ວັນທີ 1 ທັນວາ 2017, ທີ່ທຳນຽບປະທານປະເທດ, ບັນດາການນໍາຂັ້ນສູງ ແຫ່ງ ສປປ ລາວ ນຳໂດຍ ທ່ານບຸນຍັງ ວໍລະຈິດ, ປະທານປະເທດ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ພັນຄຳ ວິພາວັນ,ຮອງປະທານປະເທດ, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ ເຂົ້າອວຍພອນ, ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 42 ປີ.