ໃນຕອນບ່າຍຂອງວັນທີ 12 ມີນາ 2018, ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຊິນ ຊອງ ຊູນ (Shin Sung-soon), ເນື່ອງໃນໂອກາດໄດ້ຖືກແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ເກົາຫຼີ ປະຈໍາ ສປປ ລາວ ຄົນໃໝ່.
ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ຊິນ ຊອງ ຊູນ ທີ່ໄດ້ຮັບການຕ່າງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ເກົາຫຼີ ປະຈໍາ ສປປ ລາວ, ສະແດງຄວາມເຊື່ອໝັ້ນວ່າ ໃນໄລຍະດໍາລົງຕໍາແໜ່ງຢູ່ ສປປ ລາວ ທ່ານເອກອັກຄະລັດຖະທູດ ຈະເຮັດສຸດຄວາມສາມາດ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະເທດຊາດ ກໍຄືປະຊາຊົນສອງຊາດ. ພ້ອມນັ້ນ, ໄດ້ໃຫ້ຄໍາຢືນຢັນວ່າ ຈະໃຫ້ການຮ່ວມມືກັບທ່ານເອກອັກຄະລັດຖະທູດເປັນຢ່າງດີ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ຂອງທ່ານເອກອັກຄະລັດຖະທູດ ຢູ່ ສປປ ລາວ ປະສົບຜົນສໍາເລັດດ້ວຍດີ.
ສອງຝ່າຍໄດ້ຕີລາຄາສູງສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ, ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 25 ຕຸລາ 1995 ເປັນຕົ້ນມາ, ຊຶ່ງສອງປະເທດ ໄດ້ມີການແລກປ່ຽນຢ້ຽມຢາມກັນຢ່າງເປັນປົກກະຕິ ທັງໃນລະດັບຂັ້ນການນໍາຂັ້ນສູງ ແລະ ລະດັບຕ່າງໆ. ພ້ອມນັ້ນ, ສອງປະເທດ ໄດ້ມີການພົວພັນຮ່ວມມືກັນໃນຫລາຍດ້ານ ເປັນຕົ້ນ: ດ້ານເສດຖະກິດມີທ່ວງທ່າຂະຫຍາຍຕົວ, ການລົງທຶນຂອງ ສ. ເກົາຫຼີ ຢູ່ ສປປ ລາວ ມາຮອດທ້າຍປີ 2017 ມີມູນຄ່າ 750 ລ້ານໂດລາ ສະຫະລັດ, ຈັດເປັນອັນດັບ 5 ຂອງການລົງທຶນຕ່າງປະເທດ ຢູ່ ສປປ ລາວ, ດ້ານການທ່ອງທ່ຽວ ມີນັກທ່ອງທ່ຽວ ສ.ເກົາຫຼີ ເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ຫລາຍສົມຄວນ ແລະ ສອງປະເທດໄດ້ມີສາຍການບິນໂດຍກົງນໍາກັນ ຫຼາຍສາຍການບິນ, ດ້ານແຮງງານ ຊຶ່ງແຮງງານລາວຊຸດທໍາອິດ ຈໍານວນ 26 ຄົນ ໄດ້ເດີນທາງເຖິງ ສ. ເກົາຫຼີ ໃນ ວັນທີ 05 ກຸມພາ 2018 ຜ່ານມາ. ນອກນັ້ນ, ຍັງມີການພົວພັນຮ່ວມມືອື່ນໆ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ໂດຍສະເພາະ ການພັດທະນາຊັບພະຍາກອນມະນຸດ, ການສຶກສາ, ສາທາລະນະສຸກ, ການພັດທະນາພື້ນຖານໂຄງລ່າງ ແລະ ອື່ນ, ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໄດ້ເປັນຢ່າງດີ.
ໃນໂອກາດດຽວກັນ, ທ່ານເອກອັກຄະລັດຖະທູດ ຊິນ ຊອງ ຊູນ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ສະເຫຼີມໄຊ ກົມມະສິດ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຕະຫຼອດໄລຍະການປະຕິບັດໜ້າທີ່ຂອງຕົນ ຢູ່ ສປປ ລາວ ຈະເຮັດສຸດຄວາມສາມາດ ເພື່ອເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມື ສະຫວ່າງ ສອງປະເທດ ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ.
ໃນຕອນເຊົ້າຂອງວັນດຽວກັນ, ທ່ານເອກອັກຄະລັດຖະທູດ ຊິນ ຊອງ ຊູນ ກໍໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ.