ໃນຕອນບ່າຍຂອງວັນທີ 26 ມີນາ 2018, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອາລີ ອາລ-ຊາອີດ (Ali Al-Saeed), ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ລັດກູເວດ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ກູເວດ, ໃນລະຫວ່າງວັນທີ 25-27 ມີນາ 2018, ທີ່ ນະຄອນຫຼວງວຽງຈັນ.
ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ ກູເວດ ພ້ອມດ້ວຍຄະນະ, ຊຶ່ງເປັນຄັ້ງທຳອິດໃນການມາຢ້ຽມຢາມ ສປປ ລາວ, ພ້ອມທັງໄດ້ຕີລາຄາສູງ ຕໍ່ການຢ້ຽມຢາມຂອງຄະນະຜູ້ແທນຄັ້ງນີ້, ຊຶ່ງຈະເປັນການປະກອບສ່ວນອັນໜຶ່ງເຂົ້າໃນການສະເຫຼີມສະຫຼອງ ເນື່ອງໃນໂອກາດຄົບຮອບ 10 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດນຳກັນ ລະຫວ່າງ ສປປ ລາວ ແລະ ລັດກູເວດ. ພ້ອມກັນນີ້, ທ່ານລັດຖະມົນຕີ ກໍ່ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຂອງສອງປະເທດ ລາວ-ກູເວດ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກໃນຫຼາຍຂະແໜງການ, ພາຍຫຼັງທີ່ໄດ້ມີການສ້າງຕັ້ງສາຍພົວພັນການທູດນຳກັນ ແຕ່ວັນທີ 14 ກໍລະກົດ 2008 ເປັນຕົ້ນມາ, ຊຶ່ງເຫັນໄດ້ຈາກມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ, ພ້ອມທັງສະແດງຄວາມຫວັງວ່າ ຈະມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງສອງປະເທດ ໃຫ້ຫຼາຍຂຶ້ນໃນອານະຄົດ. ພ້ອມນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມປຶກສາຫາລືດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ກູເວດ ຄັ້ງທີ 2, ຊຶ່ງຈະເປັນພື້ນຖານໃຫ້ແກ່ສອງຝ່າຍໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຂອງສອງປະເທດໃນອານະຄົດ, ພ້ອມທັງ ສະແດງຄວາມຍິນດີທີ່ສອງຝ່າຍ ໄດ້ລົງນາມຫຼາຍເອກະສານຮ່ວມມືໃນຫຼາຍດ້ານ ແລະ ໃຫ້ທັງສອງຝ່າຍ ສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ສິດ ແລະ ຜັນຂະຫຍາຍບັນດາຂໍ້ຕົກລົງເຫຼົ່ານັ້ນ ໃຫ້ໄດ້ຮັບໝາກຜົນຫຼາຍຂຶ້ນ ໂດຍສະເພາະແມ່ນເອົາໃຈໃສ່ຕໍ່ການຮ່ວມມືໃນດ້ານທີ່ສອງຝ່າຍເຫັນວ່າມີທ່າແຮງຮ່ວມກັນ ເຊັ່ນ: ດ້ານກະສິກຳ-ອຸດສາຫະ ກຳ, ດ້ານການພັດທະນາພື້ນຖານໂຄງລ່າງເຂດເສດຖະກິດພິເສດ ແລະ ດ້ານການທ່ອງທ່ຽວ ເພື່ອເຮັດໃຫ້ການຮ່ວມມືສອງຝ່າຍມີໝາກຜົນຈິງຫຼາຍຂຶ້ນໃນຊຸມປີຕໍ່ໜ້ານີ້. ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຂອບໃຈມາຍັງ ລັດຖະບານ ແລະ ປະຊາຊົນ ກູເວດ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.
ໃນຂະນະດຽວກັນ, ທ່ານ ອາລີ ອາລ-ຊາອີດ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຍິນດີຈະສືບຕໍ່ຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ປຶກສາຫາລື ແລະ ເຮັດວຽກຮ່ວມກັນໃຫ້ຫຼາຍຂຶ້ນ ເພື່ອປະຕິບັດບັນດາເອກະສານຕ່າງໆທີ່ໄດ້ຮ່ວມລົງນາມກັນ ໃຫ້ມີໝາກຜົນຫຼາຍຂຶ້ນ.
ໃນໂອກາດຢ້ຽມຢາມ ສປປ ລາວ ຄັ້ງນີ້, ທ່ານ ອາລີ ອາລ-ຊາອີດ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານຮສຈ. ປອ. ດວງສະຫວັນ, ຮອງປະທານສະມາຄົມມິດຕະພາບ ລາວ-ກູເວດ ຝ່າຍລັດຖະສະພາ ແລະ ມີແຜນການຈະເຂົ້າຢ້ຽມຂໍ່ານັບຄະນະນຳກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພົບປະກັບ ຄະນະນຳກະຊວງແຜນການ ແລະ ການລົງທຶນ.