ໃນຕອນເຊົ້າວັນທີ 12 ກັນຍາ 2018, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມເວທີປືກສາຫາລືເສດຖະກິດໂລກ ກ່ຽວກັບ ອາຊຽນ ຄັ້ງທີ່ 27, ທີ່ ສສ. ຫວຽດນາມ (Economic Forum on ASEAN), ເຊີ່ງກອງປະຊຸມດັ່ງກ່າວໄດ້ຈັດຂື້ນໃນວັນທີ 12 ກັນຍາ 2018 ທີ່ນະຄອນຫລວງ ຮ່າໂນ້ຍ, ສສ. ຫວຽດນາມ,
ກ່າວໃນພີທີເປີດຢ່າງເປັນທາງການໂດຍແມ່ນ ພະນະທ່ານ ຫງວຽນ ຊວນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ແລະ ທ່ານ Klaus Schwab, ປະທານຜູ້ບໍລິຫານເວທີເສດຖະກິດໂລກ.ກອງປະຊຸມຄັ້ງນີ້, ສະຫາຍ ຫງຽວນ ຟູ ຈ້ອງ, ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ, ກໍໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໄດ້ມີບັນດາຜູ້ນຳອາຊຽນ ແລະ ປະເທດຕ່າງໆທີ່ເປັນຕົວແທນຈາກລັດຖະບານ ແລະ ຫົວໜວຍທຸລະກິດໃນພາກພື້ນ ແລະ ໃນໂລກເຂົ້າຮ່ວມ. ກອງປະຊຸມດັ່ງກ່າວບັນດາຜູ້ນຳຂອງແຕ່ລະປະເທດສະມາຊິກອາຊຽນ ໄດ້ປະກອບຄຳເຫັນ ແລະ ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ວິໃສ່ທັດໃນການປະກອບທຸລະກິດ, ການປະຕິຮູບອຸດສະຫະກຳ 4.0 ໃນການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນອາຊຽນ ແລະ ສາກົນ. ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຂຶ້ນປະກອບຄຳເຫັນໃນກອງປະຊຸມ ກ່ຽວກັບ ບັນດາກາລະໂອກາດ ແລະ ສິ່ງທ້າທາຍຕ່າງໆ ໃນຍຸກສະໄໝການປະຕິວັດອຸດສະຫະກຳ 4.0 ທີ່ປະເທດ ອາຊຽນ ລວມທັງ ສປປ ລາວ ກຳລັງປະເຊີນຢູ່ ນັບທັງຄວາມກຽມພ້ອມເພື່ອສາມາດຮັບມືກັບສີ່ງທ້າທາຍນານາປະການໃນຊຸມປີຕໍ່ໜ້າ. ພ້ອມດຽວກັນນັ້ນ ພະນະທ່ານນາຍຍົກລັດຖະມົນຕີ ກໍ່ໄດ້ເປັນກຽດຕ້ອນຮັບ ພະນະທ່ານນາຍົກລັດຖະມົນຕີ ສີລັງກາ ເພື່ອປືກສາຫາລືກັນ ໃນກອບການຮ່ວມມືສອງຝ່າຍ ລະຫວ່າງ ສອງປະເທດ ລາວ-ສີລັງກາ ໃນອານາຄົດ. ໃນຂະນະດຽວກັນ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍ່ໃດ້ເຂົ້າຮ່ວມກອງປະຊຸມພົບປະບໍ່ເປັນທາງການຂອງຜູ້ນຳເສດຖະກິດໂລກກັບຜູ້ນຳອາຊຽນ. ນອກຈາກນັ້ນ, ພະນະທ່ານນາຍົກລັດຖະມົນຕີ ແລະ ຄະນະ ກໍໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ Klaus Schwab, ປະທານບໍລິຫານເວທີເສດຖະກິດໂລກ ເພື່ອປືກສາຫາລືແລກປ່ຽນຄຳຄິດຄຳເຫັນກ່ຽວກັບສະພາບການເສດຖະກິດ-ສັງຄົມ ໃນ ສປປ ລາວ ກໍຄືໃນພາກພື້ນອາຊຽນ.
ໃນຕອນບາຍທ່ານນາຍົກລັດຖະມົນຕີ ແລະ ຄະນະກໍໄດ້ເຂົ້າຮ່ວມກອງປະຊຸມທາງການພາຍ ພາຍໃຕ້ຫົວຂໍ້ວິໄສທັດໃໝ່ ສຳລັບພາກພື້ນແມ່ນໍ້າຂອງ, ຊື່ງມີຜູ້ນຳຈາກບັນດາປະເທດແມ່ນ້ຳຂອງເຂົ້າຮ່ວມເພື່ອປືກສາຫາລື ແລະ ແລກປ່ຽນຄຳເຫັນກ່ຽວກັບການຮ່ວມມືການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນ້ຳຂອງໃນໄລຍະການປະຕິ ວັດອຸດສະຫະກຳ 4.0.