ໃນວັນທີ 2 ກໍລະກົດ 2018, ທີ່ ກະຊວງການຕ່າງປະເທດ, ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ກະຊວງການຕ່າງປະເທດ ໄດ້ຈັດພິທີຮັບນາມມະຍົດ 4 ບຸກ ຮອບທີ II ຂຶ້ນ, ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ; ແລະ ສະຫາຍ ອາລຸນໄຊ ສູນນະລາດ, ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ເລຂາຄະນະບໍລິຫານງານສູນກາງ ຊປປ ລາວ; ມີຕາງໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງການເງິນ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ; ພ້ອມດ້ວຍບັນດາຄະນະກົມ, ພະນັກງານ ແລະ ສະມາຊິກຊາວໜຸ່ມຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີດັ່ງກ່າວ, ສະຫາຍ ອານຸພາບ ວົງໜໍ່ແກ້ວ, ກຳມະການສູນກາງ ຊປປ ລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ຊປປ ລາວ ກະຊວງການຕ່າງປະເທດ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ແລະ ການເຄື່ອນໄຫວວຽກງານຊາວໜຸ່ມຂອງກະຊວງການຕ່າງປະເທດ, ໂດຍໄດ້ຍົກໃຫ້ເຫັນເຖິງ ຜົນງານທີ່ພົ້ນເດັ່ນຫຼາຍດ້ານ ແລະ ແຜນທິດທາງການຈັດຕັ້ງປະຕິບັດວຽກງານ 4 ບຸກໃນຕໍ່ໜ້າ. ດ້ານການຈັດຕັ້ງປະກອບມີຄະນະບໍລິຫານງານຊາວໜຸ່ມກະຊວງ ຈຳນວນ 15 ສະຫາຍ (ຍິງ 04 ສະຫາຍ), ມີໜ່ວຍຊາວໜຸ່ມທັງພາຍໃນ ແລະ ຕ່າງປະເທດ ຈຳນວນ 56 ໜ່ວຍ, ແລະ ມີສະມາຊິກຊາວໜຸ່ມທັງໝົດ 7,955 ສະຫາຍ (ຍິງ 3168 ສະຫາຍ). ພ້ອມກັນນັ້ນ, ສະມາຊິກຊາວໜຸ່ມກະຊວງ ຍັງໄດ້ຮັບການຍ້ອງຍໍຂັ້ນລັດຖະບານ ຈຳນວນ 55 ສະຫາຍ, ຂັ້ນກະຊວງ 250 ສະຫາຍ ແລະ ໄດ້ຮັບໃບຍ້ອງຍໍການເຄື່ອນໄຫວວຽກງານຊາວໜຸ່ມ ຈຳນວນ 400 ກວ່າສະຫາຍ ໃນປີຜ່ານມາອີກດ້ວຍ. ຜ່ານການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ສາມາດຕີລາຄາດ້ານແນວຄິດ ປະຕິບັດໄດ້ 100%, ດ້ານການຝຶກຝົນຫຼໍ່ຫຼອມຕົນເອງ ປະຕິບັດໄດ້ 98%, ດ້ານການຈັດຕັ້ງ ໄດ້ 98% ແລະ ດ້ານວຽກງານວິຊາສະເພາະ ປະຕິບັດໄດ້ 99%.
ໃນພິທີຄັ້ງນີ້, ຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກຄະນະປະທານ, ໂດຍທັງສອງສະຫາຍ ຕ່າງກໍໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຄະນະບໍລິການງານຊາວໜຸ່ມກະຊວງການຕ່າງປະເທດ ຈົນໄດ້ຮັບນາມມະຍົດ 4 ບຸກ ໃນຮອບທີ II, ພ້ອມທັງໄດ້ຊຸກຍູ້ໃຫ້ຊາວໜຸ່ມກະຊວງການຕ່າງປະເທດ ສືບຕໍ່ຮັກສາມູນເຊື້ອ, ນໍ້າໃຈເສຍສະຫຼະ ແລະ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ພາຍຫຼັງສຳເລັດພິທີ, ສອງພາກສ່ວນ ຍັງໄດ້ເຂົ້າຮ່ວມຂະບວນການກິລາບານເຕະມິດຕະພາບ ລະຫວ່າງ ຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ ຮ່ວມກັບ ຄະນະພົວພັນຕ່າງປະເທດສູນກາງພັກ ພົບກັບ ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ອີກດ້ວຍ.