ໃນວັນທີ 12 ມີນາ 2018, ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຊອນ ເບີນາດ ຄາຣາສໂກ (Jean Bernard CARRASCO), ເນື່ອງໃນໂອກາດຖືກແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ຄົນໃໝ່.
ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ທ່ານ ຊອນ ເບີນາດ ຄາຣາສໂກ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ປະຈໍາ ສປປ ລາວ, ສະແດງຄວາມຊົມເຊີຍຕໍ່ ການປະກອບສ່ວນເຂົ້າໃນກິດຈະກໍາຕ່າງໆ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ໃນປີ 2017 ຜ່ານມາ, ແລະ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ໂດຍຜ່ານ ທ່ານເອກອັກຄະລັດຖະທູດໄປຍັງ ລັດຖະບານ ອົດສະຕຣາລີ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນໄລຍະຜ່ານມາ, ເປັນຕົ້ນ ການພັດທະນາຊັບພະຍາກອນມະນຸດ, ການສຶກສາ, ການຄ້າ-ການລົງທຶນ, ການກະສິກໍາ, ການພັດທະນາຊົນນະບົດ ແລະ ອື່ນໆ. ພ້ອມນັ້ນ, ກໍໄດ້ສະແດງຄວາມຊົມເຊີຍຕໍ່ ລັດຖະບານ ອົດສະຕຣາລີ ໃນການເປັນເຈົ້າພາບຈັດກອງປະຊຸມ ສຸດຍອດ ອາຊຽນ-ອົດສະຕຣາລີ ສະໄໝພິເສດ ໃນວັນທີ 17-18 ມີນາ 2018 ທີ່ຈະມາເຖິງນີ້ ແລະ ອວຍພອນໃຫ້ກອງປະຊຸມດັ່ງກ່າວ ປະສົບຜົນສໍາເລັດຢ່າງຈົບງາມ.
ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ທີ່ໄດ້ຮັບການເພີ່ມທະວີ ແລະ ເຂົ້າສູ່ລວງເລິກຕະຫຼອດໄລຍະຜ່ານມາ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນປີ 1952, ສອງຝ່າຍໄດ້ມີການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນ ໃນລະດັບການນໍາຂັ້ນສູງຂອງທັງສອງປະເທດ ແລະ ລະດັບຕ່າງໆຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ. ການຊ່ວຍເຫຼືອເພື່ອການພັດທະນາ (ODA) ຂອງ ອົດສະຕຣາລີ ໃຫ້ແກ່ ສປປ ລາວ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຊຶ່ງຈັດເປັນອັນດັບທີ 3 ຂອງການຊ່ວຍເຫຼືອ ODA ໃນ ສປປ ລາວ. ການລົງທຶນຂອງ ອົດສະຕຣາລີ ຈັດເປັນອັນດັບທີ 15 ຂອງການລົງທຶນຕ່າງປະເທດ ຢູ່ ສປປ ລາວ.
ໃນໂອກາດດຽວກັນ, ທ່ານເອກອັກຄະລັດຖະທູດ ຊອນ ເບີນາດ ຄາຣາສໂກ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ສະເຫຼີມໄຊ ກົມມະສິດ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຕະຫຼອດໄລຍະການປະຕິບັດໜ້າທີ່ຂອງຕົນ ຢູ່ ສປປ ລາວ ຈະເຮັດສຸດຄວາມສາມາດ ເພື່ອເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ສະຫວ່າງ ສອງປະເທດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.