ວັນທີ 28 ກຸມພາ 2018, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມທົບທວນຄືນການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ (INGOs) ຄັ້ງທີ III ຂື້ນ ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ, ໂດຍມີຄະນະຜູ້ແທນຂັ້ນສູງຈາກຂະແຫນງການ ແລະ ທ້ອງຖິ່ນ ຂອງ ສປປ ລາວ, ອົງການ ອສບລ, ບັນດາປະເທດໃຫ້ທຶນ, ອົງການຈັດຕັ້ງສາກົນ, ສະມາຄົມ ແລະ ມູນນິທິຂອງລາວ ເຂົ້າຮ່ວມປະມານ 400 ຄົນ. ຈຸດປະສົງ ແມ່ນເພື່ອແນໃສ່ທົບທວນຄືນວຽກງານການຮ່ວມມື ລະຫວ່າງລັດຖະບານ ສປປ ລາວ ກັບ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ນັບແຕ່ປີ 2015 ເປັນຕົ້ນມາ ໂດຍສະເພາະການຕີລາຄາຜົນສຳເລັດ, ດ້ານດີດ້ານອ່ອນ ແລະ ສິ່ງທ້າທາຍຕ່າງໆ ກໍຄືບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ ແລະ ພ້ອມກັນປຶກສາຫາລືວິທີການແກ້ໄຂ ແລະ ທິດທາງການຮ່ວມມືໃນຕໍ່ຫນ້າ.
ໃນການກ່າວເປີດກອງປະຊຸມ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ເນັ້ນເຖິງຄວາມຫມາຍສຳຄັນຂອງກອງປະຊຸມແບບເປີດກວ້າງໃນຄັ້ງນີ້ ເພື່ອແລກປ່ຽນຄຳຄິດຄຳເຫັນ ແລະ ປືກສາຫາລືກັນຢ່າງກົງໄປກົງມາ ແລະ ມີຄວາມຮັບຜິດຊອບ ແນໃສ່ຮັບປະກັນປະສິດທິພາບ ແລະ ປະສິດທິຜົນຂອງການຮ່ວມມືຊ່ວຍເຫຼືອຂອງຕ່າງປະເທດ ລວມທັງອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ ແລະ ຄູ່ຮ່ວມພັດທະນາອື່ນໆ ໃຫ້ໄດ້ຮັບຜົນປະໂຫຍດສູງສຸດ, ສອດຄ່ອງກັບລະບຽບຫລັກການ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືແຜນພັດທະນາຂອງຂະແຫນງການ ແລະ ທ້ອງຖິ່ນໃນແຕ່ລະໄລຍະ.
ກອງປະຊຸມ ໄດ້ຮັບຟັງການລາຍງານໂດຍທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ກ່ຽວກັບສະພາບການຮ່ວມມືລະຫວ່າງລັດຖະບານ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ລວມທັງການປະຕິບັດດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ສະບັບເລກທີ 013/ນຍ, ລົງວັນທີ 08/01/2010 ແລະ ຂໍ້ແນະນໍາການຈັດຕັ້ງປະຕິບັດດໍາລັດດັ່ງກ່າວ ຂອງລັດຖະມົນຕີກະຊວງການຕ່າງປະເທດ ສະບັບເລກທີ 1046/ຕປທ.ຈສກ.3, ລົງວັນທີ17 ກຸມພາ 2015. ພ້ອມກັນນັ້ນ, ກໍ່ໄດ້ຮັບຟັງການປະກອບຄຳເຫັນຂອງຄະນະຜູ້ແທນຈາກອົງການ ອສບລ, ຄູ່ຮ່ວມພັດທະນາ, ກະຊວງຂະແຫນງການ ແລະ ທ້ອງຖິ່ນ ຢ່າງຕັ້ງຫນ້າກ່ຽວກັບການຮ່ວມມືຊ່ວຍເຫລືອໃນໄລຍະຜ່ານມາ ຊຶ່ງໄດ້ຍົກໃຫ້ເຫັນເຖິງຜົນສຳເລັດ ແລະ ສິ່ງທ້າທາຍ ກໍຄືການປຶກສາຫາລືກ່ຽວກັບທິດທາງ ແລະ ແຜນການຮ່ວມມືໃນຕໍ່ໜ້າເພື່ອເຮັດໃຫ້ມີປະສິດທິຜົນ ແລະ ໄດ້ຮັບໝາກຜົນດີຂື້ນກວ່າເກົ່າ. ນອກຈາກນັ້ນ, ກໍ່ໄດ້ພ້ອມກັນພິຈາລະນາປະກອບຄໍາເຫັນໃສ່ຮ່າງຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງການຕ່າງປະເທດ ວ່າດ້ວຍລະບຽບການອະນຸມັດຮັບເອົາທຶນ, ຊັບສິນ ແລະ ຊ່ຽວຊານຈາກຕ່າງປະເທດໃຫ້ແກ່ສະມາຄົມ ແລະ ມູນນິທິຂອງລາວ.
ສຳລັບການຊ່ວຍເຫຼືອໃນໄລຍະປີ 2015 ຮອດປະຈຸບັນ ໄດ້ມີການອະນຸມັດ 313 ໂຄງການ ແລະ 44 ກິດຈະກໍາ ລວມມູນຄ່າທັງຫມົດ 376,211,948 ໂດລາສະຫະລັດ ໂດຍກວມເອົາຫຼາຍຂະແໜງການເຊັ່ນ: ຂະ ແໜງສະຫວັດດີການ-ສັງຄົມ ກວມເອົາປະມານ 33 % (ພັດທະນາຊົນນະບົດ, ເກັບກູ້ລະເບີດ, ຄົນພິການ ແລະໄພສຸກເສີນ), ສຶກສາທິການ ແລະ ກິລາ ກວມເອົາປະມານ 25 %, ສາທາລະນະສຸກ ກວມເອົາປະມານ 24% ແລະ ຂົງເຂດກະສິກໍາ ກວມເອົາປະມານ 17 %. ໃນປະຈຸບັນມີທັງຫມົດ 159 ອົງການ INGOs ທີ່ໄດ້ຮັບອະນຸມັດມາປະຕິບັດງານຢູ່ ສປປ ລາວ ແລະ ພວມຈັດຕັ້ງປະຕິບັດໂຄງການ ຢູ່ໃນຂອບເຂດທົ່ວປະເທດ.
ໃນຕອນທ້າຍກອງປະຊຸມ, ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍບັນດາ ອສບລ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ຕະຫຼອດມາ. ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດ ມິດຕະພາບແລະ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ.
ກ່ອນໜ້ານີ້ ຄືໃນວັນທີ 27 ກຸມພາ ຜ່ານມາ ກໍ່ໄດ້ມີກອງປະຊຸມຂອງພາກລັດ ເພື່ອກະກຽມເນື້ອໃນສຳລັບກອງປະຊຸມໃນວັນທີ 28 ກຸມພາ 2018.