໃຈລາວ-ຫວຽດນາມ ພີ່ນ້ອງ ບໍ່ໄກຂ້າງຫ່າງກັນນັ້ນແລ້ວ”.
ພັກ-ລັດ ພວກຂ້າພະເຈົ້າ ຈະພະຍາຍາມເຮັດສຸດຄວາມສາມາດຂອງຕົນ ແລະ ຈະເຊີດຊູຄວາມເປັນເຈົ້າການຮັບຜິດຊອບໃຫ້ສູງຂຶ້ນ ໃນການປະຕິບັດບັນດາສົນທິສັນຍາ, ສັນຍາ ແລະ ຂໍ້ຕົກລົງຕ່າງໆ ລະຫວ່າງສອງພັກ-ສອງລັດພວກເຮົາ; ພິເສດແມ່ນການເພີ່ມທະວີການພົວພັນທາງດ້ານການເມືອງ ແລະ ການແລກປ່ຽນຖອດຖອນບົດຮຽນດ້ານແນວຄິດທິດສະດີ ແລະ ພຶດຕິກຳ;ດ້ານການກໍ່ສ້າງບຳລຸງຍົກລະດັບພະນັກງານ; ການຮ່ວມມືປະສານງານໃນການພົວພັນສາກົນ ແລະ ການປະສານສົມທົບດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ພ້ອມດຽວກັນນັ້ນ, ກໍຈະເພີ່ມຄວາມພະຍາຍາມໃນການຈັດຕັ້ງປະຕິບັດຍຸດທະສາດ ການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດເຕັກໂນໂລຢີ ແລະ ອື່ນໆ ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດໃຫ້ໄດ້ຫຼາຍຂຶ້ນເລື້ອຍໆ.
ໃນໂອກາດອັນສະຫງ່າລາສີ ແລະ ບົນເວທີອັນຄຶກຂຶມນີ້ໃນນາມພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈ ອັນຈິງໃຈ ແລະ ຄວາມຮູ້ບຸນຄຸນອັນລົ້ນເຫຼືອຕໍ່ ພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລ້ຳຄ່າ, ທັນການ ແລະ ມີຜົນສັກສິດແກ່ພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກຂ້າພະເຈົ້າໃນປະຈຸບັນ.
ບັນດາສະຫາຍ ແລະ ເພື່ອນມິດທັງຫຼາຍ!
ມື້ນີ້ ພວກເຮົາໄດ້ຈັດຕັ້ງພິທີໂຮມຊຸມນຸມໃຫຍ່ລະດັບຊາດ ຂຶ້ນຢ່າງສົມກຽດ ເພື່ອສະເຫຼີມສະຫຼອງສອງເຫດການປະຫວັດສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ. ນອກຈາກນີ້, ພວກເຮົາຍັງຈະໄດ້ຈັດຕັ້ງກິດຈະກຳອັນສຳຄັນອື່ນໆອີກຈົນຮອດສິ້ນປີ.
ພວກເຮົາຈົ່ງພ້ອມກັນ ເຮັດໃຫ້ປີ 2017 ເປັນຂີດໝາຍແຫ່ງການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມອ້າຍນ້ອງ ໃຫ້ຈະເລີນງອກງາມ ແລະ ເກີດດອກອອກຜົນຫຼາຍຂຶ້ນຕື່ມອີກ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການເສີມສ້າງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການເຊື່ອມໂຍງໃນພາກພື້ນ ແລະ ໃນໂລກ ເພື່ອຄວາມສັນຕິສຸກ ແລະ ຄວາມຈະເລີນວັດທະນາຂອງບັນດາປະຊາຊາດ.
ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານອັນເປັນມູນເຊື້ອ ລະຫວ່າງພັກປະຊາຊົນປະຕິວັດລາວ ກັບພັກກອມມູນິດຫວຽດນາມ,ລະຫວ່າງ ສປປ ລາວ ກັບ ສສ ຫວຽດນາມ, ລະຫວ່າງປະຊາຊົນລາວ ກັບປະຊາຊົນຫວຽດນາມອ້າຍນ້ອງໝັ້ນຍືນ!
ພາລະກິດ ແລະ ແນວຄິດຂອງປະທານໂຮຈີ່ມິນ ຜູ້ຍິ່ງໃຫຍ່ ແລະ ຂອງປະທານໄກສອນພົມວິຫານ ທີ່ແສນເຄົາລົບຮັກ ຍືນຍົງຢູ່ກັບພວກເຮົາຕະຕອດໄປ.
ຂໍຂອບໃຈ