ໃນວັນທີ 5 ກັນຍາ 2017, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ທ່ານ ປຣາກ ໂສກົນ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໄດ້ພົບປະປຶກສາຫາລືກັນ ທີ່ ນະຄອນຫຼວງພະນົມເປັນ, ຣາຊະອານາຈັກ ກຳປູເຈຍ ໂດຍປະຕິບັດຕາມການຕົກລົງ ຈັດກອງປະຊຸມຂອງສອງນາຍົກລັດຖະມົນຕີ ລາວ ແລະ ກຳປູເຈຍ ຄັ້ງວັນທີ 1 ກັນຍາ 2017 ທີ່ຜ່ານມາ ທີ່ເຫັນດີເປັນເອກະພາບກັນມອບໝາຍໃຫ້ລັດຖະມົນຕີກະຊວງການຕ່າງປະເທດ ທັງສອງປະເທດ ພົບປະປຶກສາຫາລືກັນ ເພື່ອຊອກວິທີທາງໃນການແກ້ໄຂບັນຫາຊາຍແດນທີ່ຍັງຄົງຄ້າງ ເພື່ອກ້າວໄປສູ່ການປັກຫຼັກໝາຍຊາຍແດນ ໃຫ້ສຳເລັດໂດຍໄວ.
ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ, ຖານບ້ານໃກ້ເຮືອນຄຽງທີ່ມີມູນເຊື້ອອັນດີມາແຕ່ບູຮານນະການ ລະຫວ່າງສອງປະເທດ ຊຶ່ງສອງຝ່າຍໄດ້ເປັນເອກະພາບ ກັນກ່ຽວກັບທິດທາງໃນການຈັດຕັ້ງປະຕິບັດວຽກງານເພື່ອແກ້ໄຂບັນຫາຊາຍແດນ ລະຫວ່າງສອງປະເທດ ທີ່ຍັງຄົງຄ້າງຮ່ວມກັນດັ່ງນີີ້:
1. ສອງຝ່າຍ ໄດ້ເປັນເອກະພາບກັນ ກ່ຽວກັບ ເນື້ອໃນການຮ່າງຈົດໝາຍໃນນາມນາຍົກລັດຖະມົນຕີລາວ ແລະ ນາຍົກລັດຖະມົນຕີກຳປູເຈຍ ເຖິງປະທານາທິບໍດີຝຣັ່ງ ເພື່ອສະເໜີໃຫ້ຝຣັ່ງຊ່ວຍ ສົ່ງທຸກໆແຜນທີ່ ແລະ ເອກະສານທີ່ກ່ຽວຂ້ອງກັບການກໍານົດເສັ້ນຊາຍແດນ ລະຫວ່າງ ລາວ-ກຳປູເຈຍ ສະໄໝຝຣັ່ງປົກຄອງໃຫ້ລັດຖະບານສອງປະເທດລາວ ແລະ ກຳປູເຈຍ ເພື່ອເປັນພື້ນຖານ ໃນການແກ້ໄຂບັນຫາຊາຍແດນທີ່ຍັງຄົງຄ້າງຮ່ວມກັນ.
2. ສອງຝ່າຍຕົກລົງເປັນເອກະພາບກັນມອບໝາຍ ໃຫ້ຄະນະກຳມະການຊາຍແດນສອງຝ່າຍ ລົງກວດກາພື້ນທີ່ຕົວຈິງໃນເວລາອັນໃກ້ໆ ເພື່ອຮ່ວມກັນແກ້ໄຂຈຸດຄົງຄ້າງຊາຍແດນ 4 ຈຸດ ທີ່ຂຶ້ນກັບແຂວງຈຳປາສັກຂອງລາວ ແລະ ແຂວງຊຽງແຕງຂອງກຳປູເຈຍ ເພື່ອກ້າວໄປເຖິງການປັກຫຼັກໝາຍຊາຍແດນຮ່ວມກັນ ໃຫ້ສຳເລັດໂດຍໄວ.
3. ສອງຝ່າຍໄດ້ເປັນເອກະພາບກັນ ໃຫ້ຄະນະກຳມະການຊາຍແດນສອງປະເທດ ມອບໝາຍໃຫ້ຄະນະອະນຸກຳມະການເຕັກນິກ ລາວ-ກໍາປູເຈຍ; ກໍາປູເຈຍ-ລາວ ລົງກວດກາຢູ່ພື້ນທີ່ຕົວຈິງບໍລິເວນຈຸດຄົງຄ້າງ ແກ້ງຕໍໍມໍຄອຍ-ຫ້ວຍຕະເງົາ ຮ່ວມກັນ ຖ້າຈຸດໃດທີ່ສອງຝ່າຍສາມາດຕົກລົງກັນໄດ້ໃຫ້ປັກຫຼັກໝາຍຊາຍແດນໄປພ້ອມ, ທັງນີ້ເພື່ອກ້າວໄປສູ່ການປັກຫຼັກໝາຍຊາຍແດນຕໍ່ໆໄປ.
ນອກຈາກນີ້, ທັງສອງຝ່າຍຍັງໄດ້ປຶກສາຫາລືກັນ ກ່ຽວກັບການສຶກສາຄວາມອາດສາມາດເປັນໄປໄດ້ໃນການປັກຫຼັກໝາຍຖີ່ຮ່ວມກັນໃນຕໍ່ໜ້າ ແລະ ທັງສອງຝ່າຍໄດ້ລົງນາມບົດບັນທຶກ ກອງປະຊຸມດັ່ງກ່າວຮ່ວມກັນ ເພື່ອເປັນພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດຕໍ່ໄປ. ໝາກຜົນຂອງການປຶກສາຫາລືຂອງລັດຖະມົນຕີກະຊວງການຕ່າງປະເທດສອງປະເທດໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນຕໍ່ການພົວພັນ ແລະ ຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກຳປູເຈຍ ຖືວ່າເປັນບາດກ້າວສຳຄັນໃນການເພີ່ມທະວີຄວາມໄວ້ເນື້ອເຊື້ອໃຈ ແລະ ການຮ່ວມມືກັນ ໃນການແກ້ໄຂບັນຫາຊາຍແດນທີ່ຍັງຄົງຄ້າງໃນຈຸດອື່ນໆທີ່ຍັງເຫລືອ ເພື່ອເຮັດໃຫ້ເສັ້ນຊາຍແດນກາຍເປັນເສັ້ນຊາຍແດນ ແຫ່ງ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມືຢ່າງແທ້ຈິງ.