ໃນວັນທີ 21 ສິງຫາ 2018, ເວລາ 9:00 ໂມງ, ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ Claude Jentgen, ອຸປະທູດ ແຫ່ງ ລາຊະອານາຈັກ ລຸກຊຳບວກ ປະຈຳ ສປປ ລາວ.
ຊຶ່ງໃນໂອກາດນີ້, ທ່ານລັດຖະມົນຕີໄດ້ສະແດງຄວາມຊົມເຊີຍ ທ່ານອຸປະທູດທີ່ໄດ້ປະຕິບັດໜ້າທີ່ການທູດຂອງຕົນດ້ວຍຜົນສຳເລັດອັນຈົບງາມຢູ່ ສປປ ລາວ ໂດຍໄດ້ປະກອບສ່ວນເຂົ້າໃນການຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນມີໝາກຜົນ ລະຫວ່າງ ສອງ ປະເທດ. ທ່ານລັດຖະມົນຕີໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລ້ຳຄ່າ ຂອງລຸກຊຳບວກໃຫ້ ແກ່ ສປປ ລາວໃນຫຼາຍຂະແໜງການ, ເປັນຕົ້ນແມ່ນ ສາທາລະນະສຸກ, ພັດທະນາຊົນນະບົດ, ສ້າງຊັບພະຍາກອນມະນຸດ ແລະ ອຶ່ນໆ. ການຊ່ວຍເຫຼືອດັ່ງກ່າວໄດ້ເພີ້ມຂຶ້ນແຕ່ລະໄລຍະໂດຍສະເພາະແມ່ນແຜນການຮ່ວມມື (ICP 2016-2020) ມູນຄ່າ 75 ລ້ານເອີໂຣຊຶ່ງໄດ້ປະກອບສ່ວນຢ່າງສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ຫຼຸດຜ່ອນຄວາມທຸກຍາກໃນສປປ ລາວ ເທື່ອລະກ້າວ. ຄຽງຄູ່ກັນນັ້ນ, ທັງສອງຝ່າຍຍັງໄດ້ມີການແລກປ່ຽນຄຳຄິດເຫັນຊຶ່ງກັນ ແລະ ກັນກ່ຽວກັບທິດທາງການເສີມຂະຫຍາຍການ ພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີ ລະຫວ່າງ ສອງປະເທດໃຫ້ເຂັ້ມແຂງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໃນຕໍ່ໜ້າ. ໃນຕອນທ້າຍນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ, ກໍ່ໄດ້ອວຍພອນໃຫ້ອຸປະທູດທ່ານ Claude Jentgen, ຈົ່ງເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດທຸກປະການໃນໜ້າທີ່ໃໝ່ຂອງທ່ານ.